Friday, October 4, 2024
Homeຂ່າວຕ່າງປະເທດໂຮນລັງ ກຽມອອກກົດຫ້າມຫຼິ້ນມືຖືໃນຊັ້ນຮຽນ

ໂຮນລັງ ກຽມອອກກົດຫ້າມຫຼິ້ນມືຖືໃນຊັ້ນຮຽນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ກໍລະກົດ 2023 ວ່າ: ປະເທດໂຮນລັງກຽມອອກກົດຫ້າມໃຊ້ໂທລະສັບມືຖືໃນຊັ້ນຮຽນ ເພື່ອບໍ່ໃຫ້ເຕັກໂນໂລຊີລົບກວນບົດຮຽນ ແລະ ຂະບວນການ ການຮຽນຮູ້.

ສຳນັກຂ່າວເອເອັບພີລາຍງານວ່າ ລັດຖະບານໂຮນລັງ ກຽມອອກກົດຫ້າມການໃຊ້ໂທລະສັບມືຖືໃນຊັ້ນຮຽນ ໂດຍໝາຍລວມເຖິງແທັບເລັດ ແລະ ສະມາດວອດເຊັ່ນກັນ. ລັດຖະບານເປີດເຜີຍວ່າ ເຄື່ອງມືສື່ສານເຫຼົ່ານັ້ນລົບກວນການຮຽນຮູ້ຂອງນັກຮຽນ.

ລາຍງານລະບຸວ່າ: ມີຫຼັກຖານເພີ່ມຫຼາຍຂຶ້ນວ່າ ໂທລະສັບມືຖືມີຜົນເສຍໃນລະຫວ່າງຊັ້ນຮຽນ ແລະ ເຮັດໃຫ້ນັກຮຽນມີສະມາທິໜ້ອຍລົງ ໄປຈົນເຖິງປະສິດທິພາບການເຮັດວຽກຫຼຸດລົງ.

ລັດຖະບານຍັງກ່າວອີກວ່າ: ດ້ວຍເຫດຜົນນີ້ ໂທລະສັບມືຖື, ແທັບເລັດ ແລະ ສະມາດວອດ ຈະບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ໃນຊັ້ນຮຽນອີກຕໍ່ໄປ ເລີ່ມຕັ້ງແຕ່ວັນທີ 1 ມັງກອນ 2024.

ປະຈຸບັນ, ລັດຖະບານກຳລັງເລັ່ງທຳຄວາມເຂົ້າໃຈກັບໂຮງຮຽນ ແລະ ໃຫ້ເຈົ້າໜ້າທີ່ໂຮງຮຽນແຕ່ລະແຫ່ງຕົກລົງສ້າງກົດໝາຍໃນຮ່ວມກັບຄູສອນ, ຜູ້ປົກຄອງ ແລະ ນັກຮຽນໃຫ້ສຳເລັດພາຍໃນເດືອນຕຸລາ 2023 ນີ້.

ລັດຖະມົນຕີກະຊວງສຶກສາທິການໂຮນລັງ ກ່າວຕໍ່ກອງປະຊຸມລັດຖະບານວ່າ: ເຂົາຫວັງໃຫ້ການເຄື່ອນໄຫວດັ່ງກ່າວນຳໄປສູ່ການປ່ຽນແປງທາງວັດທະນະທຳ ທີ່ຈະຊ່ວຍປັບປຸງປະສິດທິພາບການຮຽນຮູ້ຂອງນັກຮຽນ ຊຶ່ງຈະກາຍເປັນອະນາຄົດຂອງຊາດໃນວັນຂ້າງໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments