Wednesday, September 25, 2024
Homeຂ່າວກິລາອາເຊນອລ ຍື່ນຮອບ 3 ຂໍຊື້ ເດແຄລນ ໄຣ 105 ລ້ານປອນ

ອາເຊນອລ ຍື່ນຮອບ 3 ຂໍຊື້ ເດແຄລນ ໄຣ 105 ລ້ານປອນ

The Athletic ສໍານັກຂ່າວກີລາ ລາຍງານວ່າ ອາເຊນອລ ຍື່ນຂໍ້ສະເໜີຮອບທີ 3 ດ້ວຍມູນຄ່າ 105 ລ້ານປອນ ເປັນການທຳລາຍສະຖິຕິການຍ້າຍຖິ່ນຂອງນັກເຕະອັງກິດ ຂໍຊື້ ເດແຄລນ ໄຣ ກອງກາງຫົວໜ້າທີມ ເວສແຮມ ຢູໄນເຕັດ.

ລາຍລະອຽດຂໍ້ສະເໜີຈາກ ອາເຊນອລ ປະກອບໄປດ້ວຍເງິນຕົ້ນ 100 ລ້ານປອນ ບວກສ່ວນເລີມອີກ 5 ລ້ານປອນ. ຫາກ ເວສແຮມ ຢູໄນເຕັດ ຍອມຮັບຂໍ້ສະເຫນີ ເດແຄລນ ໄຣ ອາຍຸ 24 ປີ ຈະກາຍເປັນນັກເຕະຊາວອັງກິດທີ່ມີຄ່າຕົວແພງທີ່ສຸດຕະຫຼອດການ ແທນທີ່ ແຈັກ ກຣີລິຊ ຜູ້ຍ້າຍໄປ ແມນເຊສເຕີ ຊີຕີ ໃນລາຄາ 100 ປອນ.

ອາທິດທີ່ຜ່ານມາ ອາເຊນອລ ຍື່ນຂໍ້ສະເໜີເປັນສະຖິຕິຂອງສະໂມສອນ ມູນຄ່າ 90 ລ້ານປອນ ແບ່ງອອກເປັນເງິນຕົ້ນ 75 ແລະ ເພີ່ມເຕີມ 15 ແຕ່ຖືກປະຕິເສດໂດຍ ເວສແຮມ.

ຄາດກັນວ່າ ເວສແຮມ ຕັ້ງລາຄາ ເດແຄລນ ໄຣ ໄວ້ບໍ່ຕໍ່າກວ່າ 100 ລ້ານປອນ ໂດຍອະດີດເດັກປັ້ນເຊວຊີ ເຫຼືອສັນຍາຈົນເຖິງປີໜ້າ ພ້ອມທາງເລືອກທີ່ຈະຂະຫຍາຍໄດ້ອີກ 12 ເດືອນ.

ມື້ວານນີ້, ແມນເຊັສເຕີ ຊິຕີ ແຊັມ ພຣີເມຍລີກ ຫວັງຕັດໜ້າດ້ວຍເງິນ 80 ລ້ານ, ບວກກັບຄ່າເພີ່ມ 10 ລ້ານປອນ ຍັງຖືກປະຕິເສດຖິ້ມເຊັ່ນກັນ.

ຕອນນີ້ ຂໍ້ສະເໜີຂອງ ອາເຊນອລ ດີກ່ວາຂອງ ແມນຊິຕີ ແລ້ວ ເຊິ່ງເຂົາກໍຫວັງວ່າຈະພຽງພໍຄວ້າເປົ້າໝາຍລະດັບສູງທີ່ ມິເກລ ອາເຕຕາ ວາງໄວ້.

ນັກຂ່າວຈາກ The Guardian ກ່າວເພີ່ມຕື່ມວ່າ ເວສແຮມ ຍັງບໍ່ຖືກໃຈກັບໂຄງສ້າງການຈ່າຍເງິນຂອງ ອາເຊນອລ ແຕ່ບໍ່ເຖິງຂັ້ນທີ່ຈະປະຕິເສດມັນຄືກັບໃນອະດີດ. ການເຈລະຈາຈະຍັງຄົງມີຕໍ່ໄປ ໂດຍ ເວສແຮມ ຄາດຫວັງວ່າ ແມນ ຊີຕີ ກຽມຍື່ນຂໍ້ສະເໜີເກທັບເຂົ້າມາໃນມື້ອື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments