Sunday, September 22, 2024
Homeຂ່າວຕ່າງປະເທດສປ ຈີນ ກວດຢືດຢາເສບຕິດ ຫລາຍກວ່າ 5,3 ໂຕນ

ສປ ຈີນ ກວດຢືດຢາເສບຕິດ ຫລາຍກວ່າ 5,3 ໂຕນ

ສຳນັກ​ຂ່າວ ​ຊິນ​ຮວາ ​ຂອງ ສປ ຈີນ ເມື່ອບໍ່ດົນມານີ້, ທ່ານ ຊຸນ​ເຈີ​ເຈຍ, ຜູ້ອຳນວຍການຝ່າຍ​ປາບ​ປາມການລັກລອບນຳ​ເຂົ້າ ຂຶ້ນກັບກົມພາສີທົ່ວໄປ ຂອງ ສປ ຈີນ ສາມາດກວດ​ຢືດຢາ​ເສບ​ຕິດຫລາຍ​ປະ​ເພດ ປະມານ 5,3 ​ໂຕນ ​ແລະ ສືບສວນຄະດີ ອາ​ຊະ​ຍາ​ກຳ ກ່ຽວ​ກັບ​ການ​ລັກລອບນຳ​ເຂົ້າຢາ​ເສຍ​ຕິດຫລາຍ​ກວ່າ 1.000 ຄະດີ ​ນັບ​ຕັ້ງ​ແຕ່​ ປີ2022 ​ເປັນຕົ້ນມາ. ​ໃນ​ນີ້ມີ​ການ​ນຳ​ເຂົ້າຢາ​ເສບ​ຕິດ​ໃນ​ໄຕ​ມາດ​ທຳ​ອິດ 181 ຄະດີ​ເພີ່ມ​ຂຶ້ນ 33% ​ເມື່ອ​ທຽບ​ໃສ່​ປີ​ຕໍ່​ປີ ​ແລະ ປະລິມານຢາ​ເສບ​ຕິດຫລາຍ​ປະ​ເພດທີ່ຢຶດ​ໄດ້ 2,1ື​ໂຕນ ​ເພີ່ມ​ຂຶ້ນ 5,2% ຈາກ​ປີ​ກ່ອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments