Saturday, October 5, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ມອບຫລຽນກາມິດຕະພາບໃຫ້ຜູ້ປະສານງານ ສປຊ ປະຈຳລາວ

ຮອງນາຍົກລັດຖະມົນຕີ ມອບຫລຽນກາມິດຕະພາບໃຫ້ຜູ້ປະສານງານ ສປຊ ປະຈຳລາວ

ໃນວັນທີ 5 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ກັບການປະຕິບັດໜ້າທີ່ຂອງຜູ້ປະສານງານຂອງອົງການ ສປຊ ຜູ້ທຳອິດ (RC) ພາຍຫລັງມີການປັບປຸງລະບົບການພັດທະນາຂອງ ສປຊ (UNDS). ພ້ອມກັນນີ້, ທ່ານ ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນງານຂອງ ນາງ ຊາຣາ ເຊເກັນເນສ ໃນການເສີມຂະຫຍາຍການຮ່ວມມື, ການສະໜັບສະໜູນຊ່ວຍເຫລືອ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນໄລະຍະຜ່ານມາ.

ພາຍຫລັງການເຂົ້າຢ້ຽມຂ່ຳນັບອຳລາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ ໂດຍ ມີພະນັກງານຂັ້ນສູງ ຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ ໃນການ ຈັດຕັ້ງປະຕິບັດວຽກງານຂອງທ່ານຜູ້ປະສານງານອົງການ ສປຊ ປະຈຳລາວ ແຕ່ປີ 2019 ເປັນຕົ້ນມາ.

ໂອກາດນີ້, ທ່ານ ນາງ ຊາຣາ ເຊເກັນເນສ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກຕະຫລອດໄລຍະການປະຕິ ບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດເປັນຢ່າງດີ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຫ້ອງການຜູ້ປະສານງານຂອງອົງການ ສປຊ ປະຈຳ ສປປ ລາວ (UNRCO) ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ.

ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments