Sunday, September 22, 2024
Homeຂ່າວໜ້າໜຶ່ງຜົນສໍາເລັດໃນການພົບປະລະຫວ່າງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ

ຜົນສໍາເລັດໃນການພົບປະລະຫວ່າງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ

ການພົບປະສອງຝ່າຍລະຫວ່າງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະ ທ່ານ ອັນວາ ອິບບຣາຮິມ, ນາຍົກລັດຖະມົນຕີມາເລເຊຍ ໃນວັນທີ 27 ມິຖຸນາ 2023, ທີ່ສໍານັກງານນາຍົກ ລັດຖະມົນຕີ ຊື່ງພາຍຫລັງການພົບປະຄັ້ງນີ້ສອງຝ່າຍໄດ້ຮ່ວມກັນຖະແຫລງຂ່າວຕໍ່ສື່ມວນຊົນ ໂດຍສອງຝ່າຍຢືນຢັນຄືນຄວາມມຸ້ງໝັ້ນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາ ມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄືສອງລັດຖະບານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ການມາຢ້ຽມຢາມລາວຂອງທ່ານ ອັນວາ ອິບບຣາຮິມ, ນາຍົກລັດຖະມົນຕີມາເລເຊຍ ພ້ອມດ້ວຍຄະນະໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ລະຫວ່າງສອງລັດຖະບານ ແລະປະຊາຊົນສອງຊາດ ລາວ-ມາເລເຊຍ ໃຫ້ນັບມື້ນັບໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ສອງຝ່າຍໄດ້ເຫັນດີເອກະພາບກັນ ໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນຮ່ວມກັນຜ່ານມາໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໂດຍຜ່ານກົນໄກການຮ່ວມມືສອງຝ່າຍຄື: ຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ມາເລເຊຍ (JC)ກໍ່ຄືກົນໄກຮ່ວມມືທີ່ສໍາຄັນອື່ນໆ, ສອງຝ່າຍໄດ້ເອກະພາບຮ່ວມກັນ ຈະຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນດ້ານຕ່າງໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ເປັນຕົ້ນ:

– ສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໃນບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ.

– ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານພະລັງງານ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ທັງເປັນການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024.

– ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືກັນລະອຽດ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂອງສອງຝ່າຍ.

– ຊຸກຍູ້ໃຫ້ເພີ່ມທະວີການລົງທຶນສອງຝ່າຍໃຫ້ຫຼາຍຂື້ນ ໂດຍສົ່ງເສີມໃຫ້ສະພາການຄ້າ ແລະ ອຸດສາຫະກໍາຂອງສອງປະເທດລາວ ແລະ ມາເລເຊຍ ພົບປະກັນ ແລະ ລັດຖະບານລາວ ຍິນດີສະໜັບສະໜູນ ແລະອໍານວຍຄວາມສະດວກໃຫ້ພາກສ່ວນທຸລະກິດມາເລເຊຍ ຢູ່ ສປປ ລາວ.

– ສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າສອງຝ່າຍໃຫ້ກວ້າງຂວາງ ແລະ ກວມເອົາຫຼາຍຂົງເຂດໂດຍສຸມໃສ່ຂະຫຍາຍການຄ້າທີ່ສອງຝ່າຍມີທ່າແຮງເປັນຕົ້ນແມ່ນພະລັງງານໄຟຟ້າທີ່ສະອາດ, ອຸດສາຫະກໍາຕ່າງໆ, ກະສິກໍາ, ການທ່ອງທ່ຽວແລະ ອາຫານຮາລານເພື່ອສົ່ງອອກ.

– ເພີ່ມທະວີການຮ່ວມມືການເຊື່ອມໂຍງຄົມມະນາຄົມສອງຝ່າຍ ເປັນຕົ້ນການເປີດຄືນໃຫມ່ສາຍການບິນຈາກ ກົວລາລໍາເປີ-ນະຄອນຫຼວງວຽງຈັນເພື່ອເຊື່ອມຕໍ່ກັບເສັ້ນທາງການບິນໃນອານຸພາກພື້ນ ແລະ ທັງເປັນການອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນສອງປະເທດ ກໍ່ຄືນັກທ່ອງທ່ຽວຈາກປະເທດທີ 3. ພ້ອມນີ້, ສອງຝ່າຍຈະນໍາໃຊ້ລະບົບການເຊື່ອມຈອດລະບົບລາງເຂົ້າໃນການສົ່ງເສີມການຄ້າ ເພື່ອໃຫ້ຫຼຸດຕົ້ນທຶນດ້ານການຂົນສົ່ງສິນຄ້າ.

– ສືບຕໍ່ເພີ່ມທະວີການຮ່ວມມື, ການສຶກສາ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ ແລະ ດ້ານອື່ນໆທີ່ເປັນທ່າແຮງຂອງສອງປະເທດ ໂດຍສະເພາະແມ່ນການສະໜັບສະໜູນການພັດທະນາບຸກຄະລາກອນ ແລະ ເຕັກນິກວິຊາການລະຫວ່າງກັນ.

ໃນໂອກາດນີ້ນາຍົກລັດຖະມົນຕີລາວ ແລະ ມາເລເຊຍ ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີລົງນາມເອກະສານຈໍານວນ 2 ສະບັບ ແລະ ແລກປ່ຽນມອບຮັບ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືການຂົນສົ່ງສິນຄ້າທາງບົກ ລະຫວ່າງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງຂອງລາວ ແລະ ບໍລິສັດ ມູເທຍຣາ ເພີລີຊ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານທາງລົດໄຟລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ບໍລິສັດທາງລົດໄຟມາເລເຊຍ ເກີເຣທາປີ ທານາ ເມລາຢູ ເບີນາດ, ແລກປ່ຽນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ TNB Power Generation, ມອບ-ຮັບ ໜັງສືເຈດຈໍານົງ ວ່າດ້ວຍການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະລັງງານໃນລາວ ລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ TNB Power Generation. ສໍາລັບບັນຫາພາກພື້ນ ແລະ ສາກົນ ທັງສອງຝ່າຍແມ່ນໄດ້ມີການແລກປ່ຽນຄວາມຄິດເຫັນໃນການກະກຽມເປັນປະທານອາຊຽນ 2024 ຂອງລາວ ໂດຍລັດຖະບານມາເລເຊຍ ຈະໃຫ້ການຮ່ວມມືສະໜັບສະໜູນການເປັນປະທານອາຊຽນຄັ້ງນີ້. ນອກນີ້ທັງສອງຝ່າຍມີຄວາມເປັນຫ່ວງກ່ຽວກັບສະພາບຄວາມຂັດແຍ່ງບັນຫາຕ່າງໆຢູ່ໃນໂລກ ແລະສົ່ງຜົນກະທົບຕໍ່ອະນຸພາກພື້ນໂດຍສະເພາະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫລີກລ້ຽງບໍ່ໄດ້,

ໂອກາດນີ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຍັງໄດ້ຢັ້ງຢືນວ່າຈະຮ່ວມເຮັດວຽກກັບທ່ານ ອັນວາ ອິບບຣາຮິມ, ນາຍົກລັດຖະມົນຕີມາເລເຊຍຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະຫຼາຍຝ່າຍ ກໍຄືຄອບຄົວອາຊຽນ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments