Saturday, October 5, 2024
Homeຂ່າວພາຍໃນສຳເລັດການອົບຮົມ-ຫັດແອບ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ XV

ສຳເລັດການອົບຮົມ-ຫັດແອບ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ XV

ໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ໄດ້ຈັດພິທີປິດຊຸດອົບຮົມຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກໃຫ້ນາຍສິບ ຊຸດທີ XV ປະຈຳສົກປີ 2022-2023 ເມື່ອບໍ່ດົນມານີ້ ທີ່ເດີ່ນໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ພັນເອກ ສຳລີ ແກ້ວວົງສອງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ, ທ່ານ ດົມວິໄລ ທອງສະຫວັນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກ-ພະນັກງານ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 644 ແລະ 645, ປກສ ເມືອງວາປີ, ພະນັກງານຄູ-ອາຈານຕະຫຼອດຮອດນັກຮຽນເຂົ້າຮ່ວມ.

ທ່ານ ພັນຕີ ຄໍາພຽນ ໄຊຍະວົງ ຮອງຂະແໜງອົບຮົມ ໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ໃນການຈັດຕັ້ງປະຕິບັດໃນການອົບຮົມ-ຫັດແອບໃຫ້ນາຍສິບ ຊຸດທີ XV ປະຈຳປີ 2022 ໄດ້ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາສະມາດເຫັນໄດ້ແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ, ມີຄວາມອົດທົນພະຍາຍາມສູງ. ທາງດ້ານຮ່າງກາຍຈິດໃຈເຂັ້ມແຂງ, ສຸມໃສ່ໃນການຝຶກແອບຮໍ່າຮຽນຍົກສູງຄວາມຮູ້ຄວາມສາມາດທາງດ້ານທິດສະດີຫຼັກການ ແລະ ດ້ານສິນລະປະຍຸດ-ຍຸດທະວິທີ ເຮັດໃຫ້ມີຄວາມສຳນິຊຳນານສາມາດເຮັດສຳເລັດຕາມລະດັບຂາດໝາຍ ແລະ ມີຄວາມປອດໄຟ 100%ຊຶ່ງມີນັກຮຽນທັງໝົດ 147 ທ່ານ, ໃນການຜ່ານການອົບຮົມ-ຫັດແອບຕົວຈິງໃນໄລຍະ 1 ປີ ເທົ່າກັບ 365 ວັນ ເທົ່າກັບ 2.555 ຊົ່ວໂມງ, ວັນພັກເສົາ-ທິດ 104 ວັນ ເທົ່າກັບ 728 ຊົ່ວໂມງ, ວັນຮຽນຕົວຈິງ 162 ວັນ ເທົ່າກັບ 1.134 ຊົ່ວໂມງ, ບັນດາວິຊາຮຽນທີ່ຝຶກອົບຮົມໃນຄັ້ງນີ້ປະກອບມີ 4 ວິຊາຄື: ວິຊາການເມືອງ; ວິຊາລະບຽບ-ກິລາ; ວິຊາສິນລະປະຍຸດ; ວິຊາຍຸດທະວິທີ ແລະ ສາມາດຈັດປະເພດຄວາມຮັບຮູ້ເຂົ້າໃຈຂອງນັກຮຽນໄດ້ດັ່ງນີ້: ປະເພດ ໜຶ່ງຈຳນວນ 22 ທ່ານ ເທົ່າກັບ 14,97%, ປະເພດສອງຈຳນວນ 110 ທ່ານ ເທົ່າກັບ 74,83%, ປະເພດ 3 ຈຳນວນ 15 ທ່ານ ເທົ່າກັບ 10,20%. ຈາກນັ້ນ ທ່ານ ພັນໂທ ບຸນທັນ ໄຊຍະສານ ຫົວໜ້າການທະຫານໂຮງຮຽນທ້ອງຖິ່ນແຂວງໄດ້ຂຶ້ນມອບໃບຢັ້ງຢືນໃຫ້ນາຍສິບ ຊຸດທີ XV ຈຳນວນ 147 ທ່ານ.

ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ພ້ອມເນັ້ນໜັກໃຫ້ນັກຮຽນແຕ່ລະຄົນທີ່ສຳເລັດການຝຶກອົບຮົມ-ຫັດແອບໃນຄັ່ງນີ້ ຈົ່ງເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນທຸກດ້ານຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເປັບແບບຢ່າງທີ່ດີໃນການປະຕີບັດລະບຽບວິໄນຂອງກອງທັບກໍຄືກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆທີ່ໄດ້ສຶກສາຮໍ່າຮຽນໄປຈັດຕັ້ງປະຕິບັດຜັນຂະ

ຫຍາຍເຂົ້າໃນວຽກງານຕົວຈິງພາຍໃນກົມກອງປະກອບສ່ວນສ້າງກອງທັບໃຫ້ມີແບບແຜນທີ່ທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ສ້າງຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດສູງ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ສຸຂາວພອນ ສອນນາລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments