Friday, October 18, 2024
Homeຂ່າວດ່ວນ2 ປີຜ່ານມາ ກະຊວງ ປກສ ສາມາດແກ້ໄຂຄະດີຢາເສບຕິດໄດ້ 9.000 ກວ່າເລື່ອງ

2 ປີຜ່ານມາ ກະຊວງ ປກສ ສາມາດແກ້ໄຂຄະດີຢາເສບຕິດໄດ້ 9.000 ກວ່າເລື່ອງ

ນັບແຕ່ເດືອນກໍລະກົດ 2021 ຫາ ເດືອນມິຖຸນາ 2023, ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ(ປກສ) ໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມ ກວດກາ ແລະ ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ໃນສັງ ຄົມ ຢູ່ຂອບເຂດທົ່ວປະເທດ ເຊິ່ງສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 9.515 ເລື່ອງ, ຈັບຜູ້ຖືກຫາໄດ້ 13.935 ຄົນ ແລະ ຢຶດຂອງກາງຢາເສບຕິດໄດ້ຫລາຍລາຍການ.

ສະຫາຍ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງ ປກສ ລາຍງານໃຫ້ຊາບວ່າ: ການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ໂດຍສະເພາະໃນໄລຍະແຕ່ເດືອນ ກໍລະ ກົດ 2021 ຫາເດືອນມິຖຸນາ 2023 ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ໃນວັນທີ 20 ມິຖຸນາ 2023 ວ່າ: ໂດຍສືບຕໍ່ຈັດຕັ້ງປະຕິ ບັດຄໍາສັ່ງເລກທີ 02/ກມສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ ລະຂັ້ນຕໍ່ການແກ້ໄຂບັນຫາຢາເສບຕິດ, ມະຕິ 04/ສພຊ ຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023); ຄໍາສັ່ງເລກທີ 19/ນຍ; ກະຊວງປ້ອງກັນຄວາມສະຫງົບໄດ້ເປັນໃຈກາງ ໃນການນໍາພາເຄື່ອນໄຫວຈັດຕັ້ງປະຕິບັດ ວາລະແຫ່ງຊາດຕາມ 6 ວຽກຈຸດສຸມ ເຊິ່ງໃນໄລຍະສອງປີຜ່ານມາ ແມ່ນມີຜົນສຳເລັດສູງສົມຄວນ, ສາ ມາດຈັບຕົວຜູ້ຖືກຫາ 13.935 ຄົນ, ຍິງ 1.588 ຄົນ ມາດຳເນີນຄະດີ; ໃນນັ້ນ, ເປັນຄົນຕ່າງປະເທດ 283 ຄົນ, ຍິງ 17 ຄົນ, ຢຶດຢາບ້າ ໄດ້ 285.085.327 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລກຣາມ ນໍ້າໜັກ 28.568,05 ກິໂລຣາມ, ຢາໄອສ໌ 7.193,38 ກິໂລກຣາມ, ເຮໂຣອິນ 507,12 ກິໂລກຣາມ, ຄັນຊາ 20.214,41 ກິໂລກຣາມ, ຢາຝິ່ນ 380,32 ກິໂລກຣາມ, ຢາອີ 5.689 ເມັດ ກັບ 20 ກິໂລກຣາມ (ຢາອີເປັນຝຸ່ນ 0,08 ກິໂລກ ຣາມ), ແປ້ງຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຣາມ, ເຄຕາມິນ 2.558,79 ກິໂລກຣາມ, ໂຄເຄນ 3 ກິໂລກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ພ້ອມທັງຢຶດລົດໃຫຍ່ໄດ້ 319 ຄັນ, ລົດຈັກ 1.573 ຄັນ ແລະ ເຮືອອີກ 5 ລໍາ.

ສະຫາຍ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ໃຫ້ຮູ້ຕື່ມວ່າ: ນອກຈາກການເຄື່ອນໄຫວແກ້ໄຂວຽກງານຂ້າງເທິງແລ້ວ, 2 ປີຜ່ານມາ ເຈົ້າໜ້າທີ່ ຍັງໄດ້ລົງສຳຫລວດເນື້ອທີ່ລັກລອບປູກຝິ່ນ ຢູ່ 9 ແຂວງພາກເໜືອ, ກວດພົບເຫັນສວນຝິ່ນ 3.655 ຕອນ ແລະ ໄດ້ລົງທໍາລາຍຖິ້ມ ຈຳນວນ 1.366,7 ເຮັກຕາ; ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ, ມີທັງໝົດ 10.900 ຄົນ, ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 5.734 ຄົນ ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ ຍິງ 104 ຄົນ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ຈັນສະໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments