Tuesday, October 1, 2024
Homeຂ່າວຕ່າງປະເທດເສດຖະກິດທະເລສີຟ້າສ້າງໂອກາດຊຸກຍູ້ການເຕີບໂຕ GDP ຂອງອາຊຽນ

ເສດຖະກິດທະເລສີຟ້າສ້າງໂອກາດຊຸກຍູ້ການເຕີບໂຕ GDP ຂອງອາຊຽນ

ສຳນັກຂ່າວສານຫວຽດນາມ ປະຈຳ ຈາກາຕາ ລາຍງານວ່າ: ວັນທີ 3 ກໍລະກົດ ຜ່ານມານີ້, ເວທີປາໄສ “ເສດຖະກິດທະເລສີຟ້າອາຊຽນ” ປີ 2023 ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ເກາະບາງກາ ເບລິທຸງ ປະເທດອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນນັບຮ້ອຍຄົນຈາກບັນດາປະເທດໃນພາກພື້ນ.

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ຊູຮາໂຊ ໂມນົວຟາ ລັດຖະມົນຕີກະຊວງແຜນການພັດທະນາແຫ່ງຊາດ ອິນໂດເນເຊຍ ຢືນຢັນວ່າ: “ເສດຖະກິດທະເລສີຟ້າ” ມີຄວາມສາມາດບົ່ມຊ້ອນກາຍເປັນກົນໄກເຕີບໂຕໃໝ່ຂອງປະຊາຄົມອາຊຽນ. ໃນຊຸມປີມໍ່ໆມານີ້, “ເສດຖະກິດທະເລສີຟ້າ” ບໍ່ພຽງແຕ່ຖືວ່າແມ່ນຄວາມພະຍາຍາມຮ່ວມຂອງບັນດາປະເທດສະມາຊິກອາຊຽນ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດລະບາດ ໂຄວິດ-19 ເທົ່ານັ້ນ, ຫາກຍັງແມ່ນກົນໄກເຕີບໂຕຂອງບັນດາປະເທດໃນພາກພື້ນ. ທ່ານ ຊູຮາໂຊ ໂມນົວຟາ ໃຫ້ຮູ້ວ່າ: ການຫັນເປັນ “ເສດຖະກິດທະເລສີຟ້າ” ຈະສ້າງໂອກາດຊຸກຍູ້ການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງແຕ່ລະປະເທດ, ພ້ອມກັນນັ້ນກໍຊຸກຍູ້ບັນດາປະເທດສະມາຊິກອາຊຽນ ບັນລຸເປົ້າໝາຍພັດທະນາແບບຍືນຍົງ (SDG). ໃນໄລຍະດຳເນີນການເປັນປະທານອາຊຽນ ໃນປີ 2023, ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຈະສ້າງຂອບເຂດເສດຖະກິດທະເລສີຟ້າ ເປັນພື້ນຖານເພື່ອສ້າງຄວາມຮັບຮູ້ລວມ ແລະ ແຜນການຊຸກຍູ້ “ເສດຖະກິດທະເລສີຟ້າ” ຢູ່ພາກພື້ນ.

ເວທີປາໄສ “ເສດຖະກິດທະເລສີຟ້າອາຊຽນ 2023” ລວມມີບັນດາການປຶກສາຫາລືກ່ຽວກັບຮ່າງຂອບເຂດເສດຖະກິດທະເລສີຟ້າອາຊຽນ; ການຮ່ວມມື ແລະ ສະໜອງທຶນເສດຖະກິດທະເລສີຟ້າ; ປະກາດຖະແຫຼງການເສດຖະກິດທະເລສີຟ້າ ອິນໂດເນເຊຍ; ໄດ້ວາງສະແດງ ແລະ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງ “ເສດຖະກິດທະເລສີຟ້າ” ຂອງພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments