Saturday, September 28, 2024
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງຄຸ້ມຄອງການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງຄຸ້ມຄອງການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ

ໃນວາລະດຳເນີນ ກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ກໍລະ ກົດ 2023 ນີ້, ທ່ານ ລິນຄຳ ດວງສະຫວັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດ ຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຂຶ້ນປະ ກອບຄຳເຫັນໃສ່ບົດລາຍງານ ຂອງ ກະ ຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ການສ້າງຍຸດທະ ສາດການຄຸ້ມຄອງ, ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030 ເຊິ່ງໂດຍລວມແລ້ວ ຄະນະປະຈຳສະພາແຫ່ງຊາດ ແມ່ນເຫັນດີເປັນເອກະ ພາບ ຕໍ່ເນື້ອໃນ ຂອງຮ່າງຍຸດທະສາດ ສະບັບດັ່ງກ່າວ, ເປັນຕົ້ນ ແຜນງານ, ແຜນດຳເນີນງານ, ເປົ້າໝາຍ, ແຜນວຽກຈຸດສຸມ ແລະ ບັນດາກິດຈະກຳ ລວມທັງມາດຕະການໃນການຈັດຕັ້ງປະ ຕິບັດ ທີ່ໄດ້ກຳນົດໄວ້ ໃນຮ່າງຍຸດທະສາດ. ແຕ່ຍັງມີ ຫລາຍບັນຫາສຳຄັນ ທີ່ເປັນສິ່ງທ້າທາຍ ທີ່ລັດຖະບານ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ແກ້ໄຂ ຢ່າງຮີບດ່ວນ ເພື່ອຮັບ ປະກັນ ເຮັດໃຫ້ການຄຸ້ມຄອງ ນຳໃຊ້ນໍ້າ ແລະ ຊັບພະຍາ ກອນນໍ້າ ມີປະສິດ ທິພາບ, ປະສິດທິຜົນ.

ທ່ານ ລິນຄຳ ດວງສະຫວັນ ສະເໜີ ໃຫ້ລັດຖະບານ ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດນໍ້າ ແລະ ຊັບພະຍາກອນນ້ຳ ເພື່ອເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງປະຕິບັດ ຍຸດທະສາດການຄຸ້ມຄອງ, ການນໍາໃຊ້ນ້ຳ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030 ໃຫ້ສຳເລັດ ຕາມຄາດໝາຍ ແລະ ໃຫ້ສອດຄ່ອງກັບ ຍຸດທະສາດ ຂອງຂະແໜງການ ທີ່ກ່ຽວຂ້ອງ ເປັນຕົ້ນ ຂະ ແໜງກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ການທ່ອງທ່ຽວ, ສຶກສາ, ສາທາລະ ນະສຸກ ແລະ ແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ.ພ້ອມທັງ ໃຫ້ເອົາໃຈໃສ່ສ້າງກຳນົດກົນໄກ ການປະສານງານກັບພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ເປັນລະບົບຄົບຊຸດ ເປັນຕົ້ນ, ສະໜອງຂໍ້ມູນຂ່າວ ສານ, ເຄື່ອງມືອຸປະກອນ ແລະ ການແບ່ງຄວາມຮັບຜິດຊອບ ຢ່າງຂາດຕົວ ເພື່ອບໍ່ໃຫ້ມີການຖິ້ມຄວາມຮັບຜິດຊອບໃຫ້ກັນ; ເອົາໃຈໃສ່ຕິດຕາມ ກວດກາ ການຈຳກັດ ແລະ ບໍາບັດນໍ້າເປື້ອນ, ນໍ້າເສຍຈາກ ຄົວເຮືອນ, ໂຮງງານອຸດສາຫະກຳ ແລະ ກິດຈະການອື່ນໆ ກ່ອນປ່ອຍອອກສູ່ຄອງ, ຮ່ອງລະບາຍນ້ໍາ ແລະ ແມ່ນ້ໍາທຳ ມະຊາດ ເພື່ອຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ ສິ່ງແວດ ລ້ອມ ສັງຄົມ ແລະ ທຳມະຊາດຫລາຍ; ຄຸ້ມຄອງຫ້ວຍ, ໜອງ, ຮ່ອງ ຄອງບຶງຕ່າງໆ ໂດຍບໍ່ໃຫ້ຖົມ, ສ້າງສິ່ງກີດ ຂວາງ ຕໍ່ລະບົບລະບາຍນໍ້າ ຫລື ຈັບຈອງເອົາເປັນຂອງສ່ວນຕົວ ພ້ອມທັງ ເຂັ້ມງວດປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ລະເມີດ; ກົນໄກການຄຸ້ມຄອງບໍລິ ຫານ ແລະ ຈັດການນໍ້າ ຢູ່ໃນເຂດອ່າງຮັບນ້ຳ ຕ້ອງໄດ້ມີການປະສານສົມທົບ ແລະ ເອກະພາບກັນ ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ກັບການຄຸ້ມຄອງ, ນຳໃຊ້ ນ້ຳ ແລະ ຊັບພະຍາ ກອນນໍ້າ; ເອົາໃຈໃສ່ໃນການປົກປັກຮັກ ສາ ແລະ ການຟື້ນຟູນໍ້າ ແລະ ຊັບພະຍາ ກອນນໍ້າ ເປັນຕົ້ນ ເຂດປ່າຍອດນໍ້າ, ທີ່ດິນບໍລິເວນນໍ້າ ເພື່ອຮັບປະກັນໃຫ້ ມີຄຸນນະ ພາບດີ ມີປະລິມານທີ່ພຽງພໍ ເພື່ອຕອບສະໜອງໃຫ້ແກ່ການບໍລິໂພກ-ອຸປະໂພກ.

ສຳລັບ ການຈັດຕັ້ງຜັນຂະຫຍາຍ ຍຸດທະ ສາດສະບັບນີ້, ສະເໜີໃຫ້ມີການປະສານ ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງກົມກຽວ ແລະ ເປັນເອກະພາບກັນ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິ ບັດຍຸດທະສາດດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ຕິດຕາມ ກວດກາ ການນຳໃຊ້ນໍ້າໃຕ້ດິນ ໃຫ້ເປັນລະບົບ ແລະ ຖືກ ຕ້ອງຕາມລະບຽບການຄຸ້ມຄອງນ້ຳໃຕ້ດິນ ເພື່ອຮັບປະກັນການນໍາໃຊ້ນໍ້າໃຕ້ດິນ ໃຫ້ຖືກຕ້ອງຕາມເປົ້າໝາຍ, ປະຢັດ, ມີປະສິດທິຜົນ ແນໃສ່ຮັກສາຄວາມສົມດຸນທາງດ້ານປະລິ ມານ ແລະ ຄຸນນະພາບ ຂອງນໍ້າໃຕ້ດິນ; ສ້າງ ແລະ ພັດທະ ນາບຸກຄະລາກອນ ທີ່ຮັບຜິດຊອບວຽກງານນໍ້າ ແລະ ຊັບ ພະຍາກອນນໍ້າ ໃຫ້ໄດ້ທັງປະ ລິມານ ແລະ ຄຸນນະພາບ ສາ ມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງ ການຂອງວຽກງານດັ່ງກ່າວ ແລະ ໃຫ້ເອົາໃຈໃສ່ໂຄສະນາເຜີຍ ແຜ່ຂໍ້ມູນຂ່າວ ສານ ວຽກງານນໍ້າ ແລະ ຊັບພະຍາກອນນ້ຳ ຢ່າງກວ້າງຂວາງໃຫ້ທຸກພາກສ່ວນໃນສັງຄົມ, ປະຊາຊົນ ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ຢ່າງເປັນປະຈຳ.

ຂ່າວ: ທະນູທອງ ພາບ: ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments