Monday, October 21, 2024
Homeທຸລະກິດເສດຖະກິດຂອງລຸກຊຳບວກ ມີທ່າອ່ຽງດີຂຶ້ນ (ເນື່ອງໃນໂອກາດວັນຊາດ ລຸກຊຳບວກ ວັນທີ 23 ມິຖຸນາ 1839 – 23 ມິຖຸນາ 2023)

ເສດຖະກິດຂອງລຸກຊຳບວກ ມີທ່າອ່ຽງດີຂຶ້ນ (ເນື່ອງໃນໂອກາດວັນຊາດ ລຸກຊຳບວກ ວັນທີ 23 ມິຖຸນາ 1839 – 23 ມິຖຸນາ 2023)

ລຸກຊຳບວກ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ຕັ້ງຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງທະວີບເອີຣົບ ແລະ ເປັນປະເທດທີ່ມີເນື້ອທີ່ພຽງ 2.586 ກິໂລຕາແມັດ ເຮັດໃຫ້ປະເທດລຸກຊຳບວກເປັນປະເທດນ້ອຍທີ່ສຸດໃນທະວີບເອີຣົບ ມີປະຊາກອນພຽງ 656.110 ຄົນ (ອີງຕາມຂໍ້ມູນໃນວັນທີ 20 ມິຖຸນາ 2023) ຖືວ່າເປັນໜຶ່ງໃນປະເທດທີ່ມີປະຊາກອນນ້ອຍທີ່ສຸດໃນເອີຣົບ ແຕ່ເປັນປະເທດທີ່ມີອັດຕາການເຕີບໂຕຂອງປະຊາກອນສູງ ແລະ ຄົນຕ່າງປະເທດມີອັດຕາສ່ວນເກືອບເຄິ່ງໜຶ່ງຂອງປະຊາກອນທັງໝົດ.

ໃນປີ 2023 ເສດຖະກິດຂອງລຸກຊຳບວກມີທ່າອ່ຽງດີຂຶ້ນທ່າມກາງຄວາມທ້າທາຍຢ່າງຕໍ່ເນື່ອງ ໂດຍຄາດວ່າການເຕີບໂຕຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2023 ຍັງຄົງຢູ່ໃນລະດັບ 1,6% ກ່ອນທີ່ຈະຟື້ນຕົວເປັນ 2,4% ໃນປີ 2024. ການຄາດຄະເນການເຕີບໂຕທີ່ຕໍ່າກວ່າຄ່າສະເລ່ຍໃນປີ 2023 ມີສາເຫດຫຼັກມາຈາກການບໍລິໂພກພາກເອກະຊົນຫຼຸດລົງ ແລະ ການລົງທຶນທີ່ອ່ອນແອທ່າມກາງເງື່ອນໄຂທາງດ້ານເງິນເຟີ້ ແລະ ຄວາມບໍ່ແນ່ນອນທາງດ້ານພູມສາດການເມືອງ, ອັດຕາເງິນເຟີ້ຄາດວ່າຈະຫຼຸດລົງໃນປີ 2023 ແລະ 2024 ໂດຍມີປັດໄຈມາຈາກການດໍາເນີນມາດຕະການເພື່ອບັນເທົາຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນ ມາດຕະການເຫຼົ່ານີ້ຍັງຄົງຄາດວ່າຈະສົ່ງຜົນກະທົບຕໍ່ດູນງົບປະມານຂອງລັດຖະບານ ໃນປີ 2023 ແລະ 2024, ການຂາດດູນສາທາລະນະຄາດວ່າຈະເພີ່ມອັດຕາສ່ວນໜີ້ສິນຕໍ່ GDP ຂອງລັດຖະບານ ເຖິງແມ່ນວ່າຈະຖືກກຳນົດໃຫ້ຢູ່ໃນລະດັບຕໍ່າກໍຕາມ. ນອກຈາກນີ້, ຍັງໄດ້ຄາດຄະເນວ່າ ການເຕີບໂຕຂອງ GDP ຈະຟື້ນຕົວໃນປີ 2024. ໃນປີ 2022 ຜ່ານມາ, GDP ຂອງລຸກຊຳບວກໃນໄຕມາດທີ 4 ຫຼຸດລົງ 3,8% ຖ້າຫາກທຽບແບບລາຍໄຕມາດ ເນື່ອງຈາກການຫຼຸດລົງຂອງການບໍລິໂພກພາກເອກະຊົນ, ການສົ່ງອອກ ແລະ ການລົງທຶນ ໂດຍສະເພາະໃນພາກການກໍ່ສ້າງ ຊຶ່ງການຫຼຸດລົງຂອງກິດຈະກຳສ່ວນຫຼາຍແມ່ນໃນພາກການເງິນ ໂດຍມີມູນຄ່າເພີ່ມຫຼຸດລົງຢ່າງວ່ອງໄວທີ່ -10,8% ເມື່ອທຽບແບບລາຍໄຕມາດ ສາເຫດຫຼັກມາຈາກການຜັນຜວນ ແລະ ການຫຼຸດລົງຂອງການປະເມີນມູນຄ່າຕະຫຼາດຊັບສິນທາງການເງິນ ແຕ່ການເຕີບໂຕຂອງ GDP ໝົດປີ 2022 ຢູ່ທີ່ 1,5% ເມື່ອທຽບແບບລາຍປີ ຊຶ່ງໄດ້ແຮງສະໜັບສະໜູນຈາກການບໍລິໂພກຂອງພາກລັດ ແລະ ເອກະຊົນ. ການເຕີບໂຕຂອງການບໍລິໂພກພາກເອກະຊົນຄາດວ່າຈະຟື້ນຕົວຂຶ້ນ ໂດຍໄດ້ຮັບແຮງໜູນຈາກການສະໜັບສະໜູນການໃຊ້ເງິນອອມສ່ວນເກີນ ແລະ ຈາກມາດຕະການສະໜັບສະໜູນເພີ່ມເຕີມຂອງພາກລັດ, ຄວາມຕ້ອງການໃນປະເທດຍັງໄດ້ຮັບແຮງໜູນຈາກການເຕີບໂຕຂອງການບໍລິໂພກພາກລັດ ເນື່ອງຈາກຄ່າຕອບແທນຂອງພະນັກງານທີ່ເພີ່ມສູງຂຶ້ນ ແລະ ການບໍລິໂພກຍັງຄົງຢູ່ໃນລະດັບກາງ ເຖິງຢ່າງໃດກໍຕາມ, ການລົງທຶນຄາດວ່າຈະຍັງຄົງອ່ອນແອ ເນື່ອງຈາກອັດຕາດອກເບ້ຍທີ່ສູງຂຶ້ນ ສົ່ງຜົນກະທົບຕໍ່ຄວາມສາມາດໃນການກູ້ຢືມ ແລະ ຄວາມຕ້ອງການສິນເຊື່ອບ່ອນຢູ່ອາໄສ. ນອກຈາກນີ້, ປັດໄຈທາງບວກຈາກການສົ່ງອອກສຸດທິ ເນື່ອງຈາກການຟື້ນຕົວຂອງການສົ່ງອອກ ແລະ ການນຳເຂົ້າທີ່ເພີ່ມຂຶ້ນ ສົ່ງຜົນໃຫ້ມີການຄາດຄະເນວ່າ GDP ຈະຂະຫຍາຍຕົວ 1,6% ໃນປີນີ້ ຊຶ່ງຕໍ່າກວ່າກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄາດວ່າ ໃນປີ 2024 ອັດຕາການຂະຫຍາຍຕົວຂອງ GDP ຈະຢູ່ທີ່ 2,4%.

ນອກຈາກນັ້ນ, ຕະຫຼາດແຮງງານຍັງມີທ່າອ່ຽງຟື້ນຕົວ ເນື່ອງຈາກມີການຫຼຸດລົງຂອງກິດຈະກຳທາງດ້ານເສດຖະກິດ ໃນປີ 2023 ຕະຫຼາດແຮງງານຄາດວ່າຈະຫຼຸດລົງພຽງເລັກນ້ອຍ ໂດຍການເຕີບໂຕຂອງການຈ້າງງານຖືກກຳນົດໃຫ້ຫຼຸດລົງຈາກ 3,5% ໃນປີ 2022 ເປັນ 2,4% ໃນປີ 2023 ແລະ 2,3% ໃນປີ 2024. ການວ່າງງານຫຼຸດລົງເຫຼືອ 4,6% ໃນປີ 2022 ແລະ ຄາດວ່າຈະເພີ່ມຂຶ້ນໃນລະດັບປານກາງເປັນ 4,8% ໃນປີ 2023 ແລະ 5% ໃນປີ 2024 ຊຶ່ງສິ່ງນີ້ສາມາດອະທິບາຍໄດ້ຈາກອັດຕາການວ່າງງານທີ່ຍັງຄົງຢູ່ໃນລະດັບສູງ ແລະ ທ່າອ່ຽງການຈ້າງງານທີ່ດີຂຶ້ນໃນບາງສາຂາເຊັ່ນການກໍ່ສ້າງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments