Saturday, October 19, 2024
Homeສຶກສາເມືອງທຸລະຄົມ ເປິດບັ້ນສອບເສັງ ມ.7 ປະຈໍາປີ 2022-2023

ເມືອງທຸລະຄົມ ເປິດບັ້ນສອບເສັງ ມ.7 ປະຈໍາປີ 2022-2023

ພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ທົ່ວເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ ນີ້ ທີ່ໂຮງຮຽນ ມ.ສ ບ້ານເກິນເໜືອ, ພາຍໃຕ້ການເຂົ້າຮ່ວມ ເປັນປະທານຂອງ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ ເລຂາາພັກເມືອງ ເຈົ້າເມືອງທຸລະຄົມ, ທ່ານ ສຸວັນນີ ແສງວິໄລ ຄະນະພັກຮາກຖານ ຫົວ ໜ້າຂະແໜງກິລາມວນຊົນ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ທ່ານ ປໍຢ່າງ ວື່ຈົ່ງຊື່ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ, ທ່ານ ບຸນເລີດ ລາດຊະວົງ ອໍານວຍການໂຮງຮຽນ ມ.ສ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ແລະ ຄູ-ອາຈານ ເຂົ້າຮ່ວມ.

ທ່ານ ປໍຢ່າງ ວື່ຈົ່ງຊື່ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມຂອງບັ້ນສອບເສັງ ຕິດພັນກັບແຜນການຊີ້ນໍາຈັດຕັ້ງການສອບເສັງຊັ້ນມັດທະຍົມສຶກສາຕອນປາຍ ມ.7 ປະຈໍາສົກປີ 2022-2023 ຂອງພະແນນສຶກສາທິການ ແລະ ກິລາແຂວງວຽງຈັນ, ຜ່ານຂໍ້ຕົກລົງແຕ່ງຕັ້ງຂອງທ່ານເຈົ້າເມືອງ, ໂດຍອີງຕາມການລາຍງານຂອງສູນສອບເສັງ ມ.ສ ບ້ານເກິນ ມີນັກສອບເສັງທັງໝົດ 238 ຄົນ ຍິງ 122 ຄົນ ກໍາມະການຍາມຫ້ອງສອບເສັງທັງໝົດ 24 ຄົນ ຍິງ 16 ຄົນ, ວິຊາສອບເສັງມີທັງໝົດ 7 ວິຊາຄື: ວິຊາ ພາສາລາວ+ວັນນະຄະດີ, ວິຊາຄະນິດສາດ, ວິຊາເຄມີ, ວິຊາຟີຊິກສາດ, ວິຊາພູມສາດ, ວິຊາປະຫວັດສາດ ແລະ ວິຊາພາສາອັງກິດ. ກໍານົດວັນສອບເສັງແຕ່ວັນທີ 21 ຫາ ວັນທີ 23 ມິຖຸນາ 2023 ຈຶ່ງຈະສໍາເລັດ; ເພື່ອຮັບປະກັນໃຫ້ແກ່ການສອບເສັງເທື່ອນີ້ດໍາເນີນໄປສອດຄ່ອງກັບລະບຽບທີ່ວາງໄວ້ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ, ການ ນໍາຂອງເມືອງມີຄວາມເປັນຫ່ວງເປັນໃຍໃກ້ຊິດຕິດແທດຊີ້ນໍາຢ່າງທົ່ວເຖິງ, ບັນດາຄະນະນໍາຂອງຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ມີການກະກຽມຄວາມພ້ອມຮອບດ້ານແຕ່ຫົວທີ, ໂດຍຈັດກອງປະຊຸມຮ່ວມກັບຄູອາຈານ ກໍຄືຄະນະກໍາມະການການສອບເສັງ, ວາງແຜນຮອງຮັບຫາກມີກໍລະນີສຸກເສີນ, ລຸລ່ວງກຸ່ມບ້ານ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ ແລະ ບັນດາຮ້ານອາຫານ, ຮ້ານກິນດື່ມ ບໍ່ໃຫ້ນັກຮຽນໄປທ່ຽວຫລິ້ນໃນໄລຍະກະກຽມສອບເສັງ ແລະ ມື້ສໍາເລັດການສອບເສັງໃນລັກສະນະສະຫຼອງຊົມເຊີຍ ຊຶ່ງອາດເປັນເງື່ອນໄຂນໍາພາໃຫ້ເກີດອຸບັດເຫດ ແລະ ປະກົດການຫຍໍ້ທໍ້ໃນຖັນແຖວການສຶກສາ; ພ້ອມແນະນໍາໃຫ້ພໍ່ແມ່-ຜູ້ປົກຄອງເອົາໃຈໃສ່ບອກສອນຕິດຕາມລູກຂອງຕົນຫຼັງຈາກນັກຮຽນສອບເສັງແລ້ວໃຫ້ກັບຄືນໄປພັກຜ່ອນຢູ່ເຮືອນເພື່ອລໍຖ້າຮັບຟັງຜົນສອບເສັງ;

ໂອກາດດັ່ງກ່າວ ເຈົ້າເມືອງໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສໍາຄັນ ເພື່ອເປັນບ່ອນອີງໜັກແໜ້ນໃຫ້ແກ່ບັ້ນສອບເສັງເທື່ອນີ້, ພ້ອມທັງໄດ້ເນັ້ນໜັກ ໃຫ້ຄະນະກໍາມະການ ປະຕິບັດໜ້າທີ່ດ້ວຍຈັນຍາບັນ, ຈັນຍາທໍາຢ່າງມີຄວາມຮັບຜິດຊອບ, ເອົາໃຈໃສ່ທາງດ້ານວຽກງານປ້ອງກັນ, ຄວາມໂປ່ງໃສ່ທ່ຽງທໍາ, ວ່ອງໄວ, ຄວາມຮັບປະກັນຮອບດ້ານ ແລະ ເນັ້ນໃຫ້ນັກສອບເສັງທັງໝົດຈົ່ງສູ້ຊົນຜ່ານຜ່າຍາດໄດ້ຄະແນນທີ່ດີໃນທຸກວິຊາ.

ພາບ-ຂ່າວ: ຫລ້າທໍ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments