Sunday, October 6, 2024
Homeຂ່າວຕ່າງປະເທດຈີດີພີຣັດເຊຍ ຈະເລີນເຕີບໂຕ 0,6%

ຈີດີພີຣັດເຊຍ ຈະເລີນເຕີບໂຕ 0,6%

ສໍານັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 5 ກໍລະກົດ, ທ່ານ ມິຄາອິລ ມິຊູສະຕິນ ນາຍົກລັດຖະມົນຕີຣັດເຊຍ ເປີດເຜີຍວ່າ: ເສດຖະກິດ ຣັດເຊຍ ໄດ້ຟື້ນຕົວຄືນ ຈາກ ຜົນກະທົບ ຂອງ ການຂວໍ້າບາດ ແລະ ການທ້າທາຍອື່ນໆ ຢ່າງຕໍ່ເນື່ອງ ໂດຍ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (ຈີດີພີ) ຈະເລີນເຕີບໂຕ 0,6% ໃນໄລຍະ ເດືອນມັງກອນ-ເດືອນພືດສະພາ ຜ່ານມາ. ທ່ານ ມິຄາອິລ ມິຊູສຕິນ ກ່າວໃນເວລາ ເຂົ້າຮ່ວມ ກອງປະຊຸມ ກັບ ທ່ານ ວາລາດີເມຍ ປູຕິນ ປະທາ ນາທິບໍດີ ຣັດເຊຍ ວ່າ: ເສດຖະກິດ ຣັດເຊຍ ຈະເລີນເຕີບໂຕ 5,4% ໃນເດືອນພືດສະພາ ເມື່ອທຽບໃສ່ ໄລຍະດຽວກັນ ໃນປີກາຍນີ້. ນອກນັ້ນ, ທ່ານ ວາລາດີເມຍ ປູຕິນ ຍັງກ່າວວ່າ: ກອງທຶນ ການເງິນ ລະຫວ່າງ ປະເທດ (IMF) ຄາດວ່າ: ເສດຖະກິດ ຣັດເຊຍ ເຕີບໂຕ 0,7% ໃນປີນີ້, ເປັນຕົວເລກ ຕໍ່າກວ່າ ຕົວເລກ ທີ່ກະຊວງ ພັດທະນາ ເສດຖະກິດ ຂອງ ຣັດເຊຍ ກຳນົດໄວ້ 1,5-1,9%./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments