Sunday, September 29, 2024
Homeຂ່າວຕ່າງປະເທດກຳປູເຈຍ ກຽມພ້ອມຂະບວນການດຳເນີນບັ້ນຫາສຽງເລືອກຕັ້ງ

ກຳປູເຈຍ ກຽມພ້ອມຂະບວນການດຳເນີນບັ້ນຫາສຽງເລືອກຕັ້ງ

ຕາມ​ຂ່າວ​ຈາກ​ວິທະຍຸ​ສາກົນຫວຽດນາມ, ອຳນາດການປົກຄອງນະຄອນຫລວງພະນົມເປັນ ຂອງກຳປູເຈຍ ໄດ້ຫ້າມການສັນຈອນໄປມາໃນບາງເສັ້ນທາງເພື່ອໃຫ້ບັນດາພັກດຳເນີນການໂຮມຊຸມນຸມມິດຕິງ ແລະ ແຫ່ຂະບວນໃນຂອບເຂດບັ້ນຂົນຂວາຍຫາສຽງເລືອກຕັ້ງທົ່ວ​ປະ​ເທດ ​ເປັນເວລາ 3 ອາທິດ, ນັບແຕ່ວັນທີ 1– 21 ກໍລະກົດນີ້ ຫລັງ​ຈາກຈັດການໂຮມ ຊຸມນຸມມິດຕິງຢູ່ຫໍປະຊຸມ ແລະ ງານວາງສະແດງ Koh Pich ເພື່ອແນໃສ່ ສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 72 ປີ ຫລັງຈາກນັ້ນແຫ່ຂະບວນ ຂົນຂວາຍ ການຫາສຽງ ເລືອກຕັ້ງ ດ້ວຍການ ເຂົ້າຮ່ວມ ຫລາຍ​ກວ່າ 76.500 ຄົນ. ຂະນະ​ທີ່ ອົງການ ພັກຮາກຖານ 14 ເມືອງ ຂອງ CPP ກໍ່ໄດ້ ຈັດກິດຈະກຳ ແຫ່ຂະບວນ ຂົນຂວາຍ ການຫາສຽງ ເລືອກຕັ້ງ ຢູ່ເມືອງຕ່າງໆ ໃນບໍລິເວນ ພະນົມເປັນ. ບັນດາພັກ ຂະແມ ສາມັກຄີ ແຫ່ງຊາດ (KNUP), ຂະແມພົ້ນທຸກ (KAPP) ແລະ ຂະແມ ປອງດອງ (KUP) ໄດ້ຈັດການ ໂຮມຊຸມນຸມ ມິດຕິງ ແລະ ດຳເນີນການ ແຫ່ຂະບວນ ໃນເສັ້ນທາງ ສາຍຕ່າງໆ ຢູ່ນະຄອນຫລວງ ພະນົມເປັນ ເຊັ່ນດຽວ ກັນ.ຂະນະ​ທີ່ ກຳລັງ ເຈົ້າໜ້າທີ່ ຕຳຫລວດນະຄອນ ຈັດສົ່ງກຳລັງ ລົງເຄື່ອນໄຫວ ຫລາຍກວ່າ 4.000 ຄົນ ເພື່ອຮັບປະກັນ ຄວາມສະຫງົບ ປອດໄພ, ຄວາມເປັນ ລະບຽບ ຮຽບຮ້ອຍ ໃນໄລຍະດຳເນີນ ບັ້ນຂົນຂວາຍ ຫາສຽງ ເລືອກຕັ້ງຢູ່ ນະຄອນຫວງ ພະນົມເປັນ ຢ່າງ​ເຂັ້ມແຂງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments