Tuesday, October 22, 2024
Homeຂ່າວພາຍໃນການນຳແຂວງຈຳປາສັກ ຢ້ຽມຢາມ ເຂດເສຖະກິດ ແລະ ຖານທີ່ໝັ້ນຕໍ່ສູ້ພາກໃຕ້ລາວທີ່ກວາງນາມ

ການນຳແຂວງຈຳປາສັກ ຢ້ຽມຢາມ ເຂດເສຖະກິດ ແລະ ຖານທີ່ໝັ້ນຕໍ່ສູ້ພາກໃຕ້ລາວທີ່ກວາງນາມ

ແຫລ່ງຂ່າວຈາກ ແຂວງຈຳປາສັກໃຫ້ຮູ້ວ່າ: ການນຳຂັ້ນສູງແຂວງຈຳປາສັກ ສປປ ລາວ, ນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ລົງຢ້ຽມຢາມ ເຂດເສດຖະກິດເປີດຈູລາຍເຈືອງຮ່າຍ, ກຸ່ມບໍລິສັດ ທາໂກ້ຈູລາຍ (THACO) ໂດຍການຕ້ອນຮັບຂອງທ່ານ ໂຮ່ ກວາງບູ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ພ້ອມດ້ວຍຄະນະຜູ້ບໍລິຫານງານ ທາໂກ້ຈູລາຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກທີ່ແຂວງກວາງນາມ ໃນວັນທີ 23 ມິຖຸນາ 2023 ຜ່ານມານີ້.

ໃນການຢ້ຽມຢາມຄັ້ງນີ້, ຜູ້ຕາງໜ້າກຸ່ມບໍລິສັດ ທາໂກ້ຈູລາຍ ໄດ້ລາຍງານສະພາບລວມ ພື້ນຖານກ່ຽວກັບຂະບວນການສ້າງຕັ້ງ ແລະ ພັດທະນາໜ່ວຍງານ ພ້ອມທັງ ຍຸດທະສາດການລົງທຶນ ເປັນຕົ້ນແມ່ນການຮ່ວມມື ແລະ ການເຄື່ອນໄຫວເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ເພື່ອກາຍເປັນບໍລິສັດອຸດສາຫະກຳຫລາຍຮູບຫລາຍແບບທີ່ນຳມາເຊິ່ງຄຸນຄ່າໃຫ້ແກ່ລູກຄ້າ ແລະ ສັງຄົມ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ, THACO ໄດ້ສ້າງກຳລັງແຮງ ແລະ ທ່າແຮງຢ່າງບໍ່ຢຸດຢັ້ງ, ກຸ່ມບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 1997 ຢູ່ແຂວງ ດົ່ງນາຍ ພາກໃຕ້ ຫວຽດນາມ. ປັດຈຸບັນໄດ້ 25 ປີ, ເຊິ່ງການພັດທະນາໄດ້ຫັນມາເປັນບໍລິສັດຫຸ້ນສ່ວນຫລາຍອຸດສາຫະກຳ ລວມມີ 6 ບໍລິສັດຍ່ອຍຄື: ບໍລິສັດ THACO AUTO (ລົດໃຫຍ່), THACO AGRI (ການຜະລິດກະສິກຳ-ປ່າໄມ້), ອຸດສາຫະກໍາ THACO (ກົນຈັກ ແລະ ອຸດສາຫະກໍາສະໜັບສະໜູນ), THADICO (ການລົງທຶນ-ການກໍ່ສ້າງ), THILOGI (ການຂົນສົ່ງ) ແລະ THISO (ການຄ້າ-ການບໍລິການ) ໃນຮູບແບບທີ່ປະສົມປະສານ. ສຳລັບ ຢູ່ພາກໃຕ້ຂອງລາວ, ໃນໄລຍະຜ່ານມາ, THACO ໄດ້ຜັນຂະຫຍາຍການລົງທຶນຍຸດທະສາດໃນການພັດທະນາເຂດກະສິກຳ, ຕາຂ່າຍໄຟຟ້າ, ລະບົບຊົນລະປະທານ, ເຄື່ອງຈັກ ແລະ ກົນຈັກ ຢູ່ແຂວງເຊກອງ ແລະ ແຂວງອັດຕະປື ເປັນຂະໜາດໃຫຍ່ບົນພື້ນຖານກະສິກຳ, ໃນນັ້ນ ໄດ້ປູກຕົ້ນໄມ້, ປູກຝັງສາທາລະນະ-ປ່າໄມ້ ແລະ ລ້ຽງງົວ.

ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈ ທີ່ໄດ້ມາທັດສະນະຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍ ຜົນງານການຂະຫຍາຍຕົວ ກໍຄືຍຸດທະສາດການລົງທຶນ ຂອງກຸ່ມບໍລິສັດ ທາໂກ້ຈູລາຍ ພ້ອມນັ້ນໄດ້ເຊີນຊວນກຸ່ມບໍລິສັດດັ່ງກ່າວ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ເພື່ອເປັນການປະກອບສ່ວນເຂົ້າໃນການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ແຂວງກວາງນາມ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ເຂດເສດຖະກິດທີ່ສໍາຄັນ ເພື່ອແນໃສ່ຊ່ວຍເຫລືອການເຊື່ອມຈອດ, ແນໃສ່ຊຸກຍູ້ພັດທະນາເສດຖະກິດ-ສັງຄົມບັນດາທ້ອງຖິ່ນໃນພາກພື້ນ.

ໃນໂອກາດດຽວກັນ, ທ່ານເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມເຂດຖານທີ່ໝັ້ນຕໍ່ສູ້ພາກໃຕ້ລາວ ຢູ່ເມືອງຝຸນິງ ເຊິ່ງແຕ່ກ່ອນບ່ອນນີ້ ແມ່ນບ້ານຖັ້ງດຶ໋ກ ຕາແສງຕາມເຍີດ ເມືອງຕາມກີ່ ປັດຈຸບັນແມ່ນ ຕາແສງຕາມວິງ ເມືອງຝຸນິງ ແຂວງ ກວາງນາມ ແຕ່ປີ 1948 ເຖິງປີ 1954 ແມ່ນສະຖານທີ່ຢຸດຕິດຂອງເຂດຕໍ່ຕ້ານພາກໃຕ້ລາວ ແລະ ຫ້ອງບໍລິຫານວຽກງານຊາຍແດນຕອນໃຕ້ ພາກກາງ, ເປັນແນວຫລັງທີ່ປອດໄພໃຫ້ແກ່ກຳລັງປະກອບອາວຸດ ປະຕິວັດລາວ ແລະ ທະຫານອາສາສະໝັກຫວຽດນາມ ສະແດງເຖິງນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ບໍລິສຸດຜ່ອງໃສສຸດກົກ ສຸດປາຍລະຫວ່າງ ສອງຊາດຫວຽດນາມ-ລາວ ໃນການຕໍ່ຕ້ານຕີພວກລ່າເມືອງຂຶ້ນ ທີ່ເຂົ້າມາຮຸກຮານ.

ຂ່າວ: ທັດຊະນະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments