Sunday, September 22, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີ ກະຊວງແຜນການແລະການລົງທືນຂຶ້ນຊີ້ແຈງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ເເລະ ທິດທາງເເຜນການ 6 ເດືອນທ້າຍປີ 2023

ລັດຖະມົນຕີ ກະຊວງແຜນການແລະການລົງທືນຂຶ້ນຊີ້ແຈງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ເເລະ ທິດທາງເເຜນການ 6 ເດືອນທ້າຍປີ 2023

ການດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າ 28 ມິຖຸນາ 2023 ຢູ່ຫໍສະພາເເຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການຊີ້ແຈງອະທິບາຍຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນ ຕາຈາກພາກສ່ວນກ່ຽວຂ້ອງໂດຍເລີ່ມຈາກ ທ່ານຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການແລະການລົງທືນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ເເລະ ທິດທາງເເຜນການ 6 ເດືອນທ້າຍປີ 2023 ເເລະ ທິດທາງການລົງທືນຂອງລັດໃນປີ 2024 ໂດຍທ່ານໄດ້ອະທິບາຍຊີ້ແຈງໃນຫລາຍບັນຫາເປັນຕົ້ນ: ການຈັດຕັ້ງປະຕິບັດມາດຕະການຊຸກຍູ້ອັດຕາການເຕີບໂຕຂອງເສດ ຖະກິດຂອງບັນດາຂະແຫນງການທີ່ກ່ຽວຂ້ອງ,ຄວາມຄືບຫນ້າການປະຕິບັດເເຜນການລົງທືນໃນປີ 2023 ພາຍຫລັງສະພາແຫ່ງຊາດໄດ້ຮັບຮອງໄປເເລ້ວ, ການຄຸ້ມຄອງເເຜນການລົງທືນຂອງລັດ ລວມເຖີງບັນຫາອື່ນໆ,ໃນນີ້ກ່ຽວກັບຈັດຕັ້ງປະຕິບັດມາດຕະການຊຸກຍູ້ອັດຕາການເຕີບໂຕຂອງເສດຖະກິດຂອງບັນດາຂະແຫນງການທີ່ກ່ຽວຂ້ອງ ໄລຍະຜ່ານມາລັດຖະບານໄດ້ສຸມທຸກຄວາມພະຍາຍາມສ້າງສີ່ງອຳນວຍຄວາມສະດວກໃຫ້ເເກ່ພາກທຸລະກິດ ເເລະ ຈຸນລະວິສາຫະກີດ, ວິສາຫະກີດຂະຫນາດນ້ອຍ ເເລະ ກາງ ສາມາດເຂົ້າເຖີງເເຫລ່ງທືນດ້ວຍນະໂຍບາຍຂອງລັດຖະບານທີ່ເຫມາະສົມ ເພື່ອນຳໃຊ້ເຂົ້າໃນການຜະສິດກະສິກຳ, ອຸດສະຫະກຳ,ຫັດຖະກໍາ ເເລະ ການບໍລິການ ຕາມນິຕິກຳທີ່ກ່ຽວຂ້ອງ ພ້ອມທັງເລັ່ງຂະຫຍາຍຖານລາຍຮັບໃຫ້ກວ້າງຂວາງຫລາຍຂື້ນ.

ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ ລັດະມົນຕີກະຊວງການເງີນ ໄດ້ອະທິບາຍຊີ້ແຈງຫລາຍບັນຫາທີ່ຕິດພັນກັບຂະເເຫນງການເງີນ ໂດຍສະເພາະການຈັດຕັ້ງປະຕິບັດການຫັນເປັນທັນສະໄຫມໃນຂົງເຂດລາຍຮັບທີ່ລັດຖະບານສາມາດເກັບໄດ້ຕາມເເຜນ ເເລະ ຂົງເຂດທີ່ບໍ່ສາມາດເກັບໄດ້ຕາມມະຕິສະພາແຫ່ງຊາດໄດ້ຮັບຮອງ.

ສ່ວນ ທ່ານ ບຸນເຫລືອ ສີນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຊີ້ແຈງບັນຫາທີ່ເຫັນວ່າສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ແລະ ປະກອບຄໍາເຫັນຫລາຍ ແມ່ນສາຍເຫດທີ່ເຮັດໃຫ້ລາວຂາດເຂີນເງີນຕາຕ່າງປະເທດ, ຈຸດພິເສດຂອງອັດຕາເງີນເຟີ້ຢູ່ລາວ, ການຄຸ້ມຄອງເງີນຕາຕ່າງປະເທດ, ການເເລກປ່ຽນເງີນຕາ, ການສົ່ງເສີມການນຳໃຊ້ເງີນກີບ ລວມເຖີງບັນຫາອັດຕາເງີນເຟີ້ທີ່ເພີ່ມສູງຂື້ນຢູ່ປະເທດເຮົາໃນປັດຈຸບັນ.

ນອກຈາກຮັບຟັງການຊີ້ແຈງຈາກລັດຖະມົນຕີກະຊວງແຜນການ ເເລະ ການລົງທືນ, ລັດຖະມົນຕີກະຊວງການເງີນ ເເລະ ຜູ້ວ່າການທະນາຄານເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລ້ວລັດຖະມົນຕີກະຊວງກະສິກຳເເລະປ່າໄມ້ ເເລະ ລັດຖະມົນຕີກະຊວງອຸດສະຫະກໍາ ເເລະ ການຄ້າຍັງໄດ້ອະທິບາຍຊີ້ແຈງກ່ຽວກັບຂົງເຂດຄວາມຮັບຜິດຊອບຕື່ມອີກ.

ສໍາລັບການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ ອໃນຕອນບ່າຍຕາມວາລະເເລ້ວ ສະມາຊິກສະພາແຫ່ງຊາດ ຈະສືບຕໍ່ຮັບຟັງການອະທິບາຍຊີ້ແຈງຈາກລັດຖະມົນຕີກະຊວງໂຍທາທິການເເລະຂົນສົ່ງ, ລັດຖະມົນຕີກະຊວງເຕັກໂນໂລຊີເເລະການສື່ສານ, ລັດຖະມົນຕີກະຊວງພະລັງງານເເລະບໍ່ເເຮ່ ເເລະ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດເເລະສີ່ງເເວດລ້ອມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments