Wednesday, September 25, 2024
Homeຂ່າວຕ່າງປະເທດໂມງປະຊາກອນອິນເດຍ ບັນທຶກເລື່ອງລາວຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ

ໂມງປະຊາກອນອິນເດຍ ບັນທຶກເລື່ອງລາວຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ມິຖຸນາ ຜ່ານມາ, ໂມງປະຊາກອນໜ່ວຍທຳອິດຂອງອິນເດຍປະກອບດ້ວຍບັດໂຕເລກສີຂາວ 10 ໃບ ຕິດຢູ່ເທິງກະດານໂລຫະສີຂຽວຂະໜາດໃຫຍ່ ຊຶ່ງມັນດຶງດູດຜູ້ຍ່າງຜ່ານທີ່ຢາກຮູ້ຢາກເຫັນໃຫ້ມາເບິ່ງບັນທຶກເລື່ອງລາວຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ.

ໂມງດັ່ງກ່າວ ມີການອັບເດດທຸກມື້ຕາມການປະເມີນທີ່ຄາດຄະເນໄວ້ ໂມງດັ່ງກ່າວຖືກສ້າງຂຶ້ນຄັ້ງທຳອິດໃນປີ 1982 ໂດຍໃນເວລານັ້ນ ອິນເດຍມີປະຊາກອນຫຼາຍກວ່າ 684 ລ້ານຄົນ ຕາມການສຳຫຼວດສຳມະໂນປະຊາກອນຂອງລັດຖະບານໃນປີ 1981 ຊຶ່ງໂຕເລກຂ້າງເທິງເພີ່ມຂຶ້ນຫຼາຍກວ່າ 2 ເທົ່າໃນໄລຍະຫຼາຍສິບປີທີ່ຜ່ານມາ. ທ່ານສາສະດາຈານ ຊານເດີ ເຊຄາ ຈາກສະຖາບັນສາກົນເພື່ອວິທະຍາສາດປະຊາກອນ (IIPS) ໃນເມືອງມຸມໄບ ຊຶ່ງເປັນສະຖານທີ່ຕັ້ງຂອງໂມງໜ່ວຍນີ້ກ່າວວ່າ: ມີການສ້າງຊ່ອງພິເສດເພີ່ມໃນໂມງແລ້ວ ແລະ ທ່ານຄາດວ່າໂຕເລກຈະເພີ່ມຂຶ້ນເກີນ 1.000 ລ້ານຄົນ. ໃນທຸກໆວັນເຈົ້າໜ້າທີ່ຮັກສາຄວາມປອດໄພຈະປ່ຽນໂຕເລກ ໂດຍໃຊ້ການຄາດຄະເນອັດຕາການເຕີບໂຕຕາມທຳມະຊາດ ຊຶ່ງເປັນຜົນຕ່າງລະຫວ່າງຈຳນວນການເກີດ ແລະ ຈຳນວນການເສຍຊີວິດໃນອັດຕາສ່ວນ 1.000 ຄົນຕໍ່ປີ ໂດຍມາຈາກການປະເມີນຂອງລັດຖະບານ ແລະ ອົງການສະຫະປະຊາຊາດ (UN). ທັງນີ້, ການຄາດຄະເນໃນປັດຈຸບັນປະເມີນວ່າ ປະຊາກອນຂອງອິນເດຍເພີ່ມຂຶ້ນເກືອບ 41.000 ຄົນຕໍ່ມື້ ຊຶ່ງຄິດເປັນ 1 ຄົນໃນທຸກ 2 ວິນາທີ ຫຼືຶ ປະມານ 15 ລ້ານຄົນຕໍ່ປີ. ທ່ານ ຊານເດີ ເຊຄາ ກ່າວວ່າ: ທ່ານສົນໃຈໃນການສຶກສາປະຊາກອນຕັ້ງແຕ່ອາຍຸຍັງນ້ອຍ ຊຶ່ງທ່ານຮູ້ສຶກຕົກໃຈ ແລະ ຄິດເຖິງຜູ້ຄົນຈຳນວນຫຼາຍໃນທຸກໆບ່ອນທີ່ທ່ານໄປ. ທ່ານກ່າວຕື່ມວ່າ: ທ່ານເຄີຍບໍ່ມັກໂຕເລກເຫຼົ່ານີ້ ແຕ່ຫຼັງຈາກທ່ານຮຽນຈົບປະລິນຍາໂທດ້ານສະຖິຕິ ທ່ານຈຶ່ງຄິດວ່າ ພວກເຮົາຄວນເຂົ້າໃຈສິ່ງທີ່ວ່າ ມັນເປັນບັນຫາ ຫຼື ບໍ່ ຫຼືມັນສາມາດແກ້ໄຂໄດ້ແທ້ ຫຼື ບໍ່.

ເຖິງແມ່ນວ່າ ທ່ານ ຊານເດີ ເຊຄາ ເຊື່ອວ່າ ໂຕເລກຈຳນວນຫຼາຍບໍ່ແມ່ນລະເບີດເວລາສະເໝີໄປ ຖ້າຫາກທາງການໃຫ້ຄວາມສົນໃຈກັບການເພີ່ມລະດັບຄຸນນະພາບຊີວິດຂອງປະຊາຊົນ ອີກຢ່າງໜຶ່ງ, ຫຼາຍເມືອງຂອງອິນເດຍຜູ້ຄົນຕ່າງຕໍ່ສູ້ເພື່ອຍາດແຍ່ງຊັບພະຍາກອນທ່າມກາງການປະເຊີນກັບການຂາດແຄນນ້ຳ, ມົນລະພິດທາງອາກາດ ແລະ ທາງນໍ້າ ລວມເຖິງອັດຕາການວ່າງງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments