Wednesday, September 25, 2024
Homeຂ່າວໜ້າໜຶ່ງສສຊ ເຂດ 18 ໄຊສົມບູນ ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນໄດ້ເປັນຢ່າງດີ

ສສຊ ເຂດ 18 ໄຊສົມບູນ ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນໄດ້ເປັນຢ່າງດີ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ທັງເປັນຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 28 ມິຖຸນານີ້ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງວ່າ: ໃນນາມທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນຊາວແຂວງໄຊສົມບູນ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ IX ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະສະມາຊິກສະພາປະຈຳເຂດເລືອກຕັ້ງ, ປະຕິບັດໜ້າທີ່ຜູ້ແທນປະຊາຊົນທາງດ້ານນິຕິບັນຍັດ, ຕົກລົງບັນຫາສຳຄັນຂອງຊາດ ແລະ ລົງຕິດຕາມກວດກາວຽກງານ 6 ເດືອນຕົ້ນປີ 2023 ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບຂົງເຂດເສດຖະກິດ-ສັງຄົມ. ພິເສດແມ່ນການຊຸກຍູ້ທຸກພາກສ່ວນໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ.

ທ່ານ ທັນຕາ ກອງຜາລີ ກ່າວໃຫ້ຮູ້ອີກວ່າ: ໃນນາມທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາ ຊົນ ຜ່ານການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ຕິດຕາມກວດກາເຫັນວ່າ ບັນຫາພົ້ນເດັ່ນທີ່ປະຊາຊົນມີຄວາມສົນໃຈ ເປັນຫ່ວງ ເປັນໃຍ ແລະ ນຳສະເໜີໃຫ້ຂັ້ນເທິງເລັ່ງແກ້ໄຂຫຼາຍກວ່າໝູ່ ແມ່ນການແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມຂອງທ້ອງຖິ່ນ ໂດຍສະເໜີໃຫ້ສົ່ງວິຊາການທີ່ມີຄວາມຮູ້ດ້ານກະສິກໍາກ່ຽວກັບການປູກ, ການລ້ຽງລົງຊຸກຍູ້ສົ່ງເສີມແນະນໍາໃຫ້ຄວາມຮູ້ແກ່ປະຊາຊົນໃນເຂດຈຸດສຸມຂອງແຂວງ ເພື່ອເຮັດໃຫ້ການຜະລິດຂອງປະຊາຊົນມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນັ້ນຢາກໃຫ້ແກ້ໄຂຜົນກະທົບຈາກການຂຸດຄົ້ນ ແລະ ຂົນສົ່ງແຮ່ທາດ ໂດຍສະເພາະໂຄງການຂຸດຄົ້ນແຮ່ເຫຼັກຢູ່ເຂດເມືອງລ້ອງແຈ້ງທີ່ເຮັດໃຫ້ເສັ້ນທາງເປ່ເພ, ບັນຫາການແບ່ງດິນແບ່ງປ່າ ກຳນົດເຂດດິນທຳການຜະລິດ, ປ່າຊົມໃຊ້ ແລະ ປ່າຫວງຫ້າມຍັງບໍ່ຈະແຈ້ງ ຍັງມີປະກົດການບຸກລຸກຖາງປ່າຈຳນວນຫຼາຍ. ພ້ອມດຽວກັນນັ້ນການແກ້ໄຂຄູ-ແພດອາສາສະໝັກ, ການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ ແລະ ສາທາລະນະສຸກ ເປັນຕົ້ນໂຮງຮຽນ, ໂຮງໝໍຍັງຂາດເຂີນ ແລະ ຊຸດໂຊມຢູ່ຫຼາຍແຫ່ງ, ຢາກໃຫ້ເພີ່ມງົບປະມານກໍ່ສ້າງເສັ້ນທາງທີ່ເປັນເຂດເຊື່ອມຈອດກັບແຂວງອ້ອມຂ້າງ ແລະ ການທ່ອງທ່ຽວ. ພິເສດແມ່ນການພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດພູເບ້ຍ ທີ່ເປັນພູສູງສຸດຂອງປະເທດໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ເປັນສະຖານທີ່ຮຽນຮູ້ລະບົບນິເວດວິທະຍາ. ສຳລັບການຫັນເປັນທັນສະໄໝໃນຂົງເຂດການເງິນ ແລະ ທະນາຄານເຂົ້າສູ່ຈຸດສຸມພັດທະນາ (ປັດຈຸບັນຢູ່ເມືອງລ້ອງແຈ້ງຍັງບໍ່ທັນມີຕູ້ ATM).

ທ່ານກ່າວໃຫ້ຮູ້ຕື່ມອີກວ່າ: ໃນນາມເປັນຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຕິດຕາມກວດກາໃນຂົງເຂດແຜນການ, ການເງິນ ແລະ ການກວດສອບ ເປັນຕົ້ນການຈັດສັນໂຄງການລົງທຶນຂອງລັດປະຈຳປີ 2024 ໂດຍສະເພາະການເຂົ້າຮ່ວມແຕ່ຫົວທີຂອງສະພາແຫ່ງຊາດ ແລະ ສະພາປະຊາ ຊົນແຂວງໃນການສ້າງແຜນ ການຄົ້ນຄວ້າຈັດສັນທຶນຈະຕ້ອງປະຕິບັດຕາມຂັ້ນຕອນການສ້າງແຜນງົບປະມານຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດຢ່າງເຂັ້ມງວດເພື່ອພິຈາລະນາຮັບຮອງ.

ໂດຍ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments