Home ສຶກສາ ເປີດບັ້ນສອບເສັງຈົບ ມ.7 ລະບົບບຳລຸງ ນວ ເອກະພາບທົ່ວປະເທດ ສົກ 2022-2023

ເປີດບັ້ນສອບເສັງຈົບ ມ.7 ລະບົບບຳລຸງ ນວ ເອກະພາບທົ່ວປະເທດ ສົກ 2022-2023

0
225

ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ສົມທົບກັບພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ.7) ລະບົບບຳລຸງເອກະພາບທົ່ວປະເທດ ປະຈຳສົກຮຽນ 2022-2023 ຢ່າງເປັນທາງການ ເມື່ອວັນທີ 4 ກໍລະກົດ 2023 ທີ່ວິທະຍາໄລສິລະປະແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ປອ ວຽງພອນ ສຸກຂະວົງ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າກົມການສຶກສານອກໂຮງຮຽນ ສສກ, ຜູ້ອຳນວຍການສູນທີ່ກ່ຽວຂ້ອງ, ພະນັກງານ, ຄະນະກຳມະການຍາມຫ້ອງສອບ ແລະ ນັກຮຽນຢ່າງພ້ອມພຽງ.

ໃນພິທີ, ທ່ານ ສີທົນ ດາວພະສິດ ໄດ້ຜ່ານບົດລາຍງານການຈັດຕັ້ງການຮຽນການສອນ ແລະ ການກະກຽມການສອບເສັງວ່າ: ການກະກຽມຈັດຕັ້ງສອບເສັງຈົບ ມ.7 ລະບົບບຳລຸງທົ່ວນະຄອນຫຼວງວຽງຈັນ ສົກຮຽນ 2022-2023 ແມ່ນໄດ້ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມສໍາລັບການສຶກສານອກໂຮງຮຽນ ສະບັບ ເລກທີ 4711/ສສກ ລົງວັນທີ 17 ກັນຍາ 2015, ອີງຕາມໜັງສືແຈ້ງການກ່ຽວກັບການຈັດຕັ້ງສອບເສັງຈົບ ມ.7 ລະບົບບໍາລຸງ ສົກຮຽນ 2022-2023 ສະບັບເລກທີ 2615/ຫກ ລົງວັນທີ 9 ມິຖຸນາ 2023 ຂອງຫົວໜ້າ ຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພາກສ່ວນຕ່າງໆ ເຊັ່ນ: ຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ນາຊາຍທອງ, ໄຊທານີ, ໂຮງຮຽນສິລະປະແຫ່ງຊາດ ແລະ ສູນພັດທະນາການສຶກສານອກໂຮງຮຽນ (ຫຼັກໄດ້ພ້ອມກັນຈັດຕັ້ງບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ແຕ່ເດືອນຕຸລາ 2022 ເປັນຕົ້ນມາ ໂດຍນຳໃຊ້ຫຼັກສູດການສຶກສານອກໂຮງຮຽນ ປະກອບມີ 9 ວິຊາຮຽນ ຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ, ປະຫວັດສາດ, ສຶກສາພົນລະເມືອງ ແລະ ພາສາອັງກິດ ຊຶ່ງພວກເຮົາໄດ້ເຮັດຂໍ້ຕົກລົງແຕ່ງຕັ້ງຄູສອນມັດທະຍົມຕອນປາຍ ຫຼື ຄູສອນມັດທະຍົມສົມບູນ ທີ່ຢູ່ໃກ້ເຂົ້າມາຊ່ວຍສອນ.

ມາຮອດປະຈຸບັນ ແຕ່ລະແຫ່ງໄດ້ຮຽນຈົບຕາມໂຄງການຫຼັກສູດທີ່ໄດ້ກຳນົດໄວ້ເປັນທີ່ຮຽບຮ້ອຍແລ້ວ ໂດຍປະຕິບັດຕາມໜັງສືແຈ້ງການດັ່ງກ່າວ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດຕັ້ງການສອບເສັງຈົບ ມ.7 ລະບົບບໍາລຸງ ຄື: ສູນສອບເສັງເມືອງສີໂຄດຕະບອງ ສະຖານທີ່ສອບເສັງ ມສ ໜອງດ້ວງ ມີນັກສອບເສັງທັງໝົດ 23 ຄົນ, ຍິງ 11 ຄົນ, ມີ 1 ຫ້ອງສອບເສັງ, ມີກຳມະການທັງໝົດ 14 ຄົນ; ສູນສອບເສັງໂຮງຮຽນສິລະປະແຫ່ງຊາດ ມີນັກສອບເສັງຈາກໂຮງຮຽນສິລະປະແຫ່ງຊາດ 64 ຄົນ, ຍິງ 44 ຄົນ, ນັກສອບເສັງຈາກສູນພັດທະນາການສຶກສານອກໂຮງຮຽນ ( ຫຼັກມີ 17 ຄົນ, ຍິງ 7 ຄົນ ລວມທັງໝົດ 81 ຄົນ, ຍິງ 51 ຄົນ, ມີ 4 ຫ້ອງສອບເສັງ, ມີກຳມະການທັງໝົດ 23 ຄົນ; ສູນສອບເສັງເມືອງນາຊາຍທອງ ສະຖານທີ່ສອບເສັງ ມສ ນາຊາຍທອງ ມີນັກສອບເສັງທັງໝົດ 32 ຄົນ, ຍິງ 17 ຄົນ, ມີ 2 ຫ້ອງສອບເສັງ, ມີກຳມະການທັງໝົດ 16 ຄົນ; ສູນສອບເສັງເມືອງໄຊທານີ ສະຖານທີ່ສອບເສັງ ມສ ທ່າງອນ ມີນັກສອບເສັງທັງໝົດ 24 ຄົນ, ຍິງ 11 ຄົນ, ມີ 1 ຫ້ອງສອບ, ມີກຳມະການທັງໝົດ 14 ຄົນ, ລວມທັງໝົດ ມີນັກສອບເສັງ 160 ຄົນ, ຍິງ 90 ຄົນ, ມີ 4 ສູນສອບເສັງ, ມີ 8 ຫ້ອງສອບເສັງ ແລະ ກຳມະການທັງໝົດ 67 ຄົນ).

ນອກຈາກນັ້ນ, ໃນພິທີ ທ່ານ ນາງ ຄຳໃບ ໄຊຍະລາດ ຜູ້ອໍານວຍການສູນການສຶກສານອກໂຮງຮຽນ ໄດ້ມອບຫົວບົດສອບເສັງໃຫ້ຄະນະຮັບຜິດອອບ ເພື່ອຈັດຕັ້ງການສອບເສັງ ຊຶ່ງການສອບເສັງແມ່ນດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 4-5 ກໍລະກົດ 2023.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here