Saturday, October 5, 2024
Homeຂ່າວໜ້າໜຶ່ງເປີດຕົວຍຸດທະສາດການເງິນ ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເປີດຕົວຍຸດທະສາດການເງິນ ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ພິທີເປີດຕົວຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ປີ 5 ຄັ້ງທີ IX (2021- 2025) ຈັດຂຶ້ນວັນທີ 5 ກໍລະກົດ 2023 ທີ່ໂຮງແຮມ ຄຣາວພາຊາ ນະຄອນ ຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ນາງ ຊາລາ ເຊເກັນເນັສ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ພ້ອມຜູ້ຕາງໜ້າຈາກກະຊວງ ຂະແໜງການ ແລະ ຄູ່ຮ່ວມພັດທະນາເຂົ້າ ຮ່ວມ.

ຈຸດປະສົງ ຂອງຍຸດທະສາດການເງິນ ແມ່ນເພື່ອແກ້ໄຂສິ່ງທ້າທາຍ ແລະ ລະ ດົມແຫຼ່ງທຶນຕ່າງໆ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃຫ້ບັນລຸຕາມ ຄາດ ໝາຍ ແລະ ໄປຕາມທິດທີ່ມີຄຸນນະພາບ ມີຈຸດສຸມ ສີຂຽວ ແລະ ຍືນ ຍົງ ຄຽງຄູ່ກັບການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ການບັນລຸເປົ້າໝາຍ ການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດ ທະນາແບບຍືນຍົງ ໂດຍໄດ້ມອບໝາຍໃຫ້ກະຊວງ ແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບເຮັດວຽກຢ່າງໃກ້ຊິດກັບ ດາກະຊວງ-ຂະແໜງການຂັ້ນສູນກາງ ຄູ່ຮ່ວມພັດທະນາ ແລະ ພາກ ສັງ ຄົມ ໃນໄລຍະປີ 2021 ຫາຕົ້ນປີ 2023.

ຍຸດທະສາດການເງິນ ແມ່ນໝາກຜົນຂອງການປຶກສາຫາລື ລະຫວ່າງພາກສ່ວນທີ່ກ່ຽວຂ້ອງໃນກອງປະຊຸມລະດັບວິຊາການ ແລະ ລະດັບສູງ ເຊິ່ງໄດ້ເລີ່ມຄົ້ນຄວ້າມາແຕ່ເດືອນທັນວາ 2020 ຫາ ເດືອນກັນຍາ 2022 ແລະ ມາ ຮອດວັນທີ 30 ມິຖຸນາ 2023 ຈຶ່ງໄດ້ຮັບການເຫັນດີຮັບຮອງລົງນາມຈາກທ່ານນາຍົກລັດຖະມົນຕີ ແຫ່ງສປປ ລາວ ເຊິ່ງເນື້ອໃນປະກອບມີ 19 ທິດທາງນະໂຍບາຍ ແລະ 54 ມາດຕະການຈັດຕັ້ງປະຕິບັດ ທີ່ມີແຜນການຕິດຕາມ ແລະ ປະເມີນຜົນແບບຄົບຊຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments