Saturday, October 19, 2024
Homeຂ່າວພາຍໃນບົດລາຍງານສະບັບໃໝ່ຂອງ (TRACIT) ຊີ້ໃຫ້ເຫັນຜົນກະທົບທາງລົບຂອງການຄ້າຜິດກົດໝາຍຕໍ່ວິໄສທັດປະຊາຄົມອາຊຽນ 2025

ບົດລາຍງານສະບັບໃໝ່ຂອງ (TRACIT) ຊີ້ໃຫ້ເຫັນຜົນກະທົບທາງລົບຂອງການຄ້າຜິດກົດໝາຍຕໍ່ວິໄສທັດປະຊາຄົມອາຊຽນ 2025

ອົງການຕ້ານການຄ້າຜິດກົດໝາຍ (TRACIT) ຮ່ວມກັບສະພາທຸລະກິດສະຫະພາບເອີຣົບ-ອາຊຽນ (EU-ABC) ໄດ້ເປີດເຜີຍບົດລາຍງານສະບັບໃໝ່ ໃນຕົ້ນເດືອນມິຖຸນາ 2023 ທີ່ຜ່ານມາ ທີ່ໂຮງແຮມ Sheraton Grande Sukhumvit ບາງກອກ ປະເທດໄທ ບົດລາຍງານກ່ຽວກັບ ການກວດກາຜົນກະທົບທາງລົບຂອງການຄ້າຜິດກົດໝາຍຕໍ່ວິໄສທັດປະຊາຄົມອາຊຽນ 2025 ໄດ້ໃຫ້ຂໍ້ສັງເກດຕໍ່ກັບການຄ້າຜິດກົດໝາຍຢູ່ໃນທຸກຂົງເຂດຂອງອາຊຽນ ແລະ ສົ່ງຜົນກະທົບທາງລົບຕໍ່ບັນດາຂະແໜງການອຸດສາຫະກຳ ບໍ່ວ່າຈະເປັນອາຫານ ກະສິກຳ ເຫຼົ້າ ການປະມົງ ປ່າໄມ້ ນ້ຳມັນເຊື້ອໄຟ ຢາ ໂລຫະມີຄ່າ ແລະ ອັນຍະມະນີ ຢາປາບສັດຕູພືດ ຢາສູບ ສັດປ່າ ແລະ ການປອມແປງໃນຫຼາຍຂະແໜງການ.

ອົງການຕ້ານການຄ້າຜິດກົດໝາຍ (TRACIT) ເປັນອົງການອິດສະຫຼະ ເຊິ່ງເກີດຂື້ນຈາກການຮ່ວມມືຂອງພາກເອກະຊົນເພື່ອຊຸກຍູ້ໃຫ້ເກີດການປ່ຽນແປງ ແລະ ຫຼຸດຜ່ອນຄວາມເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມທີ່ເກີດຈາກການຄ້າຜິດກົດໝາຍ ໂດຍເສີມຂະຫຍາຍກົນໄກບັງຄັບໃຊ້ຂອງລັດຖະບານ ແລະ ລະດົມບັນດາທຸລະກິດໃນອຸດສາຫະກຳທີ່ໄດ້ຮັບຜົນກະທົບຈາກການຄ້າຜິດກົດໝາຍຫຼາຍທີ່ສຸດ.

ສະພາທຸລະກິດເອີຣົບ-ອາຊຽນ EU-ASEAN (EU-ABC) ເປັນອົງການທີ່ເປັນກະບອກສຽງຫຼັກສຳລັບທຸລະກິດເອີຣົບໃນພາກພື້ນອາຊຽນ ເຊິ່ງຖືກຍອມຮັບຢ່າງເປັນທາງການໂດຍຄະນະກໍາມາທິການເອີຣົບ ແລະ ໄດ້ຮັບການຮັບຮອງວ່າເປັນອົງການທີ່ກ່ຽວຂ້ອງໂດຍກົງກັບບັນດາປະເທດອາຊຽນ ສະພາທຸລະກິດເອີຣົບ-ອາຊຽນ ເຮັດວຽກກັບບັນດາກຸ່ມອຸດສາຫະກຳໃນການກຳນົດນະໂຍບາຍຮ່ວມກັບບັນດາຜູ້ມີອຳນາດໃນການຕັດສິນໃຈໃນພາກພື້ນອາຊຽນ ແລະ ໃນສະຫະພາບເອີຣົບ.

ບົດລາຍງານສະບັບນີ້ ໄດ້ຍົກໃຫ້ເຫັນຜົນກະທົບທາງລົບຂອງການຄ້າຜິດກົດໝາຍທີ່ສົ່ງຜົນຕໍ່ການບັນລຸຈຸດປະສົງຂອງປະຊາຄົມອາຊຽນ ທັງໃນດ້ານການເມືອງ ຄວາມໝັ້ນຄົງ ເສດຖະກິດ ລວມເຖິງສັງຄົມ ແລະ ວັດທະນະທຳຂອງອາຊຽນ ນອກຈາກນີ້ ບົດລາຍງານຍັງໄດ້ສະເໜີບັນດາຂໍ້ແນະນຳຕ່າງໆທີ່ອອກແບບມາເພື່ອຊ່ວຍໃຫ້ບັນດາການນຳອາຊຽນ ຈັດລໍາດັບຄວາມສຳຄັນຂອງມາດຕະການ ເພື່ອຕໍ່ຕ້ານການຄ້າຜິດກົດໝາຍໃນພາກພື້ນ.

ທ່ານ Jeffrey Hardy ຜູ້ອຳນວຍການບໍລິຫານອົງການຕ້ານການຄ້າຜິດກົດໝາຍ (TRACIT) ກ່າວວ່າ: ການຄ້າຜິດກົດໝາຍກຳລັງເຮັດໃຫ້ເປົ້າໝາຍຂອງອາຊຽນລົ້ມເຫຼວ ໃນການຂັບເຄື່ອນການພັດທະນາເສດຖະກິດແບບຍືນຍົງ ມັນສົ່ງຜົນກະທົບຕໍ່ຄວາມພະຍາຍາມເພີ່ມທະວີການສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ຫຼຸດຜ່ອນຄວາມທຸກຍາກ ແລະ ບັນລຸມາດຕະຖານຊີວິດທີ່ດີຂຶ້ນທົ່ວທັງພາກພື້ນ ພວກເຮົາຫວັງວ່າບົດລາຍງານສະບັບນີ້ສາມາດຖືກໃຊ້ເປັນແຜນງານ ເພື່ອຊ່ວຍໃຫ້ຜູ້ກຳນົດນະໂຍບາຍລະບຸໄດ້ ກາຍເປັນຈຸດທີ່ຄວນໄດ້ຮັບຄວາມສົນໃຈຫຼາຍຂຶ້ນກວ່າເກົ່າ ແລະ ກຳນົດກົນລະຍຸດທີ່ມີປະສິດທິພາບ ເພື່ອຈັດການກັບໄພຄຸກຄາມທີ່ເກີດຈາກການຄ້າທີ່ຜິດກົດໝາຍ.

ບົດລາຍງານສະບັບດັ່ງກ່າວ ໄດ້ຍົກບັນດາບັນຫາຕົ້ນຕໍເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ລັດຖະບານອາ ຊຽນຫຼາຍຂຶ້ນ ວ່າການຄ້າຜິດກົດໝາຍຂັດຂວາງຄວາມຄືບໜ້າຕໍ່ຄວາມພະຍາຍາມໃນການບັນລຸວິໄສທັດປະຊາຄົມອາຊຽນ 2025 ໄດ້ແນວໃດ ໂດຍມີລາຍລະອຽດດັ່ງນີ້: ປະຊາຄົມການເມືອງ ແລະ ຄວາມໝັ້ນຄົງອາຊຽນແມ່ນມີຄວາມສ່ຽງ ເນື່ອງຈາກວ່າການຄ້າຜິດກົດຫມາຍເປັນທີ່ຮູ້ຈັກກັນດີວ່າ ມັນໄດ້ເຊື່ອງສ້າງຄວາມຮຸນແຮງໃນກຸ່ມອາຊະຍາກອນ ຕະຫຼອດເຖິງການທຳລາຍຄວາມເຊື່ອໝັ້ນຕໍ່ບັນດາອົງການ ແລະ ລະບຽບກົດໝາຍ ປະຊາຄົມເສດຖະກິດອາຊຽນມີຄວາມສ່ຽງ ເພາະວ່າການຄ້າຜິດກົດໝາຍທຳລາຍການເຕີບໂຕຂອງເສດຖະກິດ ຂັດຂວາງການສ້າງວຽກເຮັດງານທຳທີ່ຖືກຕ້ອງຕາມກົດໝາຍ, ການເກັບພາສີ-ອາກອນ ແລະ ອາດຈະສ້າງຄວາມສ່ຽງຕໍ່ຜູ້ບໍລິໂພກ ແລະ ປະຊາຄົມ ສັງຄົມ ແລະ ວັດທະນະທຳອາຊຽນຍັງອ່ອນແອ ຍ້ອນໄດ້ຮັບຜົນກະທົບຈາກການຄ້າຜິດກົດໝາຍ ຕໍ່ສິ່ງແວດລ້ອມ ທີ່ເຊື່ອມໂຍງກັບການຄ້າມະນຸດ ແລະ ການບັງຄັບໃຊ້ແຮງງານ.

ທ່ານ Chris Humphrey ຜູ້ອໍານວຍການບໍລິຫານ ສະພາທຸລະກິດ EU-ASEAN (EU-ABC) ໄດ້ກ່າວວ່າ: ການຄ້າຜິດກົດໝາຍແມ່ນບັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ໃນພາກພື້ນ ຂໍ້ສະເໜີໃນບົດລາຍງານສະບັບນີ້ ສາມາດຊ່ວຍອາຊຽນສ້າງເສດຖະກິດທີ່ເຂັ້ມແຂງຂຶ້ນ ແລະ ຢືດຢຸ່ນຫຼາຍຂຶ້ນ ເພື່ອບັນລຸເປົ້າໝາຍທີ່ໄດ້ລະບຸໄວ້ໃນວິໄສທັດ 2025 ລັດຖະບານໃນພາກພື້ນຕ້ອງປະຕິບັດ ເລີ່ມຕັ່ງແຕ່ຕອນນີ້ ແລະ ເຮັດວຽກຢ່າງໃກ້ຊິດກັບພາກເອກະຊົນ ເພື່ອຫຼຸດຜ່ອນ ແລະ ລົບລ້າງຜົນກະທົບທາງລົບຂອງການຄ້າຜິດກົດໝາຍຕໍ່ຊີວິດການເປັນຢູ່ ສຸຂະພາບ ຄວາມປອດໄພຂອງປະຊາຊົນ ລວມທັງການຈ້າງງານ ແລະ ການຈັດສັນລາຍຮັບຂອງລັດຖະບານ ບົດລາຍງານນີ້ໄດ້ຖືກເປີດເຜີຍໃນງານ ການປະເມີນຜົນກະທົບຂອງການຄ້າຜິດກົດ ໝາຍໃນພາກພື້ນອາຊຽນ ແລະ ເສັ້ນທາງໄປສູ່ການດຳເນີນງານຮ່ວມກັນ ຈັດຂຶ້ນໂດຍອົງການຕ້ານການຄ້າຜິດກົດໝາຍ (TRACIT) ສົມທົບກັບສະພາທຸລະກິດ ເອີຣົບ-ອາຊຽນ (EU-ABC) ໂດຍມີການນຳສະເໜີຈາກ ທ່ານ ສິຣະພັນ ວັດຊະຣາໄພ ຜູ້ອຳນວຍການກອງລິຂະສິດ ກົມຊັບສິນທາງປັນຍາ ກະຊວງການຄ້າ ຮ່ວມກັບ ທ່ານ Petros Sourmelis ຫົວໜ້າພະແນກການຄ້າ ແລະ ເສດຖະກິດ ຄະນະຜູ້ແທນສະຫະພາບເອີລົບປະຈຳປະເທດໄທໄດ້ກ່າວເປີດກອງປະຊຸມ.

ນອກຈາກນີ້ຍັງມີວິທະຍາກອນຈາກຫຼາກຫຼາຍສາຂາໄດ້ເຂົ້າຮ່ວມໂອ້ລົມໃນງານ ດັ່ງກ່າວ ໃນນັ້ນມີ ທ່ານ Thomas Dixon ເຈົ້າໜ້າທີ່ຈາກສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ທ່ານ ນາງ Pauline Bastidon ຜູ້ອຳນວຍການອົງການກິດຈະການການຄ້າ ແລະ ເສດຖະກິດໃນກຸ່ມສຸລາ ແລະ ວາຍ ປະຈໍາພາກພື້ນອາຊີປາຊິຟິກ ທ່ານ Jeffrey Hardy ຜູ້ອໍານວຍການບໍລິຫານຂອງອົງການຕ້ານການຄ້າຜິດກົດໝາຍ (TRACIT) ທ່ານ Chris Humphrey ຜູ້ອໍານວຍການບໍລິຫານ ສະພາທຸລະກິດເອີຣົບ-ອາຊຽນ (EU-ABC) ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້້ງຂອງລັດຖະບານອາຊຽນ ສະຖານທູດ ເອກອັກຄະລັດຖະທູດປະຈຳພາກພື້ນເຂົ້າຮ່ວມ ໂດຍມີອົງການ Asia Pacific International Spirits & Wines Alliance (APISWA) ຮ່ວມມືສະໜັບສະໜູນງານຄັ້ງນີ້.

ສໍາລັບຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່: Cindy Braddon ຫົວໜ້າຝ່າຍສື່ສານແລະນະໂຍບາຍສາທາລະນະ TRACIT ໂທ: +1571-365-6885 / [email protected] / http://www.tracit.org / Twitter: @TRACIT_org

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments