Tuesday, October 1, 2024
Homeສຶກສາສວສ ຍົກລະດັບຄູຝຶກຫຼັກແຫຼ່ງໂຄງການຝຶກເວົ້າພາສາລາວ

ສວສ ຍົກລະດັບຄູຝຶກຫຼັກແຫຼ່ງໂຄງການຝຶກເວົ້າພາສາລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID) ໂດຍຜ່ານແຜນງານບີຄວາ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ສໍາລັບໂຄງການຝຶກເວົ້າພາສາລາວ ເພື່ອຊ່ວຍເຫຼືອຄູຮູ້ທັກສະທີ່ຈະສາມາດສອນນັກຮຽນທີ່ເຂົ້າຮຽນຊັ້ນປະຖົມສຶກສາແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ໃຫ້ມີທັກສະຮູ້ໜັງສືພາສາລາວດີຂຶ້ນ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2023 ທີ່ໂຮງແຮມເອພີເອັດ ເມືອງວັງວຽງ ແຂວງວຽຈັນ ໂດຍມີ ທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ບັອບ ແມັກລາລິນ ຫົວໜ້າຮັບຜິດຊອບວຽກງານນະໂຍບາຍ, ຍຸດທະສາດ ແລະ ການບໍລິຫານຂອງແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ (ແຜນງານບີຄວາ) ພ້ອມດ້ວຍຄູຝຶກຫຼັກແຫຼ່ງຈາກ ສວສ , ວິທະຍາໄລຄູດົງຄໍາຊ້າງ, ໂຮງຮຽນປະຖົມສົມບູນສາທິດດົງຄໍາຊ້າງ ແລະ ໂຮງຮຽນປະຖົມທົ່ງກາງ ຈຳນວນ 14 ທ່ານ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາຈັນ ລັດທະຍອດ ກ່າວວ່າ: “ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຄູຝຶກຫຼັກແຫຼ່ງມີຄວາມເຂົ້າໃຈດີກ່ຽວກັບປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ແລະ ມີຄວາມໝັ້ນໃຈໃນການຖ່າຍທອດຄວາມຮູ້ໃຫ້ແກ່ຄູສອນຂັ້ນ ປ.1 ທີ່ຈະຈັດຕັ້ງປະຕິບັດໂຄງການຝຶກເວົ້າພາສາລາວຕັ້ງແຕ່ເດືອນກັນຍາ 2023 ສະນັ້ນ, ພວກເຮົາແມ່ນລໍຖ້າເບິ່ງຜົນສໍາເລັດຂອງຫຼັກສູດຂອງໂຄງການຝຶກເວົ້າສະບັບປັບປຸງໃໝ່ ແລະ ການໃຫ້ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ເພື່ອປັບປຸງຜົນການຮຽນຂອງນັກຮຽນທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວຢູ່ໃນຄອບຄົວ. ຢ່າງໃດກໍຕາມ, ໃນໂອກາດນີ້ພວກເຮົາຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມຣິກາ ທີ່ໃຫ້ການຊ່ວຍເຫຼືອກະຊວງສຶກສາທິການ ແລະ ກິລາ ເພື່ອບັນລຸເປົ້າໝາຍການມອບການສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ”.

ໂອກາດດຽວກັນ, ທ່ານ ບັອບ ແມັກລາລິນ ໄດ້ກ່າວວ່າ: “ຖ້ານັກຮຽນຫາກຍັງບໍ່ເກັ່ງດ້ານພາສາ ໂດຍສະເພາະພາສາທີ່ນໍາໃຊ້ໃນການຮຽນການສອນ ມັນຈະເປັນສິ່ງທີ່ທ້າທາຍທີ່ສຸດສໍາລັບພວກເຂົາທີ່ເຂົ້າໃຈຄໍາເວົ້າຂອງຄູ, ການຮ່ວມກິດຈະກໍາ ແລະ ການຮຽນໃຫ້ໄດ້ຜົນການຮຽນຕາມຄາດໝາຍ. ຊຶ່ງລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ແມ່ນຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ໃຫ້ການຊ່ວຍເຫຼືອຊຸກຍູ້ຄວາມພະຍາຍາມຂອງກະຊວງສຶກສາທິການ ແລະ ກິລາ ເພື່ອນໍາສະເໜີການປັບປຸງຊ່ວຍເຫຼືອໃຫ້ແກ່ນັກຮຽນ ເມື່ອເລີ່ມເຂົ້າຮຽນແຕ່ຍັງບໍ່ທັນເກັ່ງເວົ້າພາສາລາວ. ພວກເຮົາຈຶ່ງຮ່ວມມືກັນ ໃຫ້ສາມາດຍາດມາໄດ້ຜົນສໍາເລັດການມີລະບົບການສຶກສາຮຽນຮ່ວມໃນ ສປປ ລາວ ທີ່ດີຂຶ້ນ ແລະ ເໝາະສົມສໍາລັບເດັກທຸກຄົນ”.

ຢ່າງໃດກໍຕາມ, ກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ສໍາລັບໂຄງການຝຶກເວົ້າພາສາລາວ ຄັ້ງນີ້ ແມ່ນຈະດຳເນີນໄປເປັນເວລາ 5 ວັນ ລະຫວ່າງວັນທີ 3-7 ກໍລະກົດ 2023 ຊຶ່ງການຝຶກອົບຮົມຈະເນັ້ນໃສ່ເນື້ອໃນເອກະສານໂຄງການຝຶກເວົ້າພາສາລາວ ສະບັບປັບປຸງ ແລະ ເຕັກນິກທີ່ມີປະສິດທິພາບໃນການພັດທະນາທັກສະການເວົ້າພາສາລາວຂອງນັກຮຽນ ໂດຍຜູ້ເຂົ້າຮ່ວມຍັງຈະໄດ້ກະກຽມການຝຶກອົບຮົມຄູກ່ຽວກັບການປັບຕົວໃຫ້ກຽມພ້ອມສໍາລັບກິດຈະກໍາຕ່າງໆທີ່ແທດເໝາະກັບລະດັບພາສາຂອງນັກຮຽນ, ນໍາໃຊ້ເກມເພື່ອສ້າງບັນຍາກາດການຮຽນໃຫ້ມ່ວນຊື່ນໃນການຮຽນພາສາ ແລະ ນໍາໃຊ້ພາສາແມ່ຂອງນັກຮຽນເພື່ອສະໜັບສະໜູນການຮຽນພາສາລາວ.

ທັງນີ້, ນອກຈາກໂຄງການຝຶກເວົ້າພາສາລາວແລ້ວ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ກໍາລັງສ້າງສາລະຄະດີຄູຕົວແບບຕອນໃໝ່ ທີ່ຄູສອນແມ່ນເປັນຄູສອນທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ແຂວງຜົ້ງສາລີ ຊຶ່ງຄູທ່ານນີ້ໄດ້ບອກເລົ່າປະສົບການຂອງລາວກ່ຽວກັບການສອນນັກຮຽນຊົນເຜົ່າຜູ້ທີ່ບໍ່ໄດ້ເວົ້າສາລາວເປັນພາສາຫຼັກຢູ່ໃນເຮືອນ. ສາລະຄະດີຕອນນີ້ຈະຖືກອອກອາກາດໄວໆນີ້. ຄູສາມາດຮັບຊົມວິດີໂອເພື່ອເບິ່ງເຕັກນິກການຊ່ວຍເຫຼືອນັກຮຽນຊົນເຜົ່າ ໄດ້ທາງຊ່ອງຢູທູບ ວິດີໂອສໍາລັບການພັດທະນາຄູ Development Videos.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments