ແຄນເປັນເຄື່ອງດົນຕີທີ່ມີສຽງອັນອອນຊອນ ເມື່ອຟັງແລ້ວຕ້ອງສະແດງອາການມ່ວນຊື່ນອອກມານັ້ນສະແດງໃຫ້ເຫັນວ່າ ແຄນ ແມ່ນຜູກພັນກັບສາຍເລືອດລາວ ມາແຕ່ບູຮານມາແລ້ວ ຊຶ່ງສະແດງອອກຄື: ເມື່ອເວົ້າເຖິງແຄນ ຫລື ໄດ້ຍິນສຽງແຄນ ບໍ່ມີຄົນລາວຜູ້ໃດທີ່ຈະບໍ່ຮູ້ຈັກ , ແຄນ ກາຍເປັນດົນຕີປະຈໍາຊາດລາວ ອັນມີເອກະລັກສະເພາະມາແຕ່ເຫິງນານແລ້ວ ເພາະແຄນໄດ້ເຊື່ອມຊືມເຂົ້າໃນຊີວິດວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຊຶ່ງບັນດາຂັບລໍາທ້ອງຖິ່ນຕ່າງໆ ນັບແຕ່ເໜືອຈົນຮອດໃຕ້ ກໍແມ່ນມີແຄນເປັນດົນຕີຫລັກ ເຊັ່ນ: ທາງພາກ ເໜືອ ແລະ ພາກກາງ ມີຂັບຊໍາເໜືອ , ຂັບຊຽງຂວາງ , ຂັບງື່ມ ແລະ ສິລະປະການເປົ່າແຄນຂອງຊົນເຜົ່າມົ້ງ…ສ່ວນທາງພາກໃຕ້ມີ ລໍາມະຫາໄຊ, ລໍາຕັງຫວາຍ, ລໍາພູໄທ, ລໍາສາລະວັນ, ລໍາບ້ານຊອກ, ລໍາສີພັນດອນ ແລະ ອື່ນໆອີກຢ່າງຫລວງຫລາຍ.
ແຕ່ເປັນຕາໜ້າເສຍດາຍອີກຢ່າງໜຶ່ງ ທີ່ໄວໜຸ່ມລາວໃນປັດຈຸບັນໃຫ້ຄວາມສົນໃຈ ແຄນ ແລະ ສຽງແຄນ ອັນເປັນເຄື່ອງດົນຕີທີ່ຮຽກວ່າ ເປັນເອກະລັກປະຈໍາຊາດລາວນັ້ນໜ້ອຍເກີນໄປ ຊຶ່ງນີ້ເປັນສິ່ງທີ່ພວກເຮົາຕ້ອງຄິດຫາວິທາງສົ່ງເສີມ ເພື່ອເຮັດໃຫ້ສຽງແຄນແດນຈໍາປາ ທີ່ບັນພະບຸ ລຸດປະດິດສ້າງຂຶ້ນນັ້ນ ໃຫ້ຍືນຍົງຕະຫລອດໄປ. ດັ່ງນັ້ນ, ຄໍລຳຊີວິດວັດທະນະທຳ ມື້ນີ້ຈຶ່ງຂໍນໍາສະເໜີ ບັນດາຄວາມຮູ້ກ່ຽວກັບແຄນລາວແບບສັງເຂບ ໃຫ້ແກ່ບັນດາທ່ານໄດ້ຮັບຮູ້ ເພື່ອເປັນກະບອກສຽງປະກອບສ່ວນ ໃນການສ້າງຄວາມສົນໃຈ ໃຫ້ເກີດແນວຄິດຮັກຫອມແຄນ ແລະ ສຽງແຄນລາວ.
ແຄນ ແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຊະນິດໜຶ່ງໃນດົນຕີພື້ນເມືອງລາວສີ່ປະເພດຄື : ດີດ , ສີ , ຕີ ແລະ ເປົ່າ ເປັນເຄື່ອງດົນຕີທີ່ໄດ້ຮັບຄວາມນິຍົມ ແລະ ນໍາໃຊ້ຢ່າງກວ້າງຂວາງ ໃນກຸ່ມຄົນເຊື້ອຊາດລາວ ນັບເປັນເວລາຫລາຍພັນປີມາແລ້ວ ບັນດານັກປາດອາຈານໃນສະໄໝ ບູຮານ ເພິ່ນໄດ້ຂຽນເປັນບົດນິຍາມໄວ້ວ່າ: “ຄົນລາວ ຢູ່ເຮືອນຮ້ານ ປາກເປົ່າແຄນ ມືປັ້ນເຂົ້າໜຽວ”. ຕາມຫລັກວິທະຍາສາດ ຍັງບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນຂອງແຄນ ວ່າແມ່ນໃຜເປັນຜູ້ສ້າງຂຶ້ນມາ. ແຕ່ແນ່ນອນວ່າ ແຄນລາວ ແມ່ນຄົນລາວສ້າງຂຶ້ນ ເພາະສຽງດົນຕີກົມກືນກັບສຽງຂັບ ລໍາ ຂອງສໍານຽງສຽງເວົ້າພາສາລາວແທ້ໆ, ເມື່ອເອົາໄປເປົ່າກັບສໍານຽງພາສາອື່ນກໍໄດ້ຢູ່ ແຕ່ມັນກໍຂາດໆເຂີນໆ ບໍ່ມ່ວນຊື່ນອອນຊອນ ຄືກັບສຽງຂັບລໍາພາສາລາວ.
ຕາມຂໍ້ມູນທີ່ສາມາດຢັ້ງຢືນໄດ້ວ່າ: ແຄນລາວ ມີຕົ້ນກໍາເນີດຢູ່ໃນກຸ່ມຄົນລາວ ( ໄຕລາວ ) ຢູ່ລຸ່ມແມ່ນໍ້າຂອງ ແພ່ກະຈາຍອອກໄປສູ່ທ້ອງຖິ່ນອື່ນໆທີ່ໃກ້ຄຽງ ໂດຍມີຂໍ້ມູນຫລັກຖານຈາກການຄົ້ນພົບຄ້ອງບັ້ງບູຮານ ທີ່ມີຮູບສະຫລັກຄົນເປົ່າແຄນ ຈຶ່ງສາມາດສັນນິຖານໄດ້ວ່າ ແຄນ ລາວ ອາດກໍາເກີດມາໄດ້ຫລາຍກວ່າ 2.500 ປີແລ້ວ. ແຄນລາວ ປະກອບມີຫລາຍຮູບແບບດັ່ງນີ້ : ແຄນລາວລຸ່ມ ມີ 4 ຊະນິດຄື : ແຄນ 5 ຄູ່, ແຄນ 6 ຄູ່, ແຄນ 7 ຄູ່, ແຄນ 8 ຄູ່. ແຄນລາວໃນສະໄໝກ່ອນ ແມ່ນມັກໃຊ້ເປົ່າຂັບລໍາຕ່າງໆ ສ່ວນຫລາຍແມ່ນແຄນ 5 ຄູ່ , 6 ຄູ່ ແລະ 7 ຄູ່ ເທົ່າ ນັ້ນ ແຕ່ຕໍ່ມາອີງໃສ່ສະພາບຄວາມຕ້ອງການ ຂອງຍຸກສະໄໝໃໝ່ ນັກປະດິດແຄນຈຶ່ງໄດ້ເພີ່ມສຽງແຄນຂຶ້ເປັນ 8 ຄູ່ ເພື່ອສາມາດຫລິ້ນກັບເຄື່ອງດົນຕີອື່ນໆໄດ້. ແຄນຂະມຸ ມີ 2 ຊະນິດຄື: ເຂດພາກເໜືອ, ກາງ ແລະ ໃຕ້ ນິຍົມໃຊ້ແຄນ 5 ຄູ່ ແລະ 6 ຄູ່ ຄືກັບລາວລຸ່ມ ໃຊ້ໃນການເປົ່າປະ ກອບ ສຽງຂັບລໍາ. ເຜົ່າຂະມຸ ເຂດສາລະວັນ, ເຊກອງ, ອັດຕະປື ເຂົາເຈົ້າປະດິດແຄນນໍ້າເຕົ້າຂຶ້ນ ເປັນເອກະລັກສະເພາະຂອງຕົນ ໃຊ້ເປົ່າສະແດງປະກອບກັບ ເຄື່ອງດົນຕີພື້ນເມືອງຊະນິດຕ່າງໆ ຫາກບໍ່ແມ່ນໃຊ້ເປົ່າໃນການຂັບລໍາ. ແຄນເຜົ່າມົ້ງ: ສ່ວນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ, ຄວາມສາ ມາດ ແລະ ພະລະກໍາລັງຄວາມກ້າຫານຂອງຜູ້ເປົ່າ, ບໍ່ໄດ້ປະກອບໃຫ້ກັບການຂັບລໍາພື້ນເມືອງແຕ່ຢ່າງໃດ.
ຕໍ່ກັບການອະນຸລັກສົ່ງເສີມແຄນລາວນັ້ນ, ມີບັນດາທ່ານຜູ້ນໍາ ແລະ ນັກປາດອາຈານ ໄດ້ສັ່ງສອນໄວ້ວ່າ “ເສຍວັດທະນະທໍາແມ່ນເສຍຄວາມເປັນຊາດ” ປະເທດໃດໜຶ່ງຖ້າລູກຫລານຊາວໜຸ່ມ ຍິງ-ຊາຍ ຜູ້ສືບທອດອະນາຄົດຂອງປະເທດຊາດ ຫາກຖືເບົາ, ບໍ່ເອົາໃຈໃສ່, ປ່ອຍປະລະ ເລີຍຕໍ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດຕົນ ພາກັນໄປນິຍົມ, ຍົກຍ້ອງວັດທະນະທໍາຂອງຊາດອື່ນ ບໍ່ດົນນານຊາດຂອງຕົນກໍ່ຈະຖືກປ່ຽນແປງ ແລະ ຖືກຊາດອື່ນກືນກິນ ແລະ ເສື່ອມຫາຍໄປໃສທີ່ສຸດ. ດັ່ງນັນຈຶ່ງຂໍໃຫ້ຄົນລາວທຸກໆຄົນ ບໍ່ວ່າໜຸ່ມນ້ອຍຍິງ-ຊາຍ ເຖົ້າແກ່ ທີ່ມີນໍ້າໃຈຮັກຊາດ ແລະ ຮັກວັດທະນະທໍາ ທີ່ເປັນມູນເຊື້ອຂອງຊາດລາວ ຈົ່ງພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ຈັກເປົ່າແຄນ ຈົ່ງເລີ່ມແຕ່ມື້ນີ້ ບໍ່ມີຄໍາວ່າແກ່ເກີນຮຽນ ພ້ອມກັນສືບຕໍ່ກ້າວໄປແຕ່ລະຂັ້ນ ດ້ວຍຄວາມເຊື່ອໝັ້ນ “ຄວາມພະຍາຍາມຢູ່ບ່ອນໃດ ຄວາມສໍາ ເລັດຢູ່ບ່ອນນັ້ນ” ແມ່ນສັດຈະທໍາທີ່ຖືກຕ້ອງຕະຫລອດການ.