Monday, October 7, 2024
Homeຂ່າວໜ້າໜຶ່ງການສືບສວນ-ສອບສວນສ່ວນຫຼາຍບໍ່ໄດ້ຮັບການກວດກາ

ການສືບສວນ-ສອບສວນສ່ວນຫຼາຍບໍ່ໄດ້ຮັບການກວດກາ

ທ່ານ ພັນໂທ ສອນວິໄລ ຕຸລາທອງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊໄດ້ປະກອບຄໍາເຫັນກ່ຽວກັບບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ກໍລະກົດນີ້, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ພັນໂທ ສອນວິໄລ ຕຸລາທອງ ໄດ້ປະກອບຄຳເຫັນຢູ່ໃນມາດຕາ 40 ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ຊຶ່ງຕະຫຼອດໄລຍະຜ່ານມາ ເຫັນວ່າອົງການໄອຍະການປະ ຊາຊົນໄດ້ເອົາໃຈໃສ່ຕິດຕາມກວດກາ ການເຄື່ອນໄຫວປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນໄດ້ດີພໍສົມຄວນ. ແຕ່ຜ່ານການຕິດຕາມກວດກາຕົວຈິງ ຍັງເຫັນວ່າທາງອົງການໄອຍະການປະຊາຊົນສ່ວນຫຼວງຫຼາຍແມ່ນຕິດ ຕາມກວດກາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດເທົ່ານັ້ນ, ສ່ວນອົງການສືບສວນ-ສອບສວນອົງການອື່ນເຊັ່ນ: ອົງການສືບສວນ-ສອບສວນເຈົ້າໜ້າທີ່ປ່າໄມ້, ເຈົ້າໜ້າທີ່ພາສີ ສ່ວນຫຼາຍແມ່ນບໍ່ໄດ້ຮັບການຕິດຕາມກວດ ກາ, ສະພາບການທຳລາຍປ່າໄມ້, ການທຳລາຍສັດນໍ້າ-ສັດປ່າ, ການຄ້າຂາຍເຖື່ອນ, ການລັກລອບພາສີຢູ່ ສປປ ລາວ ຍັງມີຫຼາຍ, ແຕ່ອົງການທີ່ກ່ຽວຂ້ອງ ທີ່ກ່າວມານັ້ນແມ່ນບໍ່ໄດ້ຮັບການແກ້ໄຂ, ປັດຈຸບັນສະພາບລົດເຖື່ອນ, ສິນ ຄ້າເຖື່ອນມີຢ່າງຫຼວງຫຼາຍ ຊຶ່ງເປັນການທຳລາຍພື້ນຖານເສດຖະກິດ ເຮັດໃຫ້ເສດຖະກິດຂອງພັກ-ລັດ ພົບກັບບັນຫາຄືປັດຈຸບັນ. ສະນັ້ນຈຶ່ງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ຕິດຕາມກວດກາ ການເຄື່ອນໄຫວຂອງບັນດາອົງການສືບສວນ-ສອບສວນເຫຼົ່ານີ້ໃຫ້ເຂັ້ມງວດກວ່າເກົ່າຕື່ມ, ອີກບັນຫາໜຶ່ງ, ຕໍ່ກົດໝາຍວ່າດ້ວຍການດຳ ເນີນຄະດີອາຍາໃນມາດຕາ 121 ການກວດຄົ້ນ, ຕະຫຼອດໄລຍະຜ່ານມາ ເຈົ້າໜ້າທີ່ສືບສວນ-ສອບສວນກໍໄດ້ປະຕິບັດໜ້າທີ່ຖືກຕ້ອງ, ແຕ່ກໍມີບັນຫາບາງດ້ານເປັນຕົ້ນ ແມ່ນກໍລະນີກະທຳຜິດເຊິ່ງໜ້າຮິບດ່ວນ ຊຶ່ງເຈົ້າໜ້າທີ່ສາມາດເຫັນໄດ້ວ່າ: ມີຂໍ້ມູນ, ມີຫຼັກຖານຮັດກຸມໜັກແໜ້ນວ່າເປົ້າໝາຍໄດ້ເອົາເຄື່ອງຂອງກາງຄະດີ ຫຼື ສິ່ງທີ່ຜິດກົດໝາຍມາຊຸກເຊື່ອງໄວ້ໃນສະຖານທີ່ດັ່ງກ່າວ, ແຕ່ກໍບໍ່ມາມາດດຳເນີນການກວດຄົ້ນໄດ້ທັນທີ ຍ້ອນວ່າຈໍາເປັນຕ້ອງມີຄຳສັ່ງກວດຄົ້ນຈາກອົງ ການໄອຍະການ ຫຼື ສານປະຊາຊົນ, ແຕ່ວ່າສະຖານທີ່ນັ້ນ, ເມືອງນັ້ນ, ພັດບໍ່ມີໄອຍະການປະຈໍາຢູ່ ເຮັດໃຫ້ການດຳ ເນີນການກວດຄົ້ນໄດ້ຍາກ. ດັ່ງນັ້ນ, ເປົ້າໝາຍໄດ້ເອົາເຄື່ອງຂອງກາງ ຫຼື ສິ່ງທີ່ຜິດກົດໝາຍໜີໄປ ຫຼື ທໍາລາຍ. ກ່ຽວກັບຂອງກາງຄະດີໃນກົດໝາຍກໍໄດ້ເວົ້າວ່າ: ພາຍຫຼັງເຈົ້າໜ້າທີ່ສືບສວນ – ສອບສວນສໍາເລັດ ຫຼື ສຳເລັດການດຳເນີນຄະດີຂັ້ນເຈົ້າໜ້າທີ່ຕໍາຫຼວດແລ້ວ ຕ້ອງໄດ້ສົ່ງຂອງກາງໃຫ້ປະຊາຊົນ. ແຕ່ວ່າຜ່ານມາສ່ວນຫຼາຍສົ່ງແຕ່ສຳນວນຄະດີ ແລະ ຂອງກາງທີ່ເປັນເງິນ, ເປັນຄໍາ, ແຕ່ວ່າຂອງກາງທີ່ເປັນສິ່ງເສບຕິດ, ເປັນວັດຖຸລະເບີດຕ່າງໆບໍ່ໄດ້ສົ່ງເຮັດໃຫ້ ການປົກປັກຮັກສາ ການຄຸ້ມຄອງພົບກັບຄວາມຫຍຸ້ງຍາກຫຼາຍ ເປັນຕົ້ນແມ່ນພາຫະນະ, ສະຖານທີ່ເກັບມ້ຽນບ່ອນປົກປັກຮັກສາກໍບໍ່ຮັບປະກັນ ຈຶ່ງເຮັດໃຫ້ຄຸນຄ່າຂອງກາງຄະດີເສຍຫາຍໃນຕົວເລີຍ, ສໍາລັບໃນມາດຕາ 142 ທີ່ກັກຂັງພາງ ຕະຫຼອດໄລຍະຜ່ານມາ, ອົງການໄອຍະການປະຊາຊົນໄດ້ເອົາໃຈໃສ່ຕິດຕາມກວດກາ ແຕ່ວ່າສ່ວນຫຼາຍແມ່ນຕິດຕາມກວດກາອົງການສືບສວນ-ສອບສວນຢູ່ແຕ່ຂັ້ນແຂວງ, ແຕ່ວ່າຢູ່ຂັ້ນເມືອງຈໍານວນໜຶ່ງຍັງມີການເຄື່ອນໄຫວລະເມີດມາດຕາດັ່ງກ່າວ, ບາງຄັ້ງບໍ່ມີຮອດຄໍາສັ່ງບໍ່ໄດ້ຂໍຄໍາສັ່ງ, ບໍ່ໄດ້ເຮັດບົດລາຍງານໃຫ້ໄອຍະການເປັນເດືອນ-ສອງເດືອນກໍມີ. ສະນັ້ນ, ສະເໝີມາຍັງອົງການທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ໃນການຕິດຕາມກວດກາການເຄື່ອນ ໄຫວອົງການສືບສວນ-ສອບສວນຢູ່ແຕ່ລະເມືອງໃຫ້ເຂັ້ມງວດກວ່າເກົ່າ.

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments