Tuesday, September 24, 2024
Homeຂ່າວພາຍໃນທາບທາມຄຳເຫັນ ໃສ່ຮ່າງປື້ມຄູ່ມື ການສໍາພາດ ແລະ ຄໍາໃຫ້ການຜູ້ເຂົ້າຮ່ວມຄະດີຄ້າມະນຸດ

ທາບທາມຄຳເຫັນ ໃສ່ຮ່າງປື້ມຄູ່ມື ການສໍາພາດ ແລະ ຄໍາໃຫ້ການຜູ້ເຂົ້າຮ່ວມຄະດີຄ້າມະນຸດ

ກອງປະຊຸມທາບທາມຄຳເຫັນ ໃສ່ຮ່າງປື້ມຄູ່ມືວ່າດ້ວຍການສໍາພາດ ແລະ ການເອົາຄໍາໃຫ້ການຜູ້ເຂົ້າຮ່ວມຄະດີຄ້າມະນຸດ ເປັນຕົ້ນຜູ້ ຖືກເຄາະຮ້າຍ, ພະຍານ ແລະ ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 27 ມິຖຸນາ 2023 ທີ່ແຂວງ ສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ວິລະສິ ສິງກາວົງໄຊ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົບໄອຍະການ ອົງການໄອຍະການປະຊາຊົນສູງສຸດ, ຄະນະຮັບຜິດຊອບຂຽນປື້ມຄູ່ມືດັ່ງກ່າວເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ກໍເພື່ອປະກອບຄວາມຄິດຄວາມເຫັນ ແລະ ອະທິບາຍ ກ່ຽວກັບການສຳພາດ, ການເອົາຄໍາໃຫ້ການຜູ້ຖືກເຄາະຮ້າຍ ແລະ ພະຍານ ໃນຄະດີຄ້າມະນຸດ ໂດຍພະນັກງານໄອຍະການປະຊາຊົນ, ຂໍ້ມູນຫລັກຖານ ທີ່ໄດ້ມາຈາກການສຳພາດ, ການເອົາຄຳໃຫ້ການ ຈະເປັນພື້ນຖານ ໃຫ້ແກ່ການກຳນົດເຫດການຂອງຄະດີ ເພື່ອດຳເນີນຄະດີຕໍ່ຜູ້ກະທຳຜິດ ການຄ້າມະນຸດຕາມລະບຽບກົດໝາຍ ທັງນີ້ກໍເພື່ອເປັນຫລັກຖານໃນການພິສູດຂໍ້ເທັດຈິງ ຫລື ຄວາມເປັນຈິງຂອງພຶດຕິກໍາ ຫລື ເຫດການ ເພື່ອຊີ້ໃຫ້ເຫັນວ່າ ພຶດຕິກຳດັ່ງກ່າວ ແມ່ນເຫດການຂອງການກະທໍາຜິດທາງອາຍາ, ຄົບອົງປະກອບຂອງການກະທໍາຜິດທາງອາຍາ, ມີສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຫລື ເພີ່ມຄວາມຮັບຜິດຊອບທາງອາຍາ.

ທ່ານ ວິລະສິ ສິງກາວົງໄຊ ໄດ້ຍົກໃຫ້ເຫັນ ການຄ້າມະນຸດເປັນອາຊະຍາກໍາ ທີ່ມີຄວາມອັນຕະລາຍຮ້າຍແຮງ ແລະ ມີຜົນກະທົບຕໍ່ ສິດ ແລະ ເສລີພາບ ຂອງພົນລະເມືອງ ການກະທຳຜິດດັ່ງກ່າວ ແມ່ນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ໃນຖານະເປັນອົງການປົກປ້ອງກົດໝາຍ ເປັນອົງການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຮັບປະກັນໃຫ້ການດໍາເນີນຄະດີອາຍາ ໄດ້ດໍາເນີນຢ່າງຮອບດ້ານຄົບຖ້ວນ, ພາວະວິໄສ, ຖືກຕ້ອງ, ເປັນທໍາ ນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ບໍ່ໃຫ້ຜູ້ບໍລິສຸດຕ້ອງຖືກລົງໂທດ, ບໍ່ໃຫ້ພໍ່ແມ່ປະຊາຊົນຕົກເປັນເຫຍື່ອຂອງການຄ້າມະນຸດ. ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ດ້ວຍການເອົາໃຈໃສ່ ປະກອບຄຳຄິດຄຳເຫັນ ໃສ່ຮ່າງປື້ມຄູ່ມື ການເອົາຄຳໃຫ້ການຜູ້ຖືກເຄາະຮ້າຍ ໃນຄະດີຄ້າມະນຸດ ໃຫ້ມີຄວາມຄົບຖ້ວນທາງດ້ານທິດສະດີ ແລະ ພຶດຕິກຳ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ຂອງອົງການໄອຍະການ.

ຂ່າວ: ຈະເລີນສິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments