Wednesday, October 23, 2024
Homeຂ່າວພາຍໃນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຢູ່ແຂວງອັດຕະປື ໄດ້ປະກາດຢ່າງເປັນທາງການແລ້ວ

ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຢູ່ແຂວງອັດຕະປື ໄດ້ປະກາດຢ່າງເປັນທາງການແລ້ວ

ພິທີປະກາດຮັບຮອງເອົາວັດຫຼວງເມືອງ ແລະ ວັດທາດພະໄຊ ເມືອງໄຊເສດຖາ ແຂວງ ອັດຕະປືເປັນມໍລະດົກແຫ່ງ ຊາດລະດັບທ້ອງຖິ່ນທາງດ້ານວັດທະນະທໍາແຫ່ງທີ 11 ຂອງທົ່ວປະເທດ ໄດ້ຈັດຂຶ້ນ ແລະ ປະກາດຢ່າງເປັນທາງການແລ້ວໃນວັນທີ 24 ມິຖຸນາ 2023 ທີ່ວັດທາດພະໄຊ ເມືອງໄຊເສດຖາ ເປັນກຽດເຂົ້າ ຮ່ວມໂດຍມີ ພຣະອາຈານຈາກອົງການພຸດພະສາສະໜາແຂວງອັດຕະປື, ມີ ທ່ານ ເລັດ ໄຊຍະພອນກຳ ມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື, ມີ ທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍຣະດົກ ຈາກກະຊວງ ຖວທ, ມີການນຳຈາກແຂວງໃກ້ຄຽງ, ຄະນະນຳຂອງແຂວງທຸກພາກສ່ວນ, ອາດີດການນຳຂອງແຂວງ, ບັນດາພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດຜູ້ປະກອບການ, ພໍ່ຄ້າຊາວຂາຍ, ບັນດາກ້ອນກຳລັງ ແລະ ພໍ່ແມ່ປະຊາຊົນບັນເຜົ່າເຂົ້າຮ່ວມຢ່າງຫຼາຍ.

ໃນພິທີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ປະທານຄະນະກຳມະ ການ ປະກາດວັດຫຼວງ ແລະ ວັດທາດພະໄຊ ເມືອງໄຊເສດຖາ ແຂວງ ອັດຕະປືເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນກ່າວວ່າ: ມໍລະດົກວັດທະນະທໍາ ແມ່ນຊັບສົມ ບັດອັນລໍ້າຄ່າທີ່ບັນພະບຸລຸດໄດ້ສ້າງໄວ້ ເຊິ່ງປຽບລົ້ນໄປດ້ວຍຄຸນຄ່າວັດທະນະທໍາອັນໂດດເດັ່ນເພື່ອສ່ອງແສງໃຫ້ເຫັນຄວາມເປັນເອກະລັກຂອງຊາດລາວຂອງປະຊາຊົນບັນດາເຜົ່າ ຍ້ອນເຫັນໄດ້ຄຸນຄ່າມໍລະດົກວັດທະນະທຳແຫ່ງຊາດລະດັບທ້ອງຖິ່ນ ວັດຫຼວງ ແລະ ວັດທາດພະໄຊ ເມືອງໄຊເສດຖາ ເປັນຊັບສົມບັດ ຂອງຊາດອັນລ້ຳຄ່າ ເຊິ່ງພັກໄດ້ກໍານົດແຈ້ງກ່ຽວກັບໜ້າທີ່ໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກຂອງຊາດ ແລະ ລັດຖະບານໄດ້ມີການຜັນຂະຫຍາຍໃນກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບເລກທີ 11/ສພຊ ລົງວັນທີ 16 ພະຈິກ 2021 ເປັນຕົ້ນແມ່ນວຽກງານຂື້ນທະບຽນມໍລະດົກແຫ່ງຊາດທີ່ກໍານົດໄວ້ໃນມາດຕາ 29 ສະບັບປັບປຸງ ດັ່ງນັ້ນອຳນາດການປົກຄອງແຕ່ລະຂັ້ນ ແລະ ອົງການພຸດທະສາສະໜາສຳພັນລາວ ຢູ່ແຂວງ ອັດຕະປື ຈິ່ງໄດ້ມີຄວາມເປັນເອກະພາບ ເຫັນດີເຫັນພ້ອມຈັດພິທີປະກາດຢ່າງສົມກຽດ ໃນລະຫ່ວາງວັນທີ 20-25 ມິຖຸນາ 2023 ນີ້.

ເພື່ອແນໃສ່ເຮັດໃຫ້ງານປະກາດມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຢູ່ແຂວງອັດຕະປື ມີເນື້ອໃນ ແລະ ບັນຍາກາດຟົດຟື້ນ, ພະແນກ ຖວທ ແຂວງ ໄດ້ສົມທົບກັບສະມາຄົມສຽງແຄນລາວ ຮ່ວມຈັດກິດຈະກຳປິ່ນອ້ອມ ທີ່ເປັນການສຶບສານວັດທະນະທໍາລາວ ແລະ ວັດທະນະ ທຳທ້ອງຖິ່ນ ພ້ອມທັງປະກາດມໍລະດົກ 2 ແຫ່ງພ້ອມກັນເທື່ອທຳອິດ ຢູ່ແຂວງອັດຕະປື.

ໃນການສະເຫຼີມສະຫຼອງພິທີປະກາດຮັບຮອງເອົາວັດຫຼວງ ແລະ ວັດທາດພະໄຊ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນທາງດ້ານວັດທະນະທໍາ ໄດ້ມີການແຫ່ຂະບວນກ້ອນກຳລັງຈາກຫຼາຍພາກສ່ວນ, ມີການຊົມລາຍການສະແດງສິລະ ປະ- ວັນນະຄະດີ, ມອບໃບຢັ້ງຢືນ, ເປີດປ້າຍປະກາດ ພ້ອມທັງລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ.

ໃນໂອກາດດຽວກັນບັນດາການນຳທຸກພາກສ່ວນຍັງໄດ້ເຂົ້າຮ່ວມຊີມອາຫານເອກະລັກຂອງແຂວງຈາກການປະກອບສ່ວນຂອງແຂວງ, ເມືອງ ແລະ ພາກສ່ວນຜູ້ປະກອບການທຸລະກິດ ແລະ ຍັງໄດ້ສືບຕໍ່ເຂົ້າຊົມລະການສະແດງສິລະປະ- ວັນ ນະຄະດີ, ຊົມເຊຍການກວດນາງສາວບັນດາເຜົ່ານຳອີກດ້ວຍ.

ໂດຍ: ໄພບູນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments