Monday, September 30, 2024
Homeຂ່າວກິລາເຊວຊີ ກຽມຂາຍ 10 ນັກເຕະໃນລະດູຮ້ອນນີ້

ເຊວຊີ ກຽມຂາຍ 10 ນັກເຕະໃນລະດູຮ້ອນນີ້

ເຊວຊີ ເຖິງແມ່ນຈະປ່ອຍຕົວນັກເຕະອອກໄປໃນຮອບທໍາອິດແລ້ວ ທັງ ໄຄ ຮາແວດ, ມາເຕໂອ ໂຄວາຊິສ, ເມສັນ ເມົາ ແລະ ເອັນໂກໂລ່ ກັອງເຕ ແຕ່ກໍຍັງມີອີກ 10 ຄົນທີ່ທີມພ້ອມທີ່ຈະຂາຍເຊັ່ນກັນ.

ຫຼັງຈາກປ່ອຍ ໄຄ ຮາແວດ, ມາເຕໂອ ໂຄວາຊິສ, ເມສັນ ເມົາ ແລະ ເອັນໂກໂລ່ ກັອງເຕ, ເອດູອາໂດ ເມນດີ, ຄາລິດູ ຄູລິບາລີ່ ອອກຈາກທີມໄປແລ້ວ ຫຼ້າສຸດ, ຍັງມີລາຍຊື່ນັກເຕະຊື່ດັງອີກເຖິງ 10 ຄົນ ທີ່ໜ້າຈະຖືກປ່ອຍຕົວອອກຈາກທີມດ້ວຍເຊັ່ນກັນ ທັງ ຄຣິສຕຽນ ພູລິຊິກ, ໂຣເມລູ ລູກາກູ, ປີແອຣ໌-ເອເມຣິກ ໂອບາເມຢັງ, ຮາຄິມ ຊິເຢຊ, ຄໍນໍ ກລາເກ, ມາກ ຄູກູເຣຢາ, ຊຸກວູເມນກາ. ດາວິດ ໂຟຟານ່າ ແລະ ເລວີ່ ໂຄນລິວ.

ໜຶ່ງໃນນັກເຕະທີ່ບໍ່ໄດ້ຢູ່ໃນແຜນການສ້າງທີມຂອງ ເມົາຣິຊິໂອ ໂປເຊດຕິໂນ ກໍຄື ພູລິຊິສ ເຊິ່ງ ເອຊີ ມິລານ ຍື່ນຂໍ້ສະເໜີ 12 ລ້ານປອນ ເພື່ອຄວ້າຕົວກອງໜ້າຊາວອາເມຣິກາ ໄປຮ່ວມທີມ ເຊິ່ງເຖິງແມ່ນ ເຊລຊີ ຈະຕັ້ງລາຄາໄວ້ທີ່ 20 ລ້ານປອນ ແຕ່ກໍອາດ ຕ້ອງຫຼຸດຄ່າຕົວລົງ ເພາະນັກເຕະຍັງເຫຼືອສັນຍາອີກພຽງແຕ່ 1 ປີ

ແຕ່ຫຼ້າສຸດ ໂອລິມປິກ ລີຢົງ ຕັດໜ້າຍື່ນຂໍ້ສະເໜີ 25 ລ້ານເອີໂຣ ບວກກັບເງື່ອນໄຂສ່ວນແບ່ງອະນາຄົດໃຫ້ ເຊວຊີ ພິຈາລະນາ ເຊິ່ງເປັນຕົວເລກທີ່ ເຊວຊີໜ້າຈະພໍໃຈ ເຫຼືອພຽງແຕ່ຂັ້ນຕອນການເຈລະຈາສ່ວນແບ່ງໃນອະນາຄົດທີ່ຍັງບໍ່ທັນລົງຕົວ.

ໜັງສືພິມ Corriere dello Sport ຂອງອີຕາລີ ລາຍງານວ່າ ໂປເຊດຕິໂນ ຕ້ອງການຕົວກອງໜ້າໝາຍເລກ 9 ເຊິ່ງເປັນຕໍາແໜ່ງຂອງທີມທີ່ຂາດຫາຍໄປ ໂດຍສົນໃຈ ດູຊານ ວະລາໂຮວິຊ ກອງໜ້າຊາວເຊີເບຍ ຂອງ ຢູເວນຕຸສ ຍື່ນຂໍ້ສະເໜີໃຫ້ 60 ລ້ານເອີໂຣ ແຕ່ທີມຢູເວນຕຸສປະຕິເສດ ເພາະເຂົາຕ້ອງການຄ່າຕົວບໍ່ຕໍ່າກວ່າ70 ລ້ານເອີໂຣ ເທົ່າກັບຕອນທີ່ຊື້ມາຈາກ ຟິອໍເຣນຕີນ່າ.

ຢ່າງໃດກໍຕາມ, ມີລາຍງານວ່າຜູ້ບໍລິຫານຂອງຢູເວນຕຸສ ຈະເດີນທາງມາທີ່ລອນດອນໃນອາທິດນີ້ ເພື່ອເຈລະຈາເລື່ອງຄ່າຕົວກັບ ເຊວຊີ ເພາະ ຢູເວນຕຸສ ກໍບໍ່ປິດໂອກາດທີ່ຈະຂາຍນັກເຕະອອກຈາກທີມ ເນື່ອງຈາກຕ້ອງການລາຍໄດ້ເຂົ້າມາຊ່ວຍດ້ານການເງິນຂອງທີມທີ່ກໍາລັງມີບັນຫາ ອີກທັງຜົນງານນັກເຕະທີ່ຜ່ານມາຍັງບໍ່ກຸ້ມຄ່າຕົວ ໂດຍລະດູການທີ່ຜ່ານມາ ວະລາໂຮວິດ ຍິງໄປໄດ້ພຽງແຕ່ 14 ປະຕູຈາກ 42 ນັດລວມທຸກລາຍການເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments