Thursday, October 3, 2024
Homeຂ່າວໜ້າໜຶ່ງສສຊ ປະກອບຄຳເຫັນຕໍ່ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ

ສສຊ ປະກອບຄຳເຫັນຕໍ່ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ

ພາຍຫຼັງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຂຶ້ນລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍຄະດີແພ່ງ ແລະ ທ່ານ ໄຊຊະ ນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຂຶ້ນລາຍງານກ່ຽວການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ. ຫຼັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານດັ່ງກ່າວ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດນີ້, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ພັອ ຄຳສາຍ ພັນດານຸວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ກ່າວວ່າ: ຜ່ານການລົງຕິດຕາມກວດກາ ແລະ ຮັບຟັງຄຳຄິດເຫັນຂອງປະຊາຊົນໃນເຂດທີ 11 ແຂວງບໍລິຄຳໄຊແມ່ນຢາກໃຫ້ປັບປຸງບາງມາດຕາຂອງກົດໝາຍໂດຍສະເພາະມາດຕາ 3 ຂໍ້ 7 ຊຶ່ງໃນໄລຍະຜ່ານມາເຫັນວ່າບຸກຄົນທີ 3 ໃນຄະດີຍັງບໍ່ທັນອະທິບາຍຄໍາສັບຈະແຈ້ງ. ສະນັ້ນໃນເວລາຈັດຕັ້ງປະຕິບັດຕົວຈິງຄູ່ຄວາມໃນຄະດີຍັງໄດ້ວ່າຈ້າງຜູ້ທີ່ບໍ່ແມ່ນທະນາຍຄວາມ ແລະ ບໍ່ແມ່ນຍາດພີ່ນ້ອງ ກາຍເປັນບຸກຄົນທີ 3 ເຫັນວ່າເວລາດຳເນີນຄະດີພົບຄວາມຫຍຸ້ງຍາກ, ໃນນັ້ນຜູ້ພິພາກສາສານຕັດສິນຄະດີທີ່ນຳໃຊ້ໄດ້ຢ່າງດັດຂາດແລ້ວ ແຕ່ເຫັນວ່າບຸກຄົນທີ 3 ຍັງບໍ່ຍອມ, ຍັງຂໍອຸທອນ ເຮັດໃຫ້ການດຳເນີນຄະດີແກ່ຍາວ, ບໍ່ຍຸຕິທຳ, ໃນມາດຕາ 20 ຫາມາດຕາ 30 ເວົ້າເຖິງສິດ, ໜ້າທີ່ຂອງສານແຕ່ລະຂັ້ນ ເຫັນວ່າຢາກໃຫ້ກຳນົດເປັນມູນຄ່າທາງແພ່ງ ແລະ ໂທດທາງອາຍາຕັດອິດສະ ຫຼະພາບ ເປັນຕົ້ນແມ່ນຄວນກຳນົດໃນສານພາກ, ສານແຂວງ, ສານນະຄອນຫຼວງ.

ທ່ານ ສົມມະນາ ປິ່ນທິບ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຄຳເຫັນວ່າ: ການໃຕ່ສວນໃນທີ່ປະຊຸມຕ່າງ ແລະ ການເອົາຄຳໃຫ້ການຂອງຜູ້ພິພາກສາຢູ່ໃນຈຸດນີ້ ຢາກໃຫ້ເພີ່ມວ່າ: ຄວນພັດທະນາ, ຄວາມເປັນກາງໃຫ້ຄູ່ຄວາມ, ຄູ່ກໍລະນີໃຫ້ມີຄວາມເຊື່ອໝັ້ນກ່ອນການຕັດສິນ ຊຶ່ງຈະເຮັດໃຫ້ການຂໍອຸທອນ ແລະ ລົບລ້າງໜີ້ໜ້ອຍລົງ, ສະນັ້ນຕໍ່ບັນຫາດັ່ງກ່າວ ຖ້າໄດ້ຮັບການແກ້ໄຂຈະເຮັດໃຫ້ຄູ່ກໍລະນີ ຈະບໍ່ມີການລົບລ້າງໜີ້ຫຼາຍ. ສຳລັບບັນຫານິຕິກຳໃຕ້ກົດໝາຍຂອງສານ, ຂອງໄອຍະການທີ່ອອກມາແລ້ວຫຼາຍສະບັບຈຳເປັນບໍ່ທີ່ຈະສົ່ງໃຫ້ສະພາປະຊາຊົນຂັ້ນແຂວງຮັບຮູ້ນຳ.

(ຂ່າວ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments