Saturday, October 5, 2024
Homeຂ່າວໜ້າໜຶ່ງເຫດເກີດຢູ່ບ່ອນໃດ ໃຫ້ທ້ອງຖິ່ນນັ້ນເປັນບ່ອນແກ້ໄຂ

ເຫດເກີດຢູ່ບ່ອນໃດ ໃຫ້ທ້ອງຖິ່ນນັ້ນເປັນບ່ອນແກ້ໄຂ

ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ໄດ້ແລກປ່ຽນບາງຄຳເຫັນຕໍ່ສອງກົດໝາຍດັ່ງກ່າວວ່າ: ກົດໝາຍວ່າດ້ວຍສານປະຊາຊົນກ່ຽວກັບການເພີ່ມສິດ ແລະ ໜ້າທີ່ໃນການພິຈາລະນາໃຫ້ແກ່ສານປະຊາຊົນເຂດ ຢາກໃຫ້ເພີ່ມສິດ, ໜ້າທີ່ເຂົ້າໃສ່ຕື່ມ ລວມທັງການພິຈາລະນາຄະດີເດັກ ແລະ ຄະດີການຄ້າ ເພື່ອເຮັດໃຫ້ການເຂົ້າເຖິງຂະບວນການຍຸຕິທຳຂອງປະຊາຊົນພົນລະເມືອງສະດວກຂຶ້ນ ແລະ ຖືກຕ້ອງຕາມທິດທີ່ວ່າ: ເຫດເກີດຢູ່ບ່ອນໃດ ກໍໃຫ້ທ້ອງຖິ່ນນັ້ນເປັນບ່ອນແກ້ໄຂບັນຫາ ພ້ອມທັງເປັນການຫຼຸດຜ່ອນການແກ້ໄຂຄະດີຢູ່ສານຂັ້ນຕົ້ນ, ຂັ້ນແຂວງ, ຂັ້ນນະຄອນຫຼວງ ຊຶ່ງເຫັນວ່າປັດຈຸບັນນີ້ມີຈຳນວນຢ່າງຫຼວງຫຼາຍ ແລະ ເປັນການລົບລ້າງຂໍ້ຂັດແຍ້ງດັ່ງກ່າວໄປຫາສານປະຊາຊົນສູງສຸດຕື່ມອີກ, ແຕ່ເຖິງຢ່າງໃດກໍດີ ຖ້າຈະມີການປັບປຸງຕາມທິດດັ່ງກ່າວ ຈະໄດ້ມີການຄົ້ນຄວ້າເຖິງໂຄງປະກອບໂດຍສະເພາະກົງຈັກການຈັດຕັ້ງບຸກຄະລາກອນ ທີ່ເຫັນວ່າຍັງມີຈຳກັດ. ພ້ອມນັ້ນຕ້ອງໄດ້ທົບທວນຄືນຄະດີອາຍາຖ້າຈະປັບປຸງຂໍ້ກຳນົດບໍ່ເກີນ 3 ປີ, ໝາຍວ່າໃຫ້ເພີ່ມສິດອຳນາດຂອງສານເຂດບໍ່ເກີນ 5 ປີ ກໍຕ້ອງເບິ່ງຄືນປະມວນກົດໝາຍອາຍາທີ່ໄດ້ກຳນົດໃນປັດຈຸບັນ, ຕໍ່ກັບສະຖານຄວາມຜິດທີ່ໄດ້ກຳນົດໃນປະມວນກົດໝາຍອາຍາເຫັນວ່ານັບແຕ່ມາດຕາ 110 ເຖິງມາດຕາ 123 ມີ 333 ຖານການກະທຳຜິດ, ມີຫຼາຍຖານການກະທຳຜິດທີ່ໄດ້ກຳນົດໂທດອັດຕາທີ່ບໍ່ເກີນ 5 ປີລົງມາ ອັນນີ້ຕ້ອງໄດ້ມີການວິເຄາະ ວິໄຈຄັກແນ່ ຖ້າຈະເພີ່ມສິດອຳນາດໃຫ້ແກ່ສານປະຊາຊົນເຂດ ມັນຈະບໍ່ສ້າງຄວາມຫຍຸ້ງຍາກ ຄວາມສັບສົນຄວາມເປັນໄປໄດ້ໃນການເພີ່ມສິດອຳນາດດັ່ງກ່າວຄືແນວໃດ? ເນື່ອງຈາກວ່າການປະເມີນຍັງບໍ່ທັນລົງເລິກກ່ຽວກັບບັນຫາດັ່ງກ່າວ. ດັ່ງນັ້ນ, ຈຶ່ງສະ ເໜີໃຫ້ສານປະຊາຊົນສູງສຸດຄົ້ນຄວ້າຕື່ມ.

ສໍາລັບການຈັດຕັ້ງປະຕິບັດມາດຕາ 5 ກ່ຽວກັບການດຳເນີນຄະດີແພ່ງ, ສານ 3 ຂັ້ນ, ຂັ້ນຕົ້ນ, ຂັ້ນອຸທອນ, ຂັ້ນລົບລ້າງເຮັດແນວໃດ ຈະເຮັດໃຫ້ການດຳເນີນຄະດີມັນສັ້ນລົງ ແລະ ໄປຕາມຂັ້ນຕອນດັ່ງກ່າວ ບໍ່ໃຫ້ມີການພິຈາລະນາລົບໄປລົບມາຫຼາຍເທື່ອ ເພາະວ່າຜ່ານການຕິດຕາມຕົວຈິງເຫັນວ່າ ການແກ້ໄຂບັນຫາລົບໄປລົບມາຫຼາຍຄັ້ງ ຫຼື ຍ້ອນເຮົາກຳນົດກົນໄກຂັ້ນຕອນຄວາມຮັບຜິດຊອບຂອງສານແຕ່ລະຂັ້ນ. ໂດຍສະເພາະຢູ່ໃນນີ້ຢາກໃຫ້ທົບທວນຄືນຢູ່ໃນມາດຕາ 281 ແລະ ມາດຕາ 304 ຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງຕື່ມອີກ.

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments