Sunday, September 22, 2024
Homeຂ່າວກິລາ3 ປະເທດ ຮ່ວມຈັດກິດຈະກໍາ ຍ່າງ-ແລ່ນ ຂ້າມຂົວມິດຕະພາບ 2 ສະຫຼອງວັນໂອແລມປິກສາກົນ ຄົບຮອບ 129 ປີ

3 ປະເທດ ຮ່ວມຈັດກິດຈະກໍາ ຍ່າງ-ແລ່ນ ຂ້າມຂົວມິດຕະພາບ 2 ສະຫຼອງວັນໂອແລມປິກສາກົນ ຄົບຮອບ 129 ປີ

3 ປະເທດ ປະກອບມີ ລາວ, ໄທ ແລະ ຫວຽດນາມ ໄດ້ຮ່ວມຈັດກິດຈະກຳ ແລ່ນ-ຍ່າງ ຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ເພື່ອສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 129 ປີ. ພິທີເປີດກິດຈະກໍາດັ່ງກ່າວ, ໄດ້ມີຂຶ້ນ ໃນວັນທີ 24 ມິຖຸນາ 2023 ທີ່ແຂວງມຸກດາຫານ ຣາຊະອານາຈັກໄທ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ທ່ານ ພິໄຊ ຊຸນຫະວະສິຣະ ຮອງປະທານຄະນະກຳມະການໂອແລມປິກແຫ່ງປະເທດໄທ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ, ທ່ານ ວໍລະຍານ ບຸນນະຣາດ ເຈົ້າແຂວງມຸກດາຫານ, ທ່ານ ເລ ກວາງ ຈິນ ຮອງປະທານສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ, ພ້ອມດ້ວຍຄະນະນຳ ແລະ ມວນຊົນຈາກແຂວງສະຫວັນະເຂດ ສປປ ລາວ, ແຂວງມຸກດາຫານ ຣາຊະອານາຈັກໄທ ແລະ ແຂວງກວາງຈິ ສສ ຫວຽດນາມ ເຂົ້າຮ່ວມ 10 ພັນກວ່າຄົນ.

ໃນພິທີ, ທ່ານເຈົ້າແຂວງມຸກດາຫານ ໄດ້ກ່າວຕ້ອນຮັບແຂກທຸກທ່ານ ທີ່ໄດ້ມາຮ່ວມງານເປັນຄັ້ງປະຫວັດສາດຄັ້ງນີ້. ຫຼັງຈາກນັ້ນ, ເຈົ້າແຂວງສະຫວັນະເຂດ ໃນນາມການນຳ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ໄດ້ສະແດງຄວາມຮູ້ສຶກ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ແຂວງສະຫວັນນະເຂດ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັບແຂວງມຸກດາຫານ ຣາຊະອານາຈັກໄທ ຈັດກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 129 ປີ ໃນຄັ້ງນີ້ ຊຶ່ງທ່ານຍັງໄດ້ຕີລາຄາສູງຕໍ່ການຈັດງານທີ່ມີຄວາມໝາຍສໍາຄັນນີ້ ບໍ່ສະເພາະແຕ່ປະຊາຊົນ 3 ຊາດ ລາວ-ໄທ-ຫວຽດນາມ ແຕ່ຍັງມີຄວາມໝາຍຄວາມສໍາຄັນຕໍ່ເວທີສາກົນ ໂດຍສະເພາະດ້ານກິລາ-ສຸຂະພາບ-ສັນຕິພາບ-ມິດຕະພາບ ແລະ ການຮ່ວມມື. ພ້ອມກັນນີ້, ຍັງມີຄວາມເຊື່ອໝັ້ນວ່າ ຫຼັງຈາກຈັດກິດຈະກໍາຄັ້ງນີ້ ຈະເຮັດໃຫ້ຊາວໂລກຮັບຮູ້ແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານຫຼາຍຂຶ້ນ ຊຶ່ງຈະເປັນກາລະໂອກາດອັນສຳຄັນໃນການສົ່ງເສີມ ເພື່ອດຶງດູດການທ່ອງທ່ຽວ ການຄ້າ ແລະ ການລົງທຶນ. ສະນັ້ນ, ຕໍ່ໄປພວກເຮົາຕ້ອງໄດ້ສຸມໃສ່ການພັດທະນາໂຄງລ່າງພື້ນຖານ, ສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນສ້າງເສດຖະກິດໃຫ້ຈະເລີນຮຸ່ງເຮືອງໄປພ້ອມໆກັນ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ໃນນາມຄະນະກຳມະການໂອແລມປິກແຫ່ງຊາດລາວ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ຕາງໜ້າມວນຊົນຂອງ ສປປ ລາວ ກໍຄືມວນຊົນຂອງແຂວງສະຫວັນນະເຂດ ເຂົ້າຮ່ວມງານສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 129 ປີ ໃນມື້ນີ້. ຂໍສະແດງຄວາມຂອບໃຈຕໍ່ຄະນະກໍາມະການໂອແລມປິກແຫ່ງຣາຊະອານາຈັກໄທ, ຄະນະຮັບຜິດຊອບຈັດງານ ເຈົ້າພາບແຂວງມຸກດາຫານ ແລະ ທຸກພາກສ່ວນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສ້າງທຸກເງື່ອນໄຂເພື່ອເປັນຂໍ້ສະດວກແກ່ມວນຊົນຈາກຝັ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ມາເຂົ້າຮ່ວມຢ່າງສະດວກສະບາຍ.

ຂະນະດຽວກັນນີ້, ທ່ານ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ຍັງກ່າວອີກວ່າ: ການຈັດກິດຈະກໍາ ຍ່າງ-ແລ່ນ ຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ສະຫຼອງວັນໂອແລມປິກສາກົນ 129 ປີ ໃນຄັ້ງນີ້ ແມ່ນມີຄວາມໝາຍດ້ານກິລາ, ມີຄວາມໝາຍດ້ານການຮ່ວມມືຂອງຄະນະກໍາມະການໂອແລມປິກ 3 ປະເທດຮ່ວມກັນ. ພ້ອມກັນນີ້, ຍັງເປັນການເສີມຂະຫຍາຍສາຍສໍາພັນທີ່ດີງາມຂອງເພື່ອນບ້ານ ໂດຍສະເພາະ ແມ່ນພີ່ນ້ອງສອງຝັ່ງແມ່ນໍ້າຂອງ ສະຫວັນນະເຂດ-ມຸກດາຫານ ແລະ ພີ່ນ້ອງສອງຟາກພູຫຼວງ ສະຫວັນນະເຂດ-ກວາງຈິ. ການຈັດກິດຈະກຳຄັ້ງນີ້, ຍັງເປັນການເພີ່ມທະວີການຮ່ວມມືຂອງເພື່ອນບ້ານທີ່ມີຊາຍແດນຕິດຈອດກັນ, ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ລະຫວ່າງ 3 ປະເທດ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອີກດ້ວຍ.

ຫຼັງຈາກນັ້ນ, ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ຮອງປະທານຄະນະກຳມະການໂອແລມປິກແຫ່ງປະເທດໄທ ໄດ້ເປີດງານຢ່າງເປັນທາງການ ພ້ອມທັງມີການແລກປ່ຽນທຸງຊາດ 3 ແຂວງ 3 ປະເທດ ແລະ ປ່ອຍໂຕນັກກິລາແລ່ນ 12 ກິໂລແມັດ, ປ່ອຍໂຕມວນຊົນຍ່າງ-ແລ່ນ 8 ກິໂລແມັດ ແລະ ການນຳໄດ້ຮ່ວມຍ່າງຂ້າມຂົວມິດຕະພາບ 2 ມຸກດາຫານ-ສະຫວັນະເຂດ-ສະຫວັນະເຂດ, ສະຫວັນະເຂດ-ມຸກດາຫານ.

ສຳລັັບກິິດຈະກຳຍ່າງ-ແລ່ນຄັ້ງນີ້, ແມ່ນເລີ່ມຕົ້ນຈາກຈຸດປ່ອຍ ໂຮງຮຽນມຸກດາວິທະຍານຸກຸນ ແຂວງມຸກດາຫານ ປະເທດໄທ ແລ້ວໄປຕາມຖະໜົນຊະຍາງກຸນ ໄປຫາຖະໜົນມິດຕະພາບໄທ-ລາວ ແຫ່ງທີ 2 ໄປຕາມຂົວມິດຕະພາບ ສະຫວັນະເຂດ-ມຸກດາຫານ ໄປຫາຖະໜົນມິດຕະພາບລາວ-ໄທ ແຫ່ງທີ 2 ໄປຮອດຈຸດໂຄ້ງກັບວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ແລ້ວກັບສູ່ຈຸດປ່ອຍເປັນເສັ້ນໄຊ.

ໂດຍ ຄໍາແພງເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments