Sunday, October 6, 2024
Homeຂ່າວໜ້າໜຶ່ງສສຊ ແຂວງຫົວພັນ ເຫັນຫລາຍບັນຫາຕ້ອງຊຸກຍູ້ໃຫ້ອົງການປົກຄອງແຂວງເລັ່ງແກ້ໄຂ

ສສຊ ແຂວງຫົວພັນ ເຫັນຫລາຍບັນຫາຕ້ອງຊຸກຍູ້ໃຫ້ອົງການປົກຄອງແຂວງເລັ່ງແກ້ໄຂ

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນ ໃນປັດຈຸບັນນີ້, ທ່ານ ສີຄໍາ ບຸນມີໄຊ ສະມາຊິກສະພາແຫ່ງຊາດ​ (ສສຊ)​, ປະທານສະພາປະຊາຊົນ ແຂວງຫົວພັນ ໄດ້ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມມະຕິ X ຂອງອົງຄະນະພັກ ແຂວງຫົວພັນ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງແຂວງ ແລະ ຜ່ານການຈັດຕັ້ງປະຕິ​ບັດ​ພາລະ​ບົດບາດຂອງຕົນ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ໄດ້ເອົາໃຈໃສ່ຊຸກຍູ້ຂະແໜງການກ່ຽວຂ້ອງ ສ້າງນິຕິກຳໃຕ້ກົດໝາຍ ເປັນຕົ້ນ ສ້າງຂໍ້ຕົກລົງເຈົ້າແຂວງວ່າດ້ວຍ ກອງທຶນຄວບຄຸມ-ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຫົວພັນ ເພື່ອນໍາເຂົ້າຜ່ານກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ, ປະສານສົມທົບກັບອົງການປົກຄອງແຂວງ ຈັດກອງປະຊຸມປະເມີນ, ຄົ້ນຄວ້າ, ທາບທາມ ກົດໝາຍ ໄດ້ 3 ຄັ້ງ, ຈໍານວນ 13 ສະບັບ, ເຂົ້າຮ່ວມຮ່າງທາບທາມກົດໝາຍ ໄດ້ທັງໝົດ 4 ຄັ້ງ, ຈໍານວນ 4 ສະບັບ, ຄົ້ນຄວ້າຕົກລົງບັນຫາສໍາ ຄັນພື້ນຖານຂອງແຂວງ ຈໍານວນ 10 ບັນຫາ ສາມາດຮັບຮອງອອກເປັນມະຕິ ຈໍານວນ 8 ສະບັບ. ໃນນີ້ ວຽກງານຂອງແຂວງ 6 ສະບັບ, ນິຕິກໍາໃຕ້ກົດໝາຍ 1 ສະບັບ, ວຽກງານສະພາປະຊາຊົນແຂວງ 1 ສະບັບ ແລະ ດໍາເນີນກອງປະຊຸມປະຈໍາເດືອນ ຂອງຄະນະປະຈໍາສະພາ ປະຊາຊົນແຂວງ, ນອກນີ້ ໄດ້ຄົ້ນຄວ້າພິຈາ ລະນາ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ຕາມການສະເໜີຂອງເຈົ້າແຂວງ ເປັນຕົ້ນ: ການດັດແກ້ໂຄງການກໍ່ສ້າງ, ການຮັບຮອງເອົາອົງການທຽບເທົ່າ ພະແນກການ, ການຍຸບເລີກອົງການ ແລະ ການແຕ່ງຕັ້ງບຸກຄະລາກອນ ອອກເປັນມະຕິໄດ້ ຈໍານວນ 7 ສະບັບ, ພ້ອມນີ້ ກໍໄດ້ຕິດຕາມ​ກວດກາ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ມະຕິ ຂອງກອງປະຊຸມ ສະພາແຫ່ງຊາດ, ສະພາປະຊາຊົນແຂວງ ທີ່ໄດ້ຮັບຮອງເອົາ; ຄຽງຄູ່ກັບດ້ານພົ້ນເດັ່ນທີ່ກ່າວມານັ້ນ, ກໍຍັງມີບາງບັນຫາທີ່ຕ້ອງໄດ້ຮີບຮ້ອນ ຈັດຕັ້ງປະຕິບັດ ແລະ ແກ້ໄຂເປັນຕົ້ນ: ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາຍັງເຫັນວ່າ ບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ເຊັ່ນ: ການເຂົ້າເຖິງຜູ້ເສບ ແລະ ຜູ້ຂາຍ ທີ່ເປັນລາຍໃຫຍ່ ຢູ່ບາງບ່ອນຍັງມີການເຊື່ອງອໍາ, ປົກປິດ ຜູ້ກະທໍາຜິດບໍ່ກ້າລາຍງານ, ປະຊາຊົນ ແລະ ຜູ້ປົກຄອງຈຳນວນໜຶ່ງ ບໍ່ທັນໃຫ້ຄວາມຮ່ວມມື ເທົ່າທີ່ ຄວນ ຈຶ່ງເຮັດໃຫ້ປາກົດການຫຍໍ້ທໍ້ ບາງດ້ານມີທ່າອ່ຽງເພີ່ມຂຶ້ນເຊັ່ນວ່າ: ການເສບ, ຊື້່-ຂາຍຢາເສບຕິດ ແລະ ອື່ນໆ. ສ່ວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຍັງບໍ່ທັນໄດ້ດີ, ບໍ່ເຂັ້ມງວດ, ບໍ່ເດັດຂາດ. ຈັງຫວະການເຕີບໂຕ ທາງດ້ານເສດຖະກິດ ບໍ່ທັນ ແຂງແຮງເທົ່າທີ່ຄວນ ເປັນຕົ້ນ:  ການກໍານົດຖານລາຍຮັບທີ່ໝັ້ນຄົງ ບໍ່ທັນມີຈຸດສຸມ, ການນໍາໃຊ້ 5 ທ່າແຮງຂອງແຂວງ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຍັງບໍ່ທັນແຂງແຮງ, ການແກ້ໄຂຄວາມທຸກຍາກ ບໍ່ບັນລຸຕາມຄາດໝາຍ ຍັງມີລັກສະນະເພີ່ມຂຶ້ນ, ການຄຸ້ມຄອງ, ການນໍາໃຊ້ພື້ນຖານໂຄງລ່າງ ທີ່ມີແລ້ວ ເພື່ອ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແກ່ປະຊາຊົນຍັງບໍ່ມີປະສິດທິຜົນ, ການສົ່ງເສີມການປູກຫຍ້າລ້ຽງສັດ ໄດ້ຂະຫຍາຍອອກຢ່າງກວ້າງຂວາງ ແຕ່ບໍ່ໄດ້ວາງມາດຕະການເຂັ້ມງວດ ໃນການຄຸ້ມຄອງ ເຮັດໃຫ້ປ່າໄມ້ຖືກທໍາລາຍໜັກໜ່ວງ ໂດຍບໍ່ຄໍານຶງເຖີງໄລຍະຍາວ; ການຄຸ້ມຄອງບັນດາໂຄງການ ຂຸດຄົ້ນແຮ່ທາດ, ເຂື່ອນໄຟຟ້າ ບໍ່ທັນມີປະສິດທິຜົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມ ເປັນຕົ້ນ:  ພຶດພັນທັນຍາຫານ, ທີ່ຢູ່ອາໄສ, ເຂດທໍາການຜະລິດຂອງປະຊາຊົນ ຖືກທໍາລາຍ, ແມ່ນໍ້າບົກແຫ້ງ, ມີສານຜິດເຈືອປົນເຮັດໃຫ້ປາຕາຍ ເປັນຈໍານວນຫລວງຫລາຍ ຢູ່ໃນຂອບເຂດໂຄງການຂຸດຄົ້ນ, ປຸງແຕ່ງແຮ່ ແລະ ໂຄງການກໍ່ສ້າງເຂື່ອນ ໄຟຟ້າ ຈຳນວນໜື່ງ. ນອກຈາກນັ້ນ ຍັງມີຫຼາຍໂຄງການທີ່ສ່ົງຜົນກະທົບ ຕໍ່ທໍາມະຊາດ ແລະ ການດໍາລົງຊີວິດຂອງປະຊາຊົນ ເຊິ່ງການຈັດ ຕັ້ງປະຕິບັດບັນດາໂຄງການ ໃນໄລຍະຜ່ານມາເຫັນວ່າ ບໍ່ຖືກຕາມຂັ້ນຕອນ ໂດຍສະເພາະໂຄງການ ທີ່ໄດ້ຮັບອະນຸຍາດເຮັດແບບທົດລອງ,​ ບໍ່ມີການສໍາຫຼວດ ແລະ ເກັບກໍາຂໍ້ມູນຊັດ ເຈນ, ບໍ່ມີໃບຢັ້ງຢືນຮັບຮອງກ່ຽວກັບ ສິ່ງແວດລ້ອມ, ການຈັດຕັ້ງປະຕິບັດ ບໍ່ໄປຕາມສັນຍາ, ການຄຸ້ມຄອງໂຄງການລົງທຶນຂອງລັດ ຈໍານວນໜຶ່ງຍັງບໍ່ທັນສູງ ແລະ ນິຕິກໍາກ່ຽວຂ້ອງຍັງບໍ່ທັນຮັດກຸມ ເທົ່າທີຄວນ, ບາງໂຄງການຈັດຕັ້ງປະຕິບັດໄປກ່ອນ ຈຶ່ງປະກອບເອກະສານຕາມຫລັງ. ເມື່ອພົບບັນຫາ ຈີ່ງສະເໜີໃຫ້ສະ ພາປະຊາຊົນຂັ້ນແຂວງ ລົງຕິດຕາມກວດກາ ເຊິ່ງມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ແນວໃດກໍຕາມ, ໃນຕໍ່ໜ້ານີ້, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ກໍຄືຄະນະປະຈໍາສະພາປະຊາຊົນແຂວງ ຈະເພີ່ມທະວີການປະສານສົມທົບ ກັບອົງການປົກຄອງແຂວງ, ເມືອງ ກໍຄືພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າປຶກສາຫາລື ແລະ ແກ້ໄຂແຕ່ລະບັນຫາ ໄປຕາມຂັ້ນຕອນ ເພື່ອໃຫ້ມີຄວາມສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງທ້ອງຖິ່ນ ແລະ ຖືກຕ້ອງຕາມກົດໝາຍ. ສືບຕໍ່ສະເໜີລັດຖະບານອອກນິຕິກຳ ໃຕ້ກົດໝາຍໃຫ້ຮັດກຸມ, ເຂັ້ມງວດຕື່ມ ໃນການຄຸ້ມຄອງການສຳຫລວດ, ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ການສ້າງເຂື່ອນໄຟຟ້າ ທີ່ສົ່ງຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມ ເອົາໃຈໃສ່ການໂຄສະນາເຜີຍ ແຜ່ກົດໝາຍ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ, ​ທົ່ວເຖິງ ແລະ ເລິກເຊິ່ງ ແລະ ປຸກລະດົມປະຊາຊົນ ແລະ ສັງຄົມ ໃຫ້ມີສ່ວນຮ່ວມຫລາຍຂື້ນ ໃນການຕິດຕາມ ກວດກາ ຕາມລັດຖະທຳມະນູນ ແລະ ກົດໝາຍ.
ໂດຍ: ສຸພາສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments