Saturday, October 5, 2024
Homeຂ່າວພາຍໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນໂຄງການສ້າງວາລະສານ ອະລຸນໃໝ່ເອເລັກໂຕຣນິກ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນໂຄງການສ້າງວາລະສານ ອະລຸນໃໝ່ເອເລັກໂຕຣນິກ

ໂດຍປະຕິບັດຕາມແຜນການພົວພັນຕ່າງປະເທດປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ແຜນການພົວພັນຮ່ວມມືລະຫວ່າງວາລະສານອະລຸນໃໝ່ ວາລະສານທິດສະດີ ແລະ ພຶດຕິກໍາຂອງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານກົ້ງສານ ວາລະສານທິດສະດີ ແລະ ການເມືອງຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໄລຍະປີ 2023-2027, ຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງວາລະສານ ເອເລັກໂຕຣນິກ ຂອງວາລະສານອະລຸນໃໝ່ ສະບັບເລກທີ 44/ຄອສພ, ລົງວັນທີ 6/3/2023.

ໃນວັນທີ 5 ກໍລະກົດ ນີ້ ທີ່ ຄອສພ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກວາລະສານກົ້ງສານ ແລະ ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (ຫວຽດເທວ) ໃຫ້​ແກ່​ວາ​ລະ​ສານ​ອະ​ລຸນ​ໃໝ່, ຕາງໜ້າມອບໂດຍ ສະຫາຍ ເລ ຫ່າຍ ຄະນະບັນນາທິການ ຫົວໜ້າກົມວາລະສານເອເລັກໂຕຣນິກ ຂອງວາລະສານກົ້ງສານ ພ້ອມດ້ວຍຄະນະ ແລະ ຮັບໂດຍ ສະຫາຍ ລາວປ່າວຊົ່ງ ນະວົງໄຊ ຮອງຫົວ ໜ້າ ຄອສພ, ມີ ​ສະ​ຫາຍ ວັນລາຕີ ຄໍາວານວົງສາ ວ່າການຫົວໜ້າບັນນາທິການວາລະສານອະລຸນໃໝ່, ມີ​ບັນ​ດາ​ຫົວ​ໜ້າ​ກົມ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ຄອມພິວເຕີຈໍານວນ 10 ເຄື່ອງ, ກ້ອງຖ່າຍທໍາວິດີໂອ 2 ເຄື່ອງ ແລະ ກ້ອງຖ່າຍຮູບ 2 ເຄື່ອງ. ນອກຈາກນັ້ນ ທາງວາລະສານກົ້ງສ້ານ ຮ່ວມກັບ ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ຍັງໄດ້ຊ່ວຍຝຶກອົບຮົມກ່ຽວກັບການສ້າງ-ນໍາໃຊ້ວາລະສານເອເລັກໂຕຣນິກ ໃຫ້ກັບພະນັກງານວາລະສານອະລຸນໃໝ່ອີກດ້ວຍ. ໂຄງການຊ່ວຍເຫຼືອສ້າງວາລະສານອະລຸນໃໝ່ເອເລັກໂຕຣນິກມີມູນຄ່າລວມທັງໝົດ 1.050.000.000 ດົງ (ສະ​ກຸນ​ເງິນ​ຫວຽດ​ນາມ).

ໂຄງການຊ່ວຍເຫຼືອໃນຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິດຕະພາບ, ຄວາມເປັນຫ່ວງເປັນໃຍດ້ວຍຄວາມຈິງໃຈທີ່ມີຕໍ່ກັນຖານອ້າຍນ້ອງ, ເພື່ອນມິດຮ່ວມອຸດົມການທີ່ມີມາຍາວນານ. ການຊ່ວຍເຫຼືອສ້າງວາລະສານອະລຸນໃໝ່ເອເລັກໂຕຣນິກແມ່ນຄວາມຈໍາເປັນພາວະວິໄສໃນຍຸກແຫ່ງຂໍ້ມູນຂ່າວສານ ແລະ ການເຊື່ອມໂຍງສາກົນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງຂອງການໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ມີຄວາມວ່ອງໄວ, ກວ້າງຂວາງທົ່ວເຖິງກວ່າເກົ່າ ຕາມທິດຫັນເປັນດີຈີຕອນ ທັງເປັນການປະກອບສ່ວນເພີ່ມທະວີຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມືທີ່ເປັນມູນເຊື້ອຍາວນານຂອງສອງວາລະສານໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ມີຜົນສໍາເລັດສູງຂຶ້ນ.

ຂ່າວ: ວາລະສານ ອະລຸນໃໝ່, ພາບ: ພັດ ລໍວັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments