Sunday, October 6, 2024
Homeຂ່າວໜ້າໜຶ່ງໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2023

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 04 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນ ກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້ ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ແລະ ທ້າທາຍຫຼາຍດ້ານ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານການເມືອງ, ການທະຫານ, ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການທະນາຄານ, ສິ່ງທ້າທາຍກ່ຽວກັບດິນຟ້າອາກາດ, ໄພທຳມະຊາດ, ການລະບາດຂອງພະຍາດ ແລະ ອື່ນໆ ເຮັດໃຫ້ເສດຖະກິດໂລກມີການຂະຫຍາຍຕົວຊ້າລົງ ເມື່ອທຽບໃສ່ປີຜ່ານມາ ຫຼຸດລົງຈາກ 3,4% ໃນປີ 2022 ມາຢູ່ໃນລະດັບ 2,8% ໃນປີ 2023. ສໍາລັບປະເທດລາວເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ, ເຊິ່ງໄດ້ກະທົບຕໍ່ສະຖຽນລະພາບເສດຖະກິດມະຫາພາກ, ບັນຫາດ້ານເສດຖະກິດ-ການເງິນ ເປັນຕົ້ນ ການຂາດດຸນງົບປະມານ ແລະ ເງິນຕາ, ຄວາມຕ້ອງການນໍ້າມັນເຊື້ອໄຟ ແລະ ສິນຄ້າຕ່າງໆເພີ່ມຂຶ້ນ ເຮັດໃຫ້ຂາດເຂີນເງິນຕາຕ່າງປະເທດ, ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ເພີ່ມສູງຂຶ້ນ, ເຖິງແມ່ນວ່າມາຮອດປັດຈຸບັນ, ການຜະລິດ, ການບໍລິການຕ່າງໆ ໄດ້ມີທ່າອ່ຽງທີ່ດີຂຶ້ນ. ສິ່ງທີ່ສໍາຄັນຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນໄລຍະນີ້ ແມ່ນຕ້ອງໄດ້ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ສັງຄົມ ເພື່ອຟື້ນຟູເສດຖະກິດຂອງປະເທດ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ຈະດຳເນີນໄປເປັນເວລາ 02 ວັນເຄິ່ງ ເຊິ່ງເນື້ອໃນ ຈະໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ 15 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະ ຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ກໍ່ຄືການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

1. ສະຫຼຸບຕີລາຄາ ສະພາບພົ້ນເດັ່ນ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານ.

2. ສະຫຼຸບລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

3. ສະຫຼຸບລາຍງານ ຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ 6 ເດືອນຕົ້ນປີ ຕາມການແບ່ງຄວາມຮັບຜິດຊອບ ໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກໃນ 6 ເດືອນທ້າຍປີ 2023, ການແກ້ໄຂໜີ້ສິນການລົງທຶນຂອງລັດ.

4. ສະຫຼຸບລາຍງານ ຄວາມຄືບໜ້າໃນການແກ້ໄຂຜົນການກວດສອບ ຕາມການແບ່ງຄວາມຮັບຜິດຊອບ ໃນ ດຳລັດ ສະບັບເລກທີ 90/ນຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

5. ສະຫຼຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງການເກັບລາຍຮັບເປັນທັນສະໄໝ 6 ເດືອນຕົ້ນປີ ຕາມການແບ່ງຄວາມຮັບຜິດຊອບ ໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກການຫັນເປັນທັນສະໄໝໃນ 6 ທ້າຍປີ 2023.

6. ລາຍງານການແກ້ໄຂບັນຫາເງິນເຟີ້ ແລະ ການຄຸ້ມຄອງອັດຕາແລກປ່ຽນ.

7. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ແພງຂຶ້ນ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2023.

8. ລາຍງານສະພາບການຜະລິດລະດູແລ້ງຜ່ານມາ ແລະ ການຜະລິດລະດູຝົນ 2023 ຕິດພັນກັບມາດຕະການຮັບມືກັບໄພແລ້ງ, ການແກ້ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ປ່າ.

9. ສະຫຼຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ມະຕິຕົກລົງ ເລກທີ 14/ລບ, ລົງວັນທີ 26 ທັນວາ 2022 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 26/ຄບສພ, ລົງວັນທີ 03 ສິງຫາ 2017 ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່.

10. ລາຍງານມາດຕະການແກ້ໄຂ ບັນຫາການຮຽນ-ການສອນ, ນັກຮຽນຂາດຮຽນ, ຮຽນບໍ່ຈົບ, ຂາດຄູສອນ ແລະ ອື່ນໆ.

11. ລາຍງານການແກ້ໄຂບັນຫາແຮງງານ ແລະ ການຄົ້ນຄວ້າປັບປຸງອັດຕາຄ່າແຮງງານຕ່ຳສຸດ, ການຄຸ້ມຄອງແຮງງານລາວ ໄປອອກແຮງງານຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດ ມາອອກແຮງງານຢູ່ລາວ.

12. ສະຫຼຸບລາຍງານ ສະເໜີນະໂຍບາຍ, ແຜນວຽກຕົ້ນຕໍ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການກະກຽມໃຫ້ແກ່ການເປີດປີທ່ອງທ່ຽວລາວ ປີ 2024.

13. ລາຍງານຄວາມຄືບໜ້າ ແລະ ແຜນການກະກຽມເປັນປະທານອາຊຽນ 2024.

14. ສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

15. ສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂບັນຫາອາວຸດເຖື່ອນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າອົງການຈັດຕັ້ງພັກ, ອົງການທຽບເທົ່າຂັ້ນສູນກາງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍ ທີ່ໄດ້ກໍານົດໄວ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments