Sunday, September 22, 2024
Homeຂ່າວຕ່າງປະເທດຕວັກກີ ຂົນສົ່ງທັນຍາພືດໄປຕະຫລາດໂລກເພີ່ມຂຶ້ນ

ຕວັກກີ ຂົນສົ່ງທັນຍາພືດໄປຕະຫລາດໂລກເພີ່ມຂຶ້ນ

ສຳນັກ​ຂ່າວ Ihlas ຂອງຕວັກ​ກີ ວັນ​ທີ26 ​ມິຖຸນາ​ນີ້ ທ່ານ ອັບ​ດຸລກາ​ດີຣ ອູຣາ​ໂລກ​ລູ ລັດຖະມົນຕີວ່າການ​ກະຊວງ ​ຄົມມະນາຄົມ ​ແລະ ​ໂຄງ​ສ້າງພື້ນຖານຂອງ​ຕວັກ​ກີ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງປະລິມານ​ການ​ຂົນ​ສົ່ງທັນ​ຍາ​ພືດ​ໄປ​ຕະຫລາດ​ໂລກ ຜ່ານ​ລະບຽບ​ຂົນ​ສົ່ງ​ທັນ​ຍາ​ພືດ​ໃນ​ທະ​ເລ​ດຳເພີ່ມ​ຂຶ້ນ​ຫລາຍ​ກວ່າ 32 ລ້ານ​ໂຕນ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ ​ປີ 2022 ​ໂດຍ​ທັນ​ຍາ​ພືດສ່ວນ​ໃຫຍ່ຖືກ​ຂົນ​ສົ່ງ​ສູ່ ສປ ຈີນ, ​ແອັດ​ສະ​ປາຍ, ຕວັກ​ກີ ​ແລະ ອີ​ຕາ​ລີ. ຂະນະ​ທີ່ການ​ຂົນ​ສົ່ງ​ທັນ​ຍາ​ພືດໄປ​ກຸ່ມ​ປະ​ເທດ​ອາ​ຟຣິກາ ​ເພີ່ມ​ຂຶ້ນ 2 ​ເທົ່າ ​ໃນ​ໄລຍະ 6 ​ເດືອນ​ຜ່ານ​ມາ ກວມ​ເອົາ 12% ຂອງ​ປະລິມານທັນ​ຍາ​ພືດທັງ​ໝົດ ​ໂດຍ​ກຳ​ປັ່ນບັນທຸກ ​ທັນ​ຍາ​ພືດ 290ລຳ ຈາກທັງ​ໝົດ 987 ລຳ ​ເປັນ​ກຳ​ປັ່ນ​ສັນຊາດ​ຕວັກ​ກີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments