Saturday, September 28, 2024
Homeຂ່າວພາຍໃນເຜີຍແຜ່ເອກະສານວຽກງານຂອງຫ້ອງວ່າການສູນກາງພັກ

ເຜີຍແຜ່ເອກະສານວຽກງານຂອງຫ້ອງວ່າການສູນກາງພັກ

ຫ້ອງວ່າການສູນກາງພັກ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບ ວຽກງານຂອງຫ້ອງວ່າ ການສູນກາງພັກ ໃນວັນທີ 3 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະປະ ຈຳພັກ, ຄະນະພັກ, ຄະນະກົມ, ພະນັກງານຂັ້ນພະແນກ ແລະ ວິຊາການພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 18/ກມສພ, ລົງວັນທີ23 ມິຖຸນາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສູນກາງພັກສະບັບໃໝ່ ເຊິ່ງກຳນົດທີ່ຕັ້ງ ແລະ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດໃນການເປັນເສນາທິການ ດ້ານເນື້ອໃນ, ເປັນໃຈກາງປະສານງານ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາທິການໃຫຍ່, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ກຳນົດໂຄງປະກອບການ ຈັດຕັ້ງ ແລະ ບຸກຄະລາກອນ ເຊິ່ງຈະໄດ້ປັບປຸງໂຄງປະກອບການຈັດຕັ້ງຈາກ 12 ກົມ ມາເປັນ 11 ກົມ, ໄດ້ຮັບຟັງການເຜີຍແຜ່ມະຕິຕົກລົງຂອງຄະນເລຂາທິການສູນກາງພັກ ສະບັບເລກທີ 389/ຄລສພ, ລົງວັນທີ 26 ມິຖຸນາ 2023 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຫ້ອງວ່າການສູນກາງພັກ, ພ້ອມນີ້ ກໍໄດ້ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງຊີ້ນຳຂອງຄະນະປະຈຳພັກ, ຄະ ນະຫ້ອງວ່າການສູນກາງພັກຄືນໃໝ່ ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ, ວ່ອງໄວ ແລະ ມີປະສິດທິຜົນຂຶ້ນໄປເລື້ອຍໆ.

ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເພື່ອໃຫ້ພະ ນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກ່ຽວກັບການປັບປຸງພາລະບົດບາດ ແລະ ໂຄງປະກອບການຈັດຕັ້ງແມ່ນຄວາມຈຳເປັນພາວະວິໄສ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບສຸມທຸກສະຕິປັນຍາ, ເຫື່ອແຮງຄວາມສາມາດ ການນຳພາຊີ້ນຳວຽກງານໃຫ້ມີປະສິດທິຜົນຍິ່ງກວ່າເກົ່າ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments