Saturday, September 21, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 28 ມີຖຸນາ 2023

ສະພາບອາກາດ ວັນທີ 28 ມີຖຸນາ 2023

ສະພາບອາກາດ ປະຈໍາວັນທີ 28 ມີຖຸນາ 2023 ຮ່ອງຄວາມກົດດັນຕໍ່າ ຍັງພາດຜ່ານພາກເໜືອຂອງປະເທດລາວ ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນຕໍ່າທີ່ມີກໍາລັງອ່ອນ ຫາປານກາງ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບ ນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນສ່ວນຫລາຍ ຈະມີ ຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 25-34 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments