Friday, October 4, 2024
Homeຂ່າວຕ່າງປະເທດນະຄອນຫຼວງເຊອູນ ທົດລອງບໍລິການລົດເມບໍ່ມີຄົນຂັບ

ນະຄອນຫຼວງເຊອູນ ທົດລອງບໍລິການລົດເມບໍ່ມີຄົນຂັບ

ສ ເກົາຫຼີ ເປີດເສັ້ນທາງລົດເມບໍ່ມີຄົນຂັບສາຍທຳອິດໃນນະຄອນຫຼວງເຊອູນ ຊຶ່ງເປັນສ່ວນໜຶ່ງຂອງການພັດທະນາເຕັກໂນໂລຊີ ທີ່ມີຈຸດມຸ່ງໝາຍໃຫ້ຜູ້ໂດຍສານຮູ້ສຶກສະດວກສະບາຍຫຼາຍຂຶ້ນ. AFP ລາຍງານ ຫວ່າງບໍ່ດົນມານີ້ວ່າ: ນະຄອນຫຼວງເຊອູນ ປະເທດ ສ ເກົາຫຼີ ໄດ້ນຳໃຊ້ລົດເມໂດຍສານສາທາລະນະບໍ່ມີຄົນຂັບສາຍທຳອິດບໍລິການປະຊາຊົນທົ່ວໄປ ຖືເປັນຄວາມກ້າວໜ້າອີກຂັ້ນຂອງການມຸ່ງສູ່ຄວາມເປັນມະຫານະຄອນແຫ່ງເຕັກໂນໂລຊີ.

ລົດເມທີ່ບໍ່ມີຄົນຂັບມີລັກສະນະໂດດເດັ່ນທີ່ແຕກຕ່າງຈາກລົດໂດຍສານສາທາລະນະອື່ນໆ. ທັງຂອບມົນຂອງລົດ ປ່ອງຢ້ຽມຂະໜາດໃຫຍ່ທີ່ເຮັດໃຫ້ເບິ່ງຄືກັບຂອງຫຼິ້ນຫຼາຍກວ່າຄວາມກ້າວໜ້າທາງດ້ານເຕັກໂນໂລຢີ ຊຶ່ງ ບໍລິສັດ 42dot ທີ່ຮັບຜິດຊອບດ້ານເຕັກໂນໂລຊີການຂັບຂີ່ແບບອັດຕະໂນມັດໃນກຸ່ມ Hyundai ຍັກໃຫຍ່ແຫ່ງວົງການລົດຍົນກ່າວວ່າ: ການອອກແບບລົດລັກສະນະແບບນີ້ແມ່ນຄວາມຕັ້ງໃຈ ເພື່ອຕ້ອງການຖ່າຍທອດຄວາມຫຼາກຫຼາຍໃນອະນາຄົດ ລົດເມທີ່ບໍ່ມີຄົນຂັບສາຍທໍາອິດຈຶ່ງເບິ່ງຄືໂຕຕໍ່ Lego ແລະ ເຮັດຈາກຊິ້ນສ່ວນຫຼາຍອັນມາປະກອບເຂົ້າກັນ ເພື່ອຊ່ວຍຫຼຸດຜ່ອນຕົ້ນທຶນ ແລະ ເຮັດໃຫ້ງ່າຍຕໍ່ການຜະລິດ. ລວມທັງການນໍາໃຊ້ກ້ອງຖ່າຍຮູບ laser ສໍາລັບການນໍາທາງແທນທີ່ຈະເປັນ sensorລາຄາແພງ.

ເປົ້າໝາຍຂອງ ບໍລິສັດ 42dot ຄືການເຮັດໃຫ້ເຕັກໂນໂລຊີມີຕົ້ນທຶນຕໍ່າ, ປອດໄພ ແລະ ງ່າຍຕໍ່ການຖ່າຍໂອນໄປຍັງຍານພາຫະນະຫຼາຍປະເພດໃນອະນາຄົດເຊັ່ນ: ລົດບັນທຸກສົ່ງເຄື່ອງ. ລົດເມບໍ່ມີຄົນຂັບຈະແລ່ນລົດເປັນວົງຈອນນ້ອຍໆ ໄລຍະທາງ 3,4 ກິໂລແມັດ ໃນໃຈກາງນະຄອນຫຼວງເຊອູນ ແລະ ໃຊ້ເວລາແຕ່ລະຮອບປະມານ 20 ນາທີ ໂດຍປະຊາຊົນທົ່ວໄປສາມາດຂຶ້ນນັ່ງໄດ້ໂດຍບໍ່ເສຍເງິນຕາມຈຸດຈອດທີ່ກຳນົດ ແຕ່ຕ້ອງຈອງຜ່ານແອັບພີເຄເຊິນ ກ່ອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments