Saturday, October 5, 2024
Homeຂ່າວຕ່າງປະເທດຣັດເຊຍ ສົ່ງອອກທັນຍາພືດເພີ່ມສູງຂຶ້ນ ຈຳນວນ 58-59 ລ້ານໂຕນ

ຣັດເຊຍ ສົ່ງອອກທັນຍາພືດເພີ່ມສູງຂຶ້ນ ຈຳນວນ 58-59 ລ້ານໂຕນ

ສຳນັກຂ່າວຊິນຮວາ ຂອງ ສປຈີນ ວັນທີ 4 ກໍລະກົດ ສື່ທ້ອງຖິ່ນຣັດເຊຍ ໂດຍອ້າງອິງຕາມສະຫະພາບ ຜູ້ສົ່ງອອກທັນຍາພືດ ແຫ່ງຣັດເຊຍ ລາຍງານວ່າ: ໃນສົກປີ 2022-2023 ປະລິມານໄດ້ສົ່ງອອກທັນຍາພືດເພີ່ມສູງຂຶ້ນປະມານ 58-59 ລ້ານໂຕນ ເປັນຄັ້ງປະຫວັດສາດ. ທ່ານ ເອດູອາຣ ແຊຣນິນ ປະທານຄະນະກຳມະການສະຫະພາບເປີດເຜີຍວ່າ: ການປະເມີນ ສັກກາຍະພາບໃນການສົ່ງອອກ ຈາກກະຊວງກະສິກຳ ຂອງຣັດເດຊຍ ໄດ້ກຳນົດໄວ້ 55-60 ລ້ານໂຕນ. ນອກນັ້ນຣັດເຊຍ ໄດ້ສ້າງສະຖິຕິໃນການສົ່ງອອກທັນຍາພືດເພີ່ມສູງຂຶ້ນ ໃນສົກປີ 2022 ໂດຍຊາວກະສິກອນຣັດເຊຍ ໄດ້ເກັບກ່ຽວທັນຍາພືດບັນລຸເຖິງ 157,676 ລ້ານໂຕນ ໃນນັ້ນລວມເຖິງສາລີ ຈຳນວນ 104,237 ລ້ານໂຕນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments