Friday, October 18, 2024
Homeຂ່າວຕ່າງປະເທດສປຈີນ ຊ່ວຍອຸປະກອນ ປະຢັດພະລັງງານ ໃຫ້ເອຢິບ

ສປຈີນ ຊ່ວຍອຸປະກອນ ປະຢັດພະລັງງານ ໃຫ້ເອຢິບ

ສຳນັກຂ່າວ ຊິນຮວາຂອງ ສປຈີນ ເມື່ອບໍ່ດົນມານີ້ຈີນ ຊ່ວຍອຸປະກອນປະຢັດພະລັງງານ ໃຫ້ແກ່ເອຢິບ ເພື່ອຊ່ວຍສົ່ງເສີມ ການປ່ຽນຜ່ານອັນເປັນມິດຕໍ່ສິ່ງແວດລ້ອມ ແລະ ປ່ອຍກາກບອນຕໍ່າ ລວມເຖິງ ການປັບຕົວຕາມ ສະພາບພູມອາກາດ ຂອງ ເອຢິບ. ກະຊວງ ນິເວດວິທະຍາ ແລະ ສິ່ງແວດລ້ອມ ຂອງຈີນ ໄດ້ມອບເຄື່ອງຊ່ວຍເຫລືອ ປະກອບດ້ວຍໄຟຖະໜົນແອລອີດີ (LED) ພະລັງານ ແສງຕາເວັນ ເປັນຫລອດໄຟ ແອລອີດີ ລະບົບພະລັງງານ ແສງຕາເວັນ ສຳລັບ ທີ່ຢູ່ອາໄສ ແລະ ເຄື່ອງປັບອາກາດ ປະຢັດພະລັງງານ. ໂດຍມີ ທ່ານ ສຽວລີ່ສຽງ ເອກອັກຄະລັດຖະທູດຈີນ ປະຈຳເອຢິບ ເຂົ້າຮ່ວມ ໃນພິທີສົ່ງມອບເຄື່ອງ ຊ່ວຍເຫລືອ ດັ່ງກ່າວ ໃນນະຄອນ ຫລວງ ໄຄໂຣ ຂອງເອຢິບ.

ທ່ານ ສຽວລີ່ສຽງ ກ່າວວ່າ  ການຮ່ວມມື ຈີນ-ເອຢິບ ເພື່ອຮັບມື ກັບ ການປ່ຽນແປງ ສະພາບ ພູມອາກາດ ຊຶ່ງເປັນ ການສະແດງ ໃຫ້ເຫັນເຖິງ ມິດຕະພາບ ອັນແໜ້ນແຟ້ນ ລະຫວ່າງ ສອງປະເທດ. ເຄື່ອງຊ່ວຍເຫລືອດັ່ງກ່າວ ສາມາດຊ່ວຍ ເອຢິບ ປະຕິບັດ ຕາມຂໍ້ຜູກມັດ ດ້ານ ສະພາບ ພູມອາກາດ ດ້ວຍການປັບຫລຸດ ການປ່ອຍແກັສເຮືອນແກ້ວ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments