Friday, September 27, 2024
Homeຂ່າວພາຍໃນຜະລິດຕະພັນນໍ້າດື່ມ ຂອງອົງການກາແດງແຫ່ງຊາດລາວ

ຜະລິດຕະພັນນໍ້າດື່ມ ຂອງອົງການກາແດງແຫ່ງຊາດລາວ

ໄປຄຽງຄູ່ກັບການເຄື່ອນໄຫວວຽກງານຮັບໃຊ້ສັງຄົມຕາມພາລະບົດບາດ ແລະໜ້າທີ່ຂອງຕົນດ້ານຕ່າງໆນັ້ນ ການຜະລິດ ແລະໃຫ້ບໍລິການຜະລິດຕະພັນນໍ້າດື່ມແກ່ສັງຄົມຂອງອົງການກາແດງແຫ່ງຊາດລາວ ແມ່ນກິດຈະກໍາໜຶ່ງທີ່ເລີ່ມໃຫ້ບໍລິການສັງຄົມຫວ່າງບໍ່ດົນມານີ້, ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ຮູ້ວ່າ: ການຜະລິດນໍ້າດື່ມທີ່ເປັນຜະລິດຕະພັນຂອງອົງການກາແດງແຫ່ງຊາດລາວ ແມ່ນໄດ້ບົດຮຽນຈາກການຄວບຄຸມ ການລະບາດຂອງພະຍາດໂຄວິດ 19 ໄລຍະຜ່ານມາ ເພາະເວລາເອົາຜູ້ເຄື່ອນຍ້າຍມາຈໍາກັດບໍລິເວນຢູ່ສູນ ເຂົາເຈົ້າຕ້ອງໄດ້ດື່ມນໍ້າ, ກິນອາຫານ ເຊິ່ງເວລານັ້ນອົງການກາແດງແຫ່ງຊາດລາວ ໄດ້ສົມທົບກັບກາແດງປະເທດສະວິດ ແລະອົງການຊີກວົງເດືອນແດງສາກົນ ໄດ້ນໍາໃຊ້ງົບປະມານຈໍານວນໜຶ່ງຊື້ອາຫານປະຈໍາວັນ ແລະນໍ້າດື່ມໃຫ້ຜູ້ມາຈໍາກັດບໍລິເວນຢູ່ສູນແຫ່ງຕ່າງໆ, ສະນັ້ນຈຶ່ງເກີດມີແນວຄິດຢາກຜະລິດນໍ້າດື່ມເປັນຂອງກາແດງເອງ ເພາະວ່າການຊ່ວຍເຫລືອໄພພິບັດຕ່າງໆ ກ່ອນອື່ນຕ້ອງມີນໍ້າດື່ມ ເຖິງວ່າຈະມີເຄື່ອງຜະລິດນໍ້າດື່ມ ແຕ່ປະຊາຊົນຈໍານວນໜຶ່ງຍັງບໍ່ມີຄວາມໝັ້ນໃຈໃນການດື່ມ ພຽງແຕ່ໃຊ້ສອຍ ຫລືນໍາໄປຕົ້ມແລ້ວຈຶ່ງດື່ມ, ສະນັ້ນຈຶ່ງຢາກມີນໍ້າດື່ມທີ່ເປັນຜະລິດຕະພັນຂອງກາແດງ ເພື່ອໃຫ້ມີລາຄາຖືກລົງ ທັງມີສໍາຮອງໄວ້ ຖ້າຕ້ອງການດ່ວນ ກໍມີນໍ້າດື່ມຂອງການແດງໄປຊ່ວຍຢ່າງທັນການ.

ໂອກາດນີ້ ທ່ານ ສຈ ດຣ ພູທອນ ເມືອງປາກ ຈຶ່ງແຈ້ງຂ່າວເຖິງບໍລິສັດ, ຫ້າງຮ້ານ, ບຸກຄົນ ຫລືພາກສ່ວນຕ່າງໆ ຢາກສະໜັບສະໜູນນໍ້າດື່ມ ຂໍໃຫ້ເລືອກນໍາໃຊ້ຜະລິດຕະພັນນໍ້າດື່ມຂອງອົງການກາແດງແຫ່ງຊາດລາວ ເພື່ອດື່ມ ຫລືໄປຈໍາໜ່າຍ ເພາະວ່າທ່ານຊື້ນໍ້າດື່ມຂອງອົງການກາແດງແຫ່ງຊາດລາວແຕ່ລະຕຸກ ຖືວ່າທ່ານໄດ້ປະກອບສ່ວນເຂົ້າໃນວຽກງານມະນຸດສະທໍາ ຍ້ອນວ່າເງິນສ່ວນເກີນຈາກຕົ້ນທຶນການຜະລິດທຸກກີບຈະຖືກນໍາໃຊ້ເຂົ້າເຂົ້າໃນວຽກງານຊ່ວຍເຫລືອສຸກເສີນຜູ້ປະສົບໄພພິບັດ ໂດຍທ່ານສາມາດຊື້ຜະລິດຕະພັນນໍ້າດື່ມຂອງກາແດງລາວໄປບໍລິໂພກໃນລາຄາຖືກ ທັງໄດ້ມາດຖານດ້ານຄຸນນະພາບ, ເຊິ່ງແມ່ນບໍລິສັດເບຍສະຫວັນນະເຂດເປັນຜູ້ຜະລິດໃຫ້, ເຊິ່ງໄດ້ຜ່ານກວດກາດ້ານຄຸນນະພາບ ແລະມາດຖານມາແລ້ວ ໂດຍທ່ານສາມາດຕິດຕໍ່ໄດ້ທີ່ສໍານັກງານອົງການກາແດງແຫ່ງຊາດລາວ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ແລະກາແດງຂອງແຂວງຈໍານວນໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments