Wednesday, October 2, 2024
Homeຂ່າວກິລາສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ຈະຈັດກິດຈະກຳຖີບລົດເພື່ອສຸຂະພາບເສົານີ້

ສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ຈະຈັດກິດຈະກຳຖີບລົດເພື່ອສຸຂະພາບເສົານີ້

ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ຈັດກິດຈະກຳຖີບລົດ ເພື່ອສຸຂະພາບ ໃນວັນທີ 8 ກໍລະກົດນີ້ ໄລຍະທາງ 30 ກິໂລແມັດ ອ້ອມຂ້າງນະຄອນຫຼວງວຽງຈັນ ເພື່ອເປັນການປະຕິບັດແຜນການເຄື່ອນໄຫວຂອງສະມາຄົມ ປະຈຳປີ 2023 ແນໃສ່ສົ່ງເສີມສຸຂະພາບມວນຊົນຊາວນະຄອນຫຼວງວຽງຈັນ ກໍຄື ຊາວລາວ ໃຫ້ມີສຸຂະພາບແຂງແຮງ ເວົ້າລວມ, ເວົ້າສະເພາະແມ່ນບັນດາສະມາຊິກພາຍໃນສະມາຄົມນັກທຸລະກິດຮ້ານອາຫານລາວ ໄດ້ມີໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເສີມສ້າງທຸລະກິດໃຜລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ຕາມການລາຍງານຂອງທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ແຈ້ງໃຫ້ຊາບວ່າ: ໃນວັນທີ 8 ກໍລະກົດ 2023 ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ຈັດກິດກຳຖີບລົດເພື່ອສຸຂະພາບ ໄລຍະທາງ 30 ກິໂລແມັດ ອ້ອມ 5 ຕົວເມືອງ ໃນນະຄອນຫຼວງວຽງຈັນ ເພື່ອເປັນການປະຕິບັດແຜນການເຄື່ອນໄຫວຂອງສະມາຄົມ ປະຈຳປີ 2023 ເພື່ອສົ່ງເສີມສຸຂະພາບມວນຊົນຊາວນະຄອນຫຼວງວຽງຈັນ ກໍຄື ຊາວລາວ ໃຫ້ມີສຸຂະພາບແຂງແຮງ ເວົ້າລວມ, ເວົ້າສະເພາະແມ່ນບັນດາສະມາຊິກພາຍໃນສະມາຄົມນັກທຸລະກິດຮ້ານອາຫານລາວ ໄດ້ມີໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເສີມສ້າງທຸລະກິດໃຜລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ຊຶ່ງຈຸດເລີ່ມຕົ້ນແມ່ນທີ່ສວນປະຕູໄຊ ເມືອງຈັນທະບູລີ ເລີ່ມເຄື່ອນຂະບວນລົດໃນເວລາ 06:30 ໂມງ ມຸ່ງໜ້າຜ່ານເມືອງສີສັດຕະນາກ ໄປຕາມເສັ້ນທາງບ້ານສາລະຄຳ ຜ່ານຂົວມິດຕະພາບລາວ-ໄທ (ເລກ 1) ລ້ຽວຊ້າຍໜ້າສາງທ່ານາແລ້ງ ໄປຕາມທາງ 450 ປີ ເມືອງຫາດຊາຍຟອງ ໄປພັກເຊົາຢູ່ຈຸດທີ 1 ຕໍ່ໜ້າຮ້ານສຸວັນນີການຄ້າ ເມືອງໄຊທານີ ໃນເວລາ 07:30 ໂມງ ກ່ອນຈະມຸ່ງໜ້າສູ່ບ້ານນາຄວາຍ ຮອດສາມແຍກນາຄວາຍແລ້ວລ້ຽວຂວາມຸ່ງໜ້າໄປຫາສາມແຍກໂນນຫວາຍ ແລ້ວລ້ຽວຊ້າຍ ອອກສູ່ບຶງທາດຫຼວງ ຊຶ່ງເປັນຈຸດສຸດທ້າຍ ເຂດເມືອງໄຊເຊດຖາ ເພື່ອເຕົ້າໂຮມກັນອີກຄັ້ງໜຶ່ງ ສືບຕໍ່ຖີບລົດອ້ອມຮອບບຶງທາດຫຼວງ ອີກໜຶ່ງຮອບ.

ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ໃຫ້ຮູ້ຕື່ມອີກວ່າ: ກິດຈະກຳໃນຄັ້ງນີ້ ຈະມີລົດກູ້ໄພ 1624 ຮ່ວມກັບ ລົດຂອງບໍລິສັດ ເບຍລາວ ຈຳກັດ ຊ່ວຍກັນ ຮັກສາຄວາມປອດໄພ ຫາກວ່າທ່ານໃດເມື່ອຍ ຫຼື ບໍ່ສາມາດໄປຕໍ່ໄດ້ ແມ່ນຈະໄດ້ຮັບການດູແລຈາກທີມງານກູ້ໄພ ແລະ ມີການຈຳກັດຄວາມໄວຢູ່ທີ່ 20-25 ກິໂລແມັດ ແລະ ຂໍໃຫ້ນັກຖີບລົດທຸກທ່ານຈົ່ງເປັນເຈົ້າການຮັກສາລະບຽບ ແລະ ຄວາມປອດໄພນຳກັນ ໃຫ້ຂີ່ເບື້ອງຂວາຢູ່ສະເໝີຫ້າມບໍ່ໃຫ້ແຂ່ງຂັນກັນເດັດຂາດ ໂດຍອຸປະກອນທີ່ຈຳເປັນປະກອບມີ ໝອກ, ແວ່ນ ແລະ ຖົງມື ເປັນຕົ້ນຕໍ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments