Friday, September 27, 2024
Homeຂ່າວການເມືອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ບົນເສັ້ນທາງເຕີບໃຫຍ່ຂະຫຍາຍຕົວ ຄົບ ຮອບ 40 ປີ (29/6/1983-29/6/2023)

ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ບົນເສັ້ນທາງເຕີບໃຫຍ່ຂະຫຍາຍຕົວ ຄົບ ຮອບ 40 ປີ (29/6/1983-29/6/2023)

ຄະນະພົວພັນຕ່າງປະເທດສູນກາງພັກ (ມີຕົວອັກອັກສອນຫຍໍ້ ຄຕພ) ເປັນອົງການຈັດຕັ້ງໜຶ່ງຂອງພັກ ຂື້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງ, ມີພາລະບົດບາດເປັນເສນາທິການໃຫ້ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄ້ວາແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນຕ່າງປະເທດຂອງພັກ; ຕາງໜ້າສູນກາງພັກ ໃນການພົວພັນຮ່ວມມືກັບພັກການເມືອງຂອງຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕາມການມອບໝາຍຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພ້ອມທັງເປັນເຈົ້າການຊີ້ນໍາ, ຄຸ້ມຄອງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງອົງການຈັດຕັ້ງພັກ ແລະ ການທູດປະຊາຊົນໃຫ້ມີຄວາມເປັນເອກະພາບ ໂດຍຜ່ານປະຕູດຽວ.

ບົນເສັ້ນທາງແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງ ພັກປະຊາຊົນ ປະຕິວັດລາວ, ວຽກງານຕ່າງ ປະເທດ ຂອງ ພັກ ໄດ້ຜ່ານວິວັດທະນາການທາງດ້ານປະຫວັດສາດອັນສໍາຄັນທີ່ຕິດພັນກັບຂະບວນການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກູ້ຊາດຈົນຮອດໄລຍະປົດປ່ອຍຊາດ ໃນປີ 1975 ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໄລຍະນັ້ນ, ອົງການທີ່ເຮັດວຽກງານຕ່າງປະເທດ ທັງສາຍພັກ ແລະ ສາຍລັດ ໄດ້ ລວມສູນຢູ່ບ່ອນດຽວນັ້ນຄື: ຫ້ອງການຕໍ່ສູ້ການເມືອງ ແລະ ຕ່າງປະເທດຂອງແນວລາວຮັກຊາດ ທີ່ມີສໍານັກງານຕັ້ງຢູ່ ເມືອງ ວຽງໄຊ, ແຂວງຫົວພັນ.

ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພັກປະຊາຊົນປະຕິວັດລາວ ໄດ້ຮັບການເສີມຂະຫຍາຍການພົວພັນຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ ຕິດພັນກັບການທູດເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໂດຍມອບໝາຍໃຫ້ກະຊວງການຕ່າງປະເທດຮັບຜິດຊອບວຽກງານການຕ່າງປະເທດດ້ານລັດ ແລະ ເນື່ອງຈາກການພົວພັນຕ່າງປະເທດຂອງພັກ ແລະ ລັດເຮົານັບມື້ນັບເປີດກວ້າງ, ຈຶ່ງມີຄວາມຈຳເປັນໃຫ້ມີການສ້າງຕັ້ງຄະນະຮັບຜິດຊອບການພົວພັນຕ່າງປະເທດຂອງພັກຂຶ້ນຕ່າງຫາກ. ດັ່ງນັ້ນ, ກົມການເມືອງສູນກາງພັກ ຈຶ່ງມີມະຕິຕົກລົງ ສະບັບເລກທີ 18/ກມສພ, ລົງວັນທີ 04 ມິຖຸນາ 1983 ວ່າດ້ວຍການແຕ່ງຕັ້ງຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍແມ່ນ ສະຫາຍ ພູນ ສີປະເສີດ, ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ອອກກົດລະບຽບ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ສະບັບທໍາອິດ ເລກທີ 23/ກມສພ, ລົງວັນທີ 29 ມິຖຸນາ 1983.

ຕະຫຼອດໄລຍະ 40 ປີ ຜ່ານມາ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິ ມານ ແລະ ຄຸນນະພາບ, ເພື່ອຮອງຮັບການປະຕິບັດໜ້າທີ່ການເມືອງໃນແຕ່ລະໄລຍະ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ປັບປຸງໂຄງປະກອບການຈັດ ຕັ້ງ ແລະ ພາລະບົດບາດ ຂອງ ຕົນ ໂດຍໄດ້ແບ່ງອອກເປັນ 5 ໄລຍະ ດັ່ງນີ້:

– ໄລຍະທີ 1: ແຕ່ປີ 1983 ເຖິງ 1994: ປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 18/ກມສພ, ລົງວັນທີ 04 ມິຖຸນາ 1983, ສະຫາຍ ພູນ ສີປະເສີດ, ກຳມະການກົມການເມືອງສູນກາງພັກ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ທຳອິດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 23/ກມສພ, ລົງວັນທີ 29 ມິຖຸນາ 1983, ກົງຈັກການຈັດຕັ້ງຂອງຄະນະພົວພັນຕ່າງປະເທດສູນກາງພັກ ປະກອບມີ 3 ກົມ: ຫ້ອງການ, ກົມຄົ້ນຄວ້າສັງລວມການພົວພັນ ລະຫວ່າງພັກກັບພັກ ແລະ ກົມຊີ້ນຳການເຄື່ອນໄຫວສາກົນຂອງອົງການຈັດຕັ້ງມະຫາຊົນ. ໃນທ້າຍປີ 1980 ຫາຕົ້ນຊຸມປີ 1990, ສະພາບການຂອງໂລກມີການຜັນແປຢ່າງສັບສົນ ກ້າວໄປເຖິງການລົ້ມສະລາຍ ຂອງ ສ. ໂຊວຽດ ແລະ ບັນດາປະເທດສັງຄົມນິຍົມໃນເອີຣົບຕາເວັນອອກ ອັນໄດ້ສົ່ງຜົນກະທົບແກ່ຂະບວນການກອມມູນິດ ແລະ ກຳມະກອນສາກົນ, ຂະບວນການກ້າວໜ້າໃນພາກພື້ນຕ່າງໆ ຂອງໂລກ, ເຮັດໃຫ້ການພົວພັນລະຫວ່າງ ພັກ-ລັດເຮົາ ກັບບັນດາປະເທດສັງຄົມນິຍົມຫລຸດຜ່ອນລົງຫຼາຍ. ສະນັ້ນ, ເພື່ອເຮັດໃຫ້ການເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດສູນກາງພັກມີຄວາມສອດຄ່ອງກັບສະພາບຕົວຈິງໃນໄລ ຍະນັ້ນ, ກົມການເມືອງສູນກາງພັກ ຈຶ່ງຕົກລົງໃຫ້ມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່ ໂດຍຫລຸດດຈຳນວນກົມຈາກ 3 ກົມ ໃຫ້ເຫຼືອພຽງກົມດຽວ ທັງຮັບຜິດຊອບການພົວພັນດ້ານພັກ ແລະ ອົງການຈັດຕັ້ງມະຫາຊົນ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 36/ກມສພ, ລົງວັນທີ 28/12/ 1989.

ໄລຍະທີ 2: ແຕ່ປີ 1994-2006: ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນມີການປ່ຽນແປງຢ່າງວ່ອງໄວ ແລະ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງ ພັກ, ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງສະບັບເລກທີ 43/ກມສພ, ລົງວັນທີ 24 ທັນວາ 1994 ວ່າດ້ວຍການປັບປຸງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະຄົ້ນຄວ້າວິໄຈການເມືອງ ໂດຍໂອນເອົາ 3 ພາກສ່ວນເຂົ້າກັນຄື: ພາກສ່ວນຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຄະນະຄົ້ນຄວ້າວິໄຈການເມືອງ ໂດຍແມ່ນສະຫາຍ ສົມສະຫວາດ ເລັ່ງສະຫວັດ, ກຳມະການສູນກາງພັກ ໄລຍະນັ້ນ ເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈົນເຖິງປີ 2006. ໃນໄລຍະນີ້ ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງ ສະບັບເລກທີ 32/ກມສພ, ລົງວັນທີ 29/08/1995 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍປັບປຸງກົງຈັກການຈັດຕັ້ງເປັນ 4 ກົມ ຄື: ຫ້ອງການ, ກົມຄົ້ນຄວ້າ-ສັງລວມ, ກົມພົວພັນພັກ ແລະ ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; ໃນປີ 2002, ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງ ສະບັບເລກທີ 97/ກມສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດສູນກາງພັກ, ຊຶ່ງໄດ້ກຳນົດກົງຈັກການຈັດຕັ້ງຂອງຄະນະພົວພັນຕ່າງປະເທດສູນກາງພັກ ເພີ່ມຂຶ້ນເປັນ 5 ກົມ ຄື: ຫ້ອງການ, ກົມຄົ້ນຄວ້າ-ສັງລວມ, ກົມພົວພັນພັກ, ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ແລະ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.

– ໄລຍະທີ 3: ແຕ່ປີ 2006-2015: ອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 78/ກມສພ, ລົງ ວັນທີ 9 ມິຖຸນາ 2006, ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ທັງເປັນຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ລັດຖະມົນຕີກະຊວງການຕ່າງປະເທດ. ອີງຕາມຂໍ້ກຳນົດຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດຂອງສູນກາງພັກ, ເລກທີ 06/ຄລສພ, ລົງວັນທີ 30 ກໍລະກົດ 2008, ກົງ ຈັກການຈັດຕັ້ງຂອງຄະນະພົວພັນຕ່າງປະເທດ ໄດ້ປັບປຸງໄລຍະນັ້ນຈາກ 5 ກົມ ເຫລືອພຽງ 3 ກົມ ຄື: ຫ້ອງການ, ກົມພົວ ພັນພັກ ແລະ ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ.

– ໄລຍະທີ 4: ແຕ່ປີ 2015-2020: ຍ້ອນເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການຕ່າງປະເທດ ໃນເງື່ອນໄຂທີ່ປະເທດເຮົາພວມມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ນັບມື້ນັບກວ້າງຂວາງ, ເລິກເຊິ່ງບວກກັບບໍລິມາດການຊີ້ນຳ-ນຳພາ ຂອງ ຄະນະພັກຂະແໜງການຕ່າງປະເທດນັບມື້ນັບຫຼາຍຂຶ້ນ, ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງແຍກອົງຄະນະພັກກະຊວງການຕ່າງປະເທດ ແລະຄະນະພົວພັນຕ່າງປະເທດສູນກາງພັກອອກເປັນ 2 ອົງຄະນະພັກເອກະ ລາດ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ ລົງວັນທີ 4 ພຶດສະພາ 2015 ແລະ

ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 08/ກມສພ, ລົງວັນທີ 22 ເມສາ 2015, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ. ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 41/ຄລສພ, ລົງວັນທີ 3 ພຶດສະພາ 2016, ກົງຈັກການຈັດຕັ້ງຂອງຄະນະພົວພັນຕ່າງປະເທດສູນກາງພັກໄດ້ປັບປຸງຄືນ ໂດຍປະກອບມີ 6 ກົມຄື: ຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມຄົ້ນຄວ້າ-ສັງລວມ, ກົມອາຊີ-ປາຊີຟິກ ແລະ ອາຟຣິກກາ, ກົມເອີຣົບ-ເອເມຣິກາ ແລະ ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ.

– ໄລຍະທີ 5: ແຕ່ປີ 2021- ປັດຈຸບັນ: ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງເລກທີ 21/ກມສພ, ລົງວັນທີ 24/03/2021 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເປັນເລຂາຄະນະບໍລິ ຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໂຄງປະກອບການຈັດຕັ້ງຂອງຄະນະພົວພັນຕ່າງປະເທດສູນກາງພັກ ມີ 6 ກົມ ຄື: ຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມຄົ້ນຄວ້າ-ສັງລວມ, ກົມອາຊີ-ປາຊີຟິກ ແລະ ອາຟຣິກກາ, ກົມເອີຣົບ-ອາເມຣິກາ ແລະ ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ. ອີງໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ເພື່ອໃຫ້ສອດຄ່ອງກັບວຽກງານໄລຍະໃໝ່ ມາຮອດປີ 2023 ຄະນະເລຂາທິການສູນກາງພັກ ໄດ້ອອກມະຕິຕົກລົງ ສະບັບເລກທີ 310/ຄລສພ, ລົງວັນທີ 23/02/2023 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນນັ້ນ, ໄດ້ປ່ຽນຊື່ໃໝ່ 2 ກົມ ຄື: ກົມຄົ້ນຄວ້າ-ສັງລວມ ເປັນ ກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ແລະ ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ເປັນ ກົມການທູດປະຊາຊົນ. ປະຈຸບັນ, ຄະນະພົວພັນຕ່າງປະເທດສູນກາງພັກມີພະ ນັກງານທັງໝົດ150 ກວ່າຄົນ.

ປະຕິບັດຕາມແນວທາງການຕ່າງປະເທດ ຂອງ ພັກຕິດພັນກັບຍຸດທະສາດລວມຂອງການພົວພັນກັບຕ່າງປະເທດ,ການເຄື່ອນໄຫວການທູດດ້ານພັກ ຕະຫຼອດໄລຍະແຫ່ງການຕໍ່ສູ້ ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄືການປົກຮັກ ສາປະເທດຊາດໃນປັດຈຸບັນ, ພັກເຮົາຍາມໃດກໍຖືສຳຄັນການປະສານສົມທົບ ລະຫວ່າງການຕໍ່ສູ້ດ້ານອາວຸດ, ດ້ານການ ເມືອງ, ການທູດໄປຄຽງຄູ່ກັນ, ແລະ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກໄດ້ຊີ້ນຳວຽກງານຕ່າງປະເທດຢ່າງໃກ້ຊິດ, ວາງນະໂຍບາຍການຕ່າງປະເທດໃນແຕ່ລະໄລຍະຢ່າງຖືກຕ້ອງ ແລະ ສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ; ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ, ເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ ອັນເຮັດໃຫ້ຖານະບົດບາດ ຂອງພັກ, ລັດ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີສາກົນ. ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຊີ້ອອກວ່າ “ເພີ່ມທະວີການເຄື່ອນໄຫວຕ່າງປະເທດຢ່າງລວມສູນເອກະພາບທົ່ວປະເທດ,ປະສານສົມທົບຢ່າງກົມກຽວ ລະຫວ່າງການເຄື່ອນໄຫວການຕ່າງປະເທດ ກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຮັບ ປະກັນການຄຸ້ມຄອງບັນດາອົງການຈັດຕັ້ງສາກົນ, ໂຄງການຮ່ວມມື ແລະ ການຊ່ວຍເຫຼືອຂອງຕ່າງປະເທດໃຫ້ມີປະສິດທິຜົນໄປຕາມທິດ ທີ່ພັກ-ລັດ ວາງອອກ ທັງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປ້ອງຄວາມໝັ້ນຄົງຂອງລະບອບການເມືອງ-ການປົກຄອງ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ”. ຄະນະພົວພັນຕ່າງປະເທດສູນກາງພັກ ໃນຖານະເປັນເສນາທິການໃຫ້ສູນກາງພັກ ປະຊາຊົນປະຕິວັດລາວ, ແລະ ໂດຍຢຶດໝັ້ນແນວທາງນະໂຍບາຍການຕ່າງປະເທດ ຂອງພັກວາງອອກໃນແຕ່ລະສະໄໝ, ຄະນະພົວພັນຕ່າງປະເທດ ໄດ້ເອົາໃຈໃສ່ໃນໜ້າທີ່ການເມືອງເຄື່ອນໄຫວຕ່າງປະເທດສາຍພັກ ແລະ ການທູດປະຊາຊົນ ໂດຍເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອກັບບັນດາພັກການເມືອງໃນພາກພື້ນຕ່າງໆ ຂອງໂລກບົນພື້ນຖານ 5 ຫຼັກ ການຢູ່ຮ່ວມກັນໂດຍສັນຕິ (ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນເຊິ່ງກັນ ແລະ ກັນ, ບໍ່ຮຸກຮານ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ຄວາມສະເໝີພາບ ແລະ ຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ການຢູ່ຮ່ວມກັນໂດຍສັນຕິ), ບໍ່ຈໍາແນກລະບອບການເມືອງທີ່ແຕກຕ່າງກັນ, ເປີດກວ້າງການພົວພັນກັບບັນດາພັກອ້າຍນ້ອງປະເທດສັງຄົມນິຍົມ, ບັນດາພັກກອມມູນິດ, ພັກກໍາມະກອນ, ພັກການເມືອງທີ່ກ້າວໜ້າ, ບັນດາພັກກໍາອໍານາດໃນປະເທດຕ່າງໆ, ໃນນັ້ນ ສືບຕໍ່ໃຫ້ບູລິມະສິດໃນການພົວພັນກັບບັນດາພັກເພື່ອນມິດຍຸດທະສາດຄື: ພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ, ພັກກອມມູນິດກູບາ ແລະ ພັກແຮງງານເກົາຫຼີ. ການພົວພັນກັບພັກສັງຄົມນິຍົມອ້າຍນ້ອງ ໄດ້ກວມເອົາທຸກຂົງເຂດ ໃນທາງກວ້າງ ແລະ ທາງເລິກ, ມີກົນໄກພົບປະຂັ້ນສູງກັບພັກອ້າຍນ້ອງ ເປັນຕົ້ນ ແລກ ປ່ຽນການຢ້ຽມຢາມເປັນທາງການ ແລະ ຢ້ຽມຢາມເປັນການພາຍໃນ ຂອງການນໍາຂັ້ນສູງເປັນປະຈໍາ. ການພົວພັນກັບພັກສັງຄົມນິຍົມອ້າຍນ້ອງ, ພັກເຮົາຖືສໍາຄັນວຽກງານກໍ່ສ້າງພັກ-ພະນັກງານ ໂດຍໄດ້ຈັດສົ່ງພະນັກງານຫຼັກແຫຼ່ງຂອງພັກ-ລັດເຮົາ ໄປຝຶກອົບຮົມໄລຍະສັ້ນ, ຈັດກອງປະຊຸມສໍາມະນາທິດສະດີຮ່ວມກັນ; ບັນດາການນໍາ ຂອງ ພັກຂັ້ນສູງ ແລະ ຂັ້ນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີການແລກປ່ຽນຢ້ຽມຢາມກັບຄູ່ຮ່ວມຕໍາແໜ່ງ ຂອງ ຫວຽດນາມ, ຈີນ, ກູບາ ແລະ ສປປ ເກົາຫຼີ ຢ່າງເປັນປະຈຳ.

ນອກຈາກນັ້ນ, ພັກເຮົາໄດ້ເປີດກວ້າງການພົວພັນກັບບັນດາພັກກອມມູນິດ, ພັກກໍາມະກອນ, ພັກການເມືອງທີ່ກ້າວໜ້າ, ບັນດາພັກກໍາອໍານາດ, ພັກຮ່ວມລັດຖະບານ ແລະ ອົງການຈັດຕັ້ງສາກົນ ຢູ່ພາກພື້ນ ແລະ ໃນໂລກ ໂດຍຜ່ານຂອບການຮ່ວມມືຫຼາຍຝ່າຍ ເຊັ່ນ: ກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ; ກອງປະຊຸມພັກກອມມູນິດຈີນ ກັບພັກການເມືອງໃນພາກພື້ນ; ກອງປະຊຸມພັກກອມມູນິດຈີນ ກັບບັນດາພັກການເມືອງ 5 ປະເທດລຸ່ມແມ່ນໍ້າຂອງ; ກອງປະຊຸມພັກກອມູນິດຈີນ ກັບພັກການເມືອງອາຊີອາຄະເນ; ກອງປະຊຸມສາກົນ ຂອງບັນດາພັກການ ເມືອງໃນອາຊີ (ICAPP); ກອງປະຊຸມສາກົນ ຂອງບັນດາພັກກອມມູນິດ ແລະ ກຳມະກອນສາກົນ (IMCWP); ກອງປະຊຸມເວທີປຶກສາຫາລືຊາວປາວໂລ ແລະ ອື່ນໆ. ສ່ວນການພົວການທູດປະຊາຊົນ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນໃຈກາງໃນການປະສານງານໃຫ້ແກ່ການເຄື່ອນໄຫວຕ່າງປະເທດ ຂອງ ບັນດາອົງການຈັດມະຫາຊົນ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງກຳມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ແລະ ບັນດາສະມາຄົມມິດຕະພາບລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເພື່ອສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະ ກອບ ສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບໃນພາກພື້ນ-ສາກົນ. ບັນດາອົງການດັ່ງກ່າວ ໄດ້ເຄື່ອນໄຫວຕ່າງປະເທດ ເຜີຍ ແຜ່ນະໂຍບາຍຕ່າງໆ ຂອງ ພັກ, ລັດເຮົາ ອັນໄດ້ປະກອບສ່ວນເສີມສ້າງມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ລະ ຫວ່າງປະຊາດ, ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ-ສັງຄົມ ລະຫວ່າງ ສປປ ລາວ ກັບ ບັນດາປະເທດທີ່ກ່ຽວຂ້ອງດ້ວຍຫຼາຍຮູບການ ເຊັ່ນ: ລົງນາມບົດບັນທຶກຮ່ວມມືນຳກັນ; ຈັດການພົບປະຢູ່ໃນເຂດຊາຍແດນ, ກິດຈະກໍາການໄປມາຫາສູ່, ການທ່ອງທ່ຽວ, ການສະແດງສີລະປະ-ວັດທະນະທໍາ, ຈັດງານຄາລາວານລົດ ເພື່ອເດີນຕາມຮອຍຂອງການນຳຮຸ່ນກໍ່ຕັ້ງຂອງລາວ ແລະ ຫວຽດນາມ; ຈັດການແລກປ່ຽນອາສາສະໝັກຊາວໜຸ່ມ, ໄວໜຸ່ມກັບຕ່າງປະເທດ ເພື່ອສ້າງຄວາມຮັກແພງສະໜິດສະໜົມກັນ ແລະ ຈັດການແຂ່ງຂັນກິລາປະເພດຕ່າງໆຮ່ວມກັນ; ງານປະເພນີສາສະໜາ ແລະ ອື່ນໆ.

ມາເຖິງປະຈຸບັນ, ພັກປະຊາຊົນ ປະຕິວັດລາວ ໄດ້ມີການພົວພັນກັບ 140 ກ່ວາພັກການເມືອງ ໃນ 83 ປະເທດທົ່ວໂລກ; ໄດ້ພົວພັນ ແລະ ເຂົ້າເປັນສະມາຊິກໃນກອບການຮ່ວມມືຫຼາຍຝ່າຍກັບ 3 ອົງການຈັດຕັ້ງສາກົນ (ກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP), ກອງປະຊຸມສາກົນ ຂອງ ບັນດາພັກກອມມູນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາຫາລືຊາວປາວໂລ); ສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດທັງໝົດມີ 19 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະສາມັກຄີ ຂອງລາວ ກັບຕ່າງປະເທດ, ສ່ວນຂັ້ນແຂວງໃນ 18 ແຂວງ ຂອງ ລາວ ແມ່ນໄດ້ຈັດຕັ້ງບັນດາສະມາຄົມມິດຕະພາບລາວ-ຫວຽດນາມ ແລະ ລາວ-ຈີນ. ສໍາລັບການສ້າງຕັ້ງສາຍພົວພັນການທູດ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ມີສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະ ເທດ 41 ແຫ່ງ (ສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ແລະ ສະຖານກົງສຸນໃຫຍ່ 11 ແຫ່ງ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments