Wednesday, October 23, 2024
Homeຂ່າວໜ້າໜຶ່ງ6 ເດືອນທ້າຍປີລັດຖະບານ ຈະແກ້ໄຂດ້ານເສດຖະກິດ ໃຫ້ມີສະຖຽນລະພາບ

6 ເດືອນທ້າຍປີລັດຖະບານ ຈະແກ້ໄຂດ້ານເສດຖະກິດ ໃຫ້ມີສະຖຽນລະພາບ

ໃນໄລຍະ 6 ເດືອນທ້າຍປີ 2023 ນີ້, ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດຫລາຍໜ້າວຽກ, ຫລາຍບັນຫາ ທີ່ເປັນຈຸດສຸມ ເພື່ອຮັກສາສະຖຽນລະພາບທາງດ້ານເສດ ຖະກິດ, ການເງິນ-ເງິນຕາ ຂອງ ສປປ ລາວ ບໍ່ໃຫ້ຕົກເຂົ້າສູ່ວິກິດ, ທັງຄ່ອຍໆກ້າວໄປເຖິງການສ້າງພື້ນຖານໃຫ້ເສດຖະ ກິດ-ການເງິນ ພົ້ນຈາກຄວາມສ່ຽງ ແລະ ມີຄວາມໝັ້ນທ່ຽງ ເປັນກ້າວໆໃນປີຕໍ່ໄປ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ ໃນວັນທີ 26 ມິຖຸນາ 2023 ນີ້ວ່າ: ເພື່ອເຮັດໃຫ້ເສດ ຖະກິດມະຫາພາກມີສະຖຽນລະພາບ ແລະ ບໍ່ໃຫ້ຕົກເຂົ້າສູ່ວິກິດ, ລັດຖະບານ ຈະໄດ້ສຸມໃສ່ແກ້ໄຂຈຸດທີ່ມີຄວາມບອບບາງ, ອ່ອນໄຫວ ແລະ ເໜັງຕີງແຮງ ເຊັ່ນ: ບັນຫາອັດຕາແລກປ່ຽນ, ບັນຫາເງິນເຟີ້ ໃຫ້ເໜັງຕິງຊ້າລົງ ກ້າວໄປເຖິງຈຸດທີ່ມີຄວາມສະຖຽນກວ່າເກົ່າ, ໃນນີ້ ຈະໄດ້ສຸມໃສ່ເປັນພິເສດ ແມ່ນ ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫລື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອມີເງິນມາແກ້ ໄຂໜີ້ສິນ. ໃນນັ້ນ ຈະໄດ້ສຸມໃສ່ຄົ້ນຄວ້າຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບ ເປັນທັນສະໄໝ, ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍກວ່າເກົ່າ, ສືບຕໍ່ຄົ້ນຄວ້າໂອນຫົວໜ່ວຍລາຍຮັບ ທີ່ສູນກາງຄຸ້ມຄອງ ໃຫ້ແຂວງ ເປັນຜູ້ຮັບຜິດຊອບເກັບໃຫ້ຫລາຍຫົວໜ່ວຍຂຶ້ນຕື່ມ, ສືບຕໍ່ປະຕິບັດບັນດານິຕິກໍາທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫລາຍຂຶ້ນ, ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ ບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ ສຸມໃສ່ຈັດຕັ້ງປະຕິບັດການແກ້ໄຂໜີ້ 3 ແຈ, ບ່ວງ 8.000 ຕື້ກີບ ໃຫ້ສຳເລັດ 100%, ພ້ອມກັນນັ້ນ, ກໍຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນບ້ວງໃໝ່ຕື່ມ ເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການສາມາດຢູ່ໄດ້ສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍຈະໄດ້ສືບຕໍ່ສົມທົບກັບສະພາແຫ່ງຊາດ ເພື່ອປັບປຸງນິຕິກຳຈຳນວນໜຶ່ງທີ່ກ່ຽວກັບຂັ້ນຂອດການສ້າງ ແລະ ຮັບຮອງແຜນການລົງ ທຶນຂອງລັດໃຫ້ໄວຂຶ້ນຕື່ມ ທັງສຸມໃສ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງ ທຶນເພື່ອແກ້ໄຂຄວາມທຸກຍາກ ເປັນບູລິມະສິດ, ສືບຕໍ່ເອົາ ໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມນັ້ນ, ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງເງິນຕາ ໃຫ້ບັນດາບໍລິສັດ ທີ່ນຳເຂົ້ານຳມັນເຊື້ອໄຟ ໃຫ້ຫລາຍຂຶ້ນກວ່າເກົ່າ.

ລັດຖະບານ ຈະສຸມໃສ່ປັບປຸງສະພາບແວດລ້ອມ ໃນການລົງທຶນ ໂດຍຕັດຂັ້ນຕອນ ແລະ ເອກະສານທີ່ບໍ່ຈໍາເປັນອອກ ເພື່ອເຮັດໃຫ້ການອະນຸຍາດລົງທຶນວ່ອງໄວ, ໂປ່ງໃສ ແລະ ສະດວກກວ່າເກົ່າ, ສືບຕໍ່ຊຸກຍູ້ການຈັດຕັ້ງໂຄງ ການຂະໜາດໃຫ່ຍ ໃຫ້ດຳເນີນຕາມແຜນທີ່ກຳນົດໄວ້ ໂດຍສະເພາະໂຄງການພະລັງງານໄຟຟ້າຄວາມຮ້ອນ ຢູ່ພາກໃຕ້ທີ່ໄດ້ເຊັນສັນຍາຊື້ຂາຍໄຟຟ້າກັບ ກຳປູເຈຍແລ້ວ; ສືບຕໍ່ຍູ້ແຮງການປັບປຸງບັນດາລັດວິສາຫະກິດ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນໃຫ້ສຳເລັດໄວຂຶ້ນ ໂດຍສະເພາະ ລັດວິສາຫະ ກິດໄຟຟ້າລາວ, ທະນາຄານນະໂຍບາຍ, ລັດວິສາຫະກິດຫວຍພັດທະນາລາວ ແລະ ອື່ນໆ ໃຫ້ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິຜົນກວ່າເກົ່າ; ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ການສົ່ງເສີມ ຈຸນລະວິສາ ຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ແຂງແຮງກວ່າເກົ່າ ໂດຍລັດຖະບານ ໄດ້ມີນະໂຍ ບາຍສິນເຊື່ອ ທີ່ມີລັກສະນະສົ່ງເສີມອອກແລ້ວ ມີແຕ່ຍູ້ແຮງຂອດຈັດຕັ້ງປະຕິບັດຕົວຈິງ; ສືບຕໍ່ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ, ກໍລະນີໂຄງການໃດ ບໍ່ມີຄວາມຄືບໜ້າ ຫລື ມີຄວາມຄືບໜ້າຊ້າ ຫລື ລະເມີດສັນຍາ ແລະ ກົດ ໝາຍກ່ຽວຂ້ອງ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກ ຢ່າງເດັດຂາດ.

ສໍາລັບໂຄງການທົດລອງ ແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນໂຄງການທີ່ໄດ້ອະນຸຍາດຜ່ານມາ ແມ່ນສາມາດສະເໜີຕໍ່ອາຍຸສັນຍາຂຸດຄົ້ນໄດ້ ຕາມປະລິມານສະສົມແຮ່ທາດທີ່ມີຕົວຈິງ ໂດຍການປະຕິບັດພັນທະແມ່ນຕາມອັດຕາເກົ່າທີ່ເຮັດທົດລອງ. ພ້ອມກັນນັ້ນ ລັດຖະບານ ຈະໄດ້ເຊີນບັນດາບໍລິສັດ ທີ່ໄດ້ຮັບສຳປະທານໃນແບບປົກ ກະຕິ ມາເຈລະຈາເພື່ອໃຫ້ຍົກພັນທະຂຶ້ນໃຫ້ຄືກັນ ຫລື ໃກ້ຄຽງກັບໂຄງການທີ່ເຮັດທົດລອງ; ເລັ່ງປັບປຸງຂັ້ນຂອດການບໍລິການຂົນສົ່ງສິນສິນຄ້າຜ່ານດ່ານຊາຍແດນ ແລະ ບັນດາທ່າບົກໃຫ້ງ່າຍດາຍ,ວ່ອງໄວ ແລະ ສະດວກກວ່າເກົ່າ, ພ້ອມກັນນັ້ນ ກໍເລັ່ງຄົ້ນຄວ້າການເກັບຄ່າບໍລິການຜ່ານທ່າບົກໃຫ້ສົມເຫດສົມຜົນ ແລະ ເປັນເອກະພາບກັນ; ເພີ່ມທະວີໂຄສະນາດຶງດູດນັກທ່ອງທ່ຽວ ພ້ອມທັງສຸມໃສ່ປັບປຸງການບໍລິການທ່ອງທ່ຽວ ເພື່ອຮອງຮັບນັກທ່ອງທ່ຽວທີ່ເພີ່ມຂຶ້ນ ໂດຍສະເພາະນັກທ່ອງທ່ຽວຈີນ ທີ່ຈະເດີນທາງມາຕາມທາງລົດໄຟ ລາວ-ຈີນ; ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ປີທ່ອງທ່ຽວລາວ 2024; ເລັ່ງຄົ້ນຄວ້າມາດຕະການແກ້ໄຂບັນຫາຄູອາສາສະໝັກ ແລະ ການຂາດແຄນຄູສອນຢູ່ເຂດຊົນນະບົດ, ລວມທັງມາດຕະການແກ້ໄຂສະພາບການປະລະການຮຽນ ຢູ່ຊົນນະບົດ ທີ່ມີທ່າອ່ຽງເພີ່ມຂຶ້ນນັ້ນ ໃຫ້ສຳເລັດໄວ ແລະ ຈະສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາທີ່ລາວເຮົາໄດ້ລົງນາມ ແລະ ເປັນພາຄີ ໂດຍສະເພາະແຜນການຮ່ວມກັບປະເທດເພື່ອນມິດ ໃຫ້ເປັນຮູບປະທຳ, ສືບຕໍ່ເຄື່ອນໄຫວການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນກັບສະພາບການ.

ຂ່າວ: ທະນູທອງ ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments