Friday, October 18, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 21 ມິຖູນາ 2023 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງພາຍໃນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການ ກົມການເມືອງ ສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກກະຊວງ, ລັດ ຖະມົນຕີກະຊວງພາຍໃນ, ມີຮອງເລຂາພັກກະຊວງ, ຄະນະປະຈຳພັກກະຊວງ, ກຳມະການພັກກະຊວງ, ຄະນະໜ່ວຍພັກ, ຄະນະຫ້ອງການ, ກົມ, ສູນ ແລະ ສະຖາບັນ, 3 ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກກະຊວງ, ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມ ຊຶ່ງສະຫາຍໄດ້ກ່າວເນັ້ນວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງພາຍໃນ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ຊຶ່ງຈະໄດ້ລົງເລິກສັງເກດຕີລາຄາບັນດາຜົນ ສຳເລັດໃນການນຳພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ, ການຈັດຕັ້ງປະຕິ ບັດແຜນພັດທະນາໃນໄລຍະກາງສະໄໝຜ່ານມາ ແລະ ທິດ ທາງນຳພາ-ຊີ້ນຳ ຈັດຕັ້ງປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ ຕິດພັນກັບການປະຕິບັດສອງວາລະແຫ່ງ ຊາດ ເວົ້າສະເພາະ ແມ່ນການນຳພາ-ຊີ້ນຳ ຢ່າງຮອບດ້ານຂອງຄະນະບໍລິຫານງານພັກກະຊວງ ຕະຫຼອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍ່ຄືໃນ ໄລຍະ 2 ປີເຄິ່ງທີ່ຜ່ານມາ, ຍົກໃຫ້ເຫັນ ດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມທັງ ຄົ້ນຄ້ວາ, ກຳນົດທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງກະຊວງ ໄປຄຽງຄູ່ກັບ ການກຳນົດວິທີການ ແລະ ມາດຕະການໃນການແກ້ໄຂໃນຕໍ່ໜ້າທີ່ຊັດເຈນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງ, ແຜນການ 5 ປີ ຄັ້ງທີ II ຂະແໜງການພາຍໃນ ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນຍັງເປັນການກວດກາຄືນຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຄະນະບໍລິຫານງານພັກກະຊວງຕໍ່ອັນລວມ ແລະ ອັນສະເພາະຂອງແຕ່ລະສະຫາຍ ເພື່ອແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງເປັນການຍົກສູງຄວາມສາມາດນຳພາ ແລະ ລັກສະນະເປັນແບບຢ່າງນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ. ກອງປະຊຸມຍັງໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຕະຖານຄະນະບໍລິຫານງານພັກກະຊວງ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກ ແລະ ຂໍ້ຫ້າມສຳລັບສະມາຊິກພັກ. ດຳເນີນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງ ສະໄໝທີ II ພ້ອມທັງ ດຳເນີນກອງປະຊຸມເປີດກວ້າງ ຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ II ເພື່ອສັງເກດຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນກາງສະໄໝ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ 05 ປີ ຄັ້ງທີ II ຂະແໜງການພາຍໃນກາງສະໄໝຢ່າງຮອບດ້ານ ແລະ ກຳນົດທິດທາງແຜນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມດຽວກັນນັ້ນກໍໄດ້ດຳເນີນຊີວິດການເມືອງໃນຄະນະບໍລິຫານງານພັກກະຊວງເພື່ອສຳຫຼວດການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງພາຍໃນ ເພື່ອເປັນການເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະຫາຍໃນຄະນະບໍລິຫານງານພັກກະຊວງເປັນການຍົກສູງປັບປຸງປົວແປງພັກໃຫ້ໜັກແໜ້ນ, ເຂັ້ມແຂງ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການ ກົມການເມືອງ ສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໜັກໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ, ຢຶດໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ ທີ່ສຳຄັນຕ້ອງຫລີກລ່ຽງການມີທັດສະນະອັກຄະຕິສ່ວນຕົວ ເພື່ອເປັນການໂຄ່ນລົ້ມໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນຢ່າງພາວະວິໄສ ແລະ ແທດເຖິງຕົວຈິງ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສື່ອມເສຍ, ການຕຳນິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນບົນຫຼັກການຂອງພັກ ຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກດັ່ງກ່າວໄດ້ຮັບຮູ້ ແລ້ວນຳເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການສືບຕໍ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງຄະນະພັກກະຊວງເປັນຕົ້ນແມ່ນ: ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບກຽດເປັນຢ່າງສູງຮັບຟັງການໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າໃຫ້ກົມການເມືອງສູນກາງພັກ ໃຫ້ທິດຊີ້ນຳຕໍ່ອົງຄະນະພັກກະຊວງພາຍໃນ ເວົ້າລວມ, ເວົ້າສະເພາະ ຕໍ່ແຕ່ລະສະຫາຍໃນຄະນະບໍລິຫານງານພັກກະຊວງ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບຕໍ່ພັກ ໃນການສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລີກເຊິ່ງ ແລະ ຮອບດ້ານຕາມຈິດໃຈຊີ້ນຳຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II ຈະໄດ້ດໍາເນີນໄປຈົນເຖິງວັນທີ 23 ມິຖຸນາ 2023 ຈຶ່ງຈະສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments