Saturday, September 28, 2024
Homeຂ່າວໜ້າໜຶ່ງທາບທາມຄວາມເຫັນ ໃສ່ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

ທາບທາມຄວາມເຫັນ ໃສ່ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບທະນາຄານພັດທະນາອາຊີ ຈັດກອງປະຊຸມທາບທາມຄວາມຄິດເຫັນ ເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສຳລັບ 6 ພາກກາງ ແລະ 4 ພາກໃຕ້ ໃນວັນທີ 3 ກໍລະກົດ 2023 ທີ່ແຂວງຈຳປາສັກ ໂດຍເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ຖວທ, ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ໃນການປັບປຸງຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີຄະນະຮັບຜິດຊອບທາບທາມຮ່າງກົດໝາຍຈາກສູນກາງ, ມີຜູ້ຕາງໜ້າຈາກພະແນກ ຖວທ 6 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ເຂົ້າຮ່ວມ.

ທ່ານ ອຸ່ນທວງ ຂາວພັນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວໃຫ້ລະອຽດໃນທຸກໆໝວດ, ມາດຕາ ແລະ ປັບປຸງບາງຄຳສັບແນໃສ່ເຮັດໃຫ້ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສົມບູນຫລາຍຂຶ້ນ, ພ້ອມທັງຮັບປະກັນໃຫ້ສອດຄ່ອງກັບເຕັກນິກວິຊາການ ຂອງການຮ່າງກົດໝາຍ ເພື່ອນຳເອົາຮ່າງກົດໝາຍດັ່ງກ່າວເຂົ້າພິຈາລະນາໃນກອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ປະຈໍາປີ 2023 ທີ່ຈະມາເຖິງ.

ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ມີທັງໝົດ 12 ໝວດ 144 ມາດຕາ ໂດຍມີຈຸດປະສົງເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຄື່ອນໄຫວ, ຄຸ້ມຄອງ ແລະ ຕິດຕາມກວດກາວຽກງານທ່ອງທ່ຽວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄຸນນະພາບ, ປະສິດທິພາບ, ມີຄວາມສະຫງົບ, ປອດໄພ, ເປັນລະບຽບຮຽບຮ້ອຍ, ປົກປ້ອງສິດຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ຮັບປະກັນປົກປັກຮັກສາຊັບພະຍາກອນທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃຫ້ຄົງຄຸນຄ່າ, ຂະຫຍາຍຕົວ ແລະ ໄດ້ມາດຕະຖານ ແນໃສ່ສົ່ງເສີມ ແລະ ພັດທະນາການ ທ່ອງທ່ຽວດ້ານທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ດຶງດູດນັກທ່ອງທ່ຽວ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງກະຕຸ້ນການຜະລິດສິນຄ້າພາຍໃນ, ສ້າງວຽກເຮັດງານທຳ, ສ້າງລາຍຮັບ, ກະຈາຍລາຍໄດ້ສູ່ສັງຄົມ, ສາມາດເຊື່ອມໂຍງກັບພາກພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວ ຕາມທິດສີຂຽວ ແລະ ຍືນຍົງ.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments