Saturday, October 19, 2024
Homeຂ່າວຕ່າງປະເທດອາກາດຮ້ອນໃນອິນເດຍ ເຮັດໃຫ້ປະຊາຊົນເສຍຊີວິດເກືອບ 170 ຄົນ

ອາກາດຮ້ອນໃນອິນເດຍ ເຮັດໃຫ້ປະຊາຊົນເສຍຊີວິດເກືອບ 170 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມິຖຸນາ ຜ່ານມາ, ທາງການລັດອຸດຕຣາປະເທດ ທີ່ຕັ້ງຢູ່ພາກເໜືອຂອງອິນເດຍໄດ້ລາຍງານວ່າ: ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 119 ຄົນ ຈາກສະພາບອາກາດຮ້ອນຫຼາຍ ຊຶ່ງເກີດຂຶ້ນຕະຫຼອດໄລຍະເວລາຫຼາຍວັນຜ່ານມາ ຂະນະທີ່ທາງການລັດພິຫານ ຊຶ່ງຕັ້ງຢູ່ໃກ້ຄຽງກັນລາຍງານມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 47 ຄົນ.

ທັງນີ້, ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD) ລະບຸວ່າ ອຸນຫະພູມສະເລ່ຍທົ່ວປະເທດໃນໄລຍະບໍ່ເທົ່າໃດວັນທີ່ຜ່ານມາຢູ່ໃນລະດັບ 43,5 ອົງສາ ອີກຢ່າງໜຶ່ງ ນິຍາມຂອງຄຳວ່າ ຄື້ນຄວາມຮ້ອນ ຕາມຄວາມໝາຍຂອງ IMD ຄືການທີ່ອຸນຫະພູມສູງເກີນຄ່າສະເລ່ຍປົກກະຕິຢ່າງໜ້ອຍ 4,5 ອົງສາ ຫຼື ອຸນຫະພູມທີ່ສູງກວ່າ 45 ອົງສາ. ທາງດ້ານນິຍາມຂອງປະກົດການ ຄື້ນຄວາມຮ້ອນ ຕາມທີ່ລະບຸໂດຍອົງການອຸຕຸນິຍົມວິທະຍາໂລກ (WMO) ຄືພາວະທີ່ອຸນຫະພູມສູງສຸດປະຈຳວັນເກີນຄ່າອຸນຫະພູມສູງສຸດໂດຍສະເລ່ຍ 5 ອົງສາຢ່າງຕໍ່ເນື່ອງເປັນເວລາຢ່າງໜ້ອຍ 5 ວັນ.

ສ່ວນຄຳວ່າ Monster Asian Heatwave ຫຼື ປີສາດຈາກຄື້ນຄວາມຮ້ອນອາຊີ ຄືການໃຫ້ນິຍາມໃໝ່ຂອງການທີ່ຄື້ນຄວາມຮ້ອນທຳລາຍສະຖິຕິໃນອະດີດ ສົ່ງຜົນກະທົບຢ່າງໜັກຕໍ່ສຸຂະພາບ ແລະ ການດຳເນີນຊີວິດຂອງປະຊາຊົນໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຊຶ່ງມີອັດຕາສ່ວນລວມກັນຄິດເປັນ 1 ໃນ 3 ຂອງໂລກ ໂດຍປະເທດທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດຈາກປາກົດການດັ່ງກ່າວລວມເຖິງລາວ, ໄທ, ມຽນມາ, ອິນເດຍ, ຫວຽດນາມ, ຟີລິບປິນ, ເນປານ, ສິງກະໂປ, ບັງກລາເທດ ແລະ ພື້ນທີ່ທາງພາກໃຕ້ຂອງຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments