Saturday, October 19, 2024
Homeຂ່າວໜ້າໜຶ່ງສໍາເລັດໂຄງການປັບປຸງຂະຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2

ສໍາເລັດໂຄງການປັບປຸງຂະຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2

ຈໍາປາສັກເປັນແຂວງສຸດທ້າຍທີ່ໂຄງການປັບປຸງຂະຫຍາຍໂທລະໂຄ່ງທົ່ວປະເທດໄລຍະ 2 ໂດຍກະຊວງ ຖວທ ເປັນຜູ້ຈັດຕັ້ງປະຕິດບັດ. ພີທີມອບ – ຮັບ ຊຸດໂທລະໂຄ່ງ 60 ຊຸດ ໃຫ້ແກ່ແຂວງຈໍາປາສັກ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 22 ມິຖຸນາ 2023 ຢູ່ພະແນກ ຖວທ ແຂວງຈໍາປາສັກ. ໂດຍການເຂົ້າຮ່ວມ ແລະ ກ່າວມອບ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈໍາພັກເມືອງ ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2 ທ່ານ ໂສມ ບຸດຕະກຸນຄະນະປະຈໍາພັກແຂວງຮອງເຈົ້າແຂວງໆ ຈໍາປາສັກ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ທ່ານຫົວໜ້າກົມກວດກາ, ກົມແຜນການ ແລະ ການຮ່ວມມືສາກົນ, ຫ້ອງການວິຊາການເຕັກນິກຈາກກະຊວງ ຖວທ ແລະຜູ້ເຮັບຜິດຊອບເຕັກນິກຈາກ 10 ເມືອງ ພາຍໃນແຂວງຈໍາປາສັກເຂົ້າຮ່ວມ. ຊຸດໂທລະໂຄ່ງທີ່ນໍາມາມອບໃຫ້ແຂວງຈໍາປາສັກຄັ້ງນີ້ມີທັງໝົດ 60 ຊຸດ ໂດຍຈະແບ່ງໃຫ້ 10 ເມືອງ 156 ບ້ານ ກັບ 4 ຫ້ອງການຄື: ນະຄອນປາກເຊ 6 ບ້ານ, ເມືອງໂພນທອງ 6 ບ້ານ, ເມືອງຊະນະສົມບູນ 5 ບ້ານ 1 ຫ້ອງການ, ເມືອງໂຂງ 6 ບ້ານ, ເມືອງປະທຸມພອນ 5 ບ້ານ 1 ຫ້ອງການ ແລະ ເມືອງບາຈຽງຈະເລີນສຸກ 6 ບ້ານ.

ໃນພິທີ ທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກ ໄດ້ລາຍງານໂດຍຫຍໍ້ສະພາບການພັດທະນາສື່ມວນຊົນແຂວງຈໍາສັກ ໂດຍໄດ້ມີການນໍາໃຊ້ພື້ນຖານເຕັກນິກທີ່ມີຢູ່ບວກກັບການຫັນມານໍາໃຊ້ສື່ແບບໃໝ່ເຊັ່ນ: ເຟດສບຸກ, ຢູທູບ ແລະ ເວັບໄຊ ເຂົ້າໃນການສົ່ງຂໍ້ມູນຂ່າວສານ ໃຫ້ແກ່ປະຊາຊົນພາຍໃນແຂວງຂອງຕົນ ມາຮອດປະຈຸບັນທົ່ວແຂວງຈໍາປາສັກມີສະຖານີວິທະຍຸໂທລະພາບ 5 ແຫ່ງ ມີສະຖານີວິທະຍຸຂັ້ນເມືອງ 4 ເມືອງ, ໄດ້ມີການທົດລອງກະຈາຍສັນຍານວິທະຍຸຜ່ານລະບົບດາວທຽມ. ມາຮອດປະຈຸບັນທົ່ວແຂວງມີບ້ານທີ່ມີໂທລະໂຄ່ງໃຊ້ 541 ບ້ານ ກວມເອົາ 84% ຂອງບ້ານທັງໝົດ ແຕ່ບັນດາໂທລະໂຄ່ງທີ່ກ່າວມານັ້ນສ່ວນຫຼາຍແມ່ນເປ່ເພຍັງເຫຼືອພຽງຈໍານວນໜື່ງທີ່ຍັງສາມາດໃຊ້ງານໄດ້.

ສະນັ້ນການມອບໂທລະໂຄ່ງໃຫ້ແຂວງຄັ້ງນີ້ເປັນການປະກອບສ່ວນສໍາຄັນທີ່ຈະເຮັດໃຫ້ປະຊາຊົນເຂດຫ່າງໄກສອກຫຼີກເຂົ້າເຖີງຂໍ້ມູນຂ່າວສານໄດ້ຫຼາຍຂື້ນ. ເມື່ອເວົ້າເຖີງຄວາມເປັນມາຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2 ເປັນໂຄງ ການສືບຕໍ່ໂຄງການວຽກງານບ້ານສາມສ້າງ ແລະ ໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 1. ສະນັ້ນຈື່ງເປັນໂຄງການທີ່ມີຄວາມສໍາຄັນຕໍ່ການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເນື່ອງຈາກວ່າໂທລະໂຄ່ງເປັນສື່ໜື່ງທີ່ພວກເຮົາສາມາດນໍາໃຊ້ເຂົ້າໃນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດຖະບານ, ເປັນພາຫະນະທີ່ສາມາດຂະຫຍາຍ ແລະ ຕິດຕັ້ງຢູ່ເຂດຫ່າງໄກສອກຫຼີກທີ່ເຕັກໂນໂລຊີບໍ່ທັນໄປເຖີງ, ເຮັດໃຫ້ປະຊາຊົນໄດ້ຮັບຟັງ, ໄດ້ເຂົ້າເຖີງຂໍ້ມູນຂ່າວສານໄດ້ ສະນັ້ນໂທລະໂຄ່ງຈື່ງມີຄວາມສໍາຄັນຕໍ່ການດຳລົງຊີວິດຂອງປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ. ແຕ່ສິ່ງສໍາຄັນທີ່ສຸດແມ່ນຄົນຜູ້ທີ່ຈະຮັບຜິດຊອບ ແລະ ເຮັດວຽກກັບໂທລະໂຄ່ງໃນແຕ່ລະມື້. ສິ່ງທີ່ຈະໄດ້ຈາກໂທລະໂຄ່ງແມ່ນການນໍາເອົາຂ່າວສານໄປເຖິງປະຊາຊົນ ເຊີ່ງເຫັນປະຈັກຕາກໍແມ່ນເຮັດໃຫ້ປະຊາຊົນໄດ້ຮຽນຮູ້ ແລະ ປ່ຽນວິຖີດຳລົງຊີວິດເລີ່ມຈາກສຸກຂະອະນາໄມ,ການທໍາມາຫາກິນ,ຜະລິດເປັນສິນຄ້າແລະອື່ນໆພາຍຫຼັງທີມີໂທລະໂຄ່ງຢູ່ເຂດຊຸມຊົນ.

ໃນວັນດຽວກັນ ທ່ານ ໂພສີ ແກ້ວມະນີວົງ  ຮອງລັດຖະມົນຕີກະຊວງ ຖວທ ພ້ອມຄະນະຍັງໄດ້ໄປພົບປະໂອ້ລົມອ້າຍເອື້ອຍນ້ອງພະນັກງານໂທລະພາບແຂວງຈໍາປາສັກ ໂອກາດນີ້ທ່ານກໍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ກ່ຽວກັບສະພາບການເຮັດວຽກງານໄລຍະຜ່ານມາ, ຕາງໜ້າຄະນະນໍາກະຊວງ ຖວທ ທ່ານຮອງລັດຖະມົນຕີ ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງຄະນະນໍາ ແລະ ພະນັກງານວິທະຍຸໂທລະພາບແຂວງ ທີ່ສາມາດເຮັດສໍາເລັດໜ້າທີ່ ພ້ອມນີ້ທ່ານກໍເນັ້ນໃຫ້ພ້ອມກັນນໍາໃຊ້ທຸກອຸປະກອນທີ່ມີເພື່ອເຮັດໜ້າທີ່ຂອງຕົນໃຫ້ສໍາເລັດທາງສູນກາງກໍມີຄວາມພະຍາຍາມຈັດສັນງົບປະມານສະໜອງໃຫ້ແຂວງຕາມສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຂອງລັດຖະບານເພື່ອປະກອບອຸປະກອນເຕັກນິກທີ່ຈໍາເປັນໃຫ້ແກ່ແຂວງຕ່າງໆ ເທົ່າທີ່ມີ ຂໍໃຫ້ພະນັກງານທຸກຄົນຄົນຕັ້ງໜ້າເຮັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ.

CG: ສໍາເລັດໂຄງການປັບປຸງຂະຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments