Tuesday, October 1, 2024
Homeຂ່າວຕ່າງປະເທດ5 ເດືອນຕົ້ນປີນີ້ ຈີນເລັ່ງກໍ່ສ້າງໂຄງການຄົມມະນາຄົມອັນສຳຄັນ

5 ເດືອນຕົ້ນປີນີ້ ຈີນເລັ່ງກໍ່ສ້າງໂຄງການຄົມມະນາຄົມອັນສຳຄັນ

ຂ່າວສານຊີອາໄອລາຍງານ, ໃນ 5 ເດືອນຕົ້ນປີນີ້ ຈີນເລັ່ງກໍ່ສ້າງໂຄງການຄົມມະນາຄົມອັນສຳຄັນຈຳນວນຫຼາຍຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການເປີດກວ້າງຄວາມຕ້ອງການພາຍໃນປະເທດ, ການເຕີບໂຕຢ່າງໝັ້ນທ່ຽງ ແລະ ການສ້າງຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ປັດຈຸບັນ, ຢູ່ພາກຕາເວັນຕົກຂອງຈີນ ແມ່ນພວມພ້ອມກັນກໍ່ສ້າງທາງລົດໄຟຫຼາຍສາຍ ເຊັ່ນ: ທາງລົດໄຟຈຸ່ງກິ່ງ-ຄຸນມິງ ແລະ ທາງລົດໄຟພາກຕາເວັນຕົກຈຸ່ງກິ່ງເປັນຕົ້ນ. ສ່ວນທາງລົດໄຟຄວາມໄວສູງຫຼາຍສາຍເຊັ່ນ: ທາງລົດໄຟຄວາມໄວສູງກຸ້ຍຢ໋າງ-ນານໜິງ ແລະ ຟູໂຈ່ວ-ເຊ້້ຍເມີນ ກໍຈະເລີ່ມນຳໃຊ້ໃນປີນີ້. ໂດຍອີງຕາມໂຕເລກຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ທາງລົດໄຟທົ່ວປະເທດຈີນໄດ້ສຳເລັດການລົງທຶນດ້ານອະສັງຫາລິມະຊັບມູນຄ່າ 206,100 ຕື້ລ້ານຢວນ ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ.

ໃນຂະນະທີ່ເຄືອຂ່າຍທາງລົດໄຟຂອງຈີນນັບມື້ນັບຖີ່ຂຶ້ນ, ໂຄງການທາງຫຼວງທີ່ເປັນຈຸດສຸມຈຳນວນໜຶ່ງກໍພວມເລັ່ງລັດກໍ່ສ້າງຢູ່, ລະດັບຄວາມເປັນອັດສະລິຍະ ແລະ ສີຂຽວດ້ານພື້ນຖານໂຄງລ່າງຄົມມະນາຄົມຈຳນວນໜຶ່ງກໍໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments