Monday, September 23, 2024
Homeຂ່າວພາຍໃນທາມທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ ຢູ່ 8 ແຂວງພາກເໜືອ

ທາມທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ ຢູ່ 8 ແຂວງພາກເໜືອ

ຄະນະຮັບຜິດຊອບຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການບັນຊີ ຂອງກະຊວງການເງິນ ຈັດກອງປະຊຸມທາບທາມປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ໃນລະຫວ່າງວັນທີ 15-16 ມິຖຸນາ 2023 ຢູ່ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງແຂວງອຸດົມໄຊ ແລະ ທ່ານນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີກະຊວງການເງິນ, ມີຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ, ຄະນະວິຊາການຈາກບັນດາກົມອ້ອມຂ້າງກະຊວງການເງິນ, ກົມກົດໝາຍກະຊວງຍຸຕິທໍາ, ກຳມາທິການກົດໝາຍ ແລະ ກຳມາທິການແຜນການ, ການເງິນ ແລະ ການກວດສອບຂອງສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ ຕາງໜ້າຈາກບັນດາຂະແໜງການ, ອົງການທຽບເທົ່າອ້ອມຂ້າງແຂວງອຸດົມໄຊ ແລະ ບັນດາຂະແໜງການອ້ອມຂ້າງພະແນກການເງິນ 8 ແຂວງພາກເໜືອເຂົ້າຮ່ວມ.

ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນການປະຕິບັດຕາມແຜນການສ້າງ ແລະ ປັບປຸງກົດໝາຍໄລຍະ5 ປີ (2021-2025) ຂອງຂະແໜງການເງິນ ເຊິ່ງກົດໝາຍວ່າດ້ວຍການບັນຊີ ທີ່ຈະໄດ້ນຳເຂົ້າກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍປີ 2023. ສະນັ້ນ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດວ້ຍການບັນຊີ ໂດຍສະເພາະການຄຸ້ມຄອງ ແລະ ການຈັດ ຕັ້ງປະຕິບັດວຽກງານບັນຊີຂອງຫົວໜ່ວຍຖືບັນຊີແຫ່ງລັດ ແລະ ຫົວໜ່ວຍຖືບັນຊີວິສາຫະກິດໃຫ້ມີຄວາມຊັດເຈນ, ສອດຄ່ອງກັບຕົວຈິງໃຫ້ດີຂຶ້ນ ແນໃສ່ເພື່ອເປັນເຄື່ອງມືໃນການຊຸກຍູ້ໃຫ້ບັນດາຫົວໜ່ວຍຖືບັນຊີຈັດຕັ້ງປະຕິບັດວຽກງານບັນຊີຖືກຕ້ອງ, ໂປ່ງໄສ ແລະ ສອດຄ່ອງຕາມມາດຕະ ຖານການບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ, ພ້ອມທັງເປັນເຄື່ອງມືໃນການຄຸ້ມຄອງການເງິນແລະ ສະໜອງຂໍ້ມູນຂ່າວສານດ້ານການເງິນ ຊຶ່ງເປັນປະໂຫຍດສຳຄັນໃຫ້ແກ່ການຕິດຕາມກວດກາແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໄລຍະ 5 ປີ (2021-2025) ແລະຊ່ວຍສ້າງຖານລາຍຮັບງົບປະມານແຫ່ງລັດ.

ເພື່ອເຮັດໃຫ້ການຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການບັນຊີມີຄວາມເລິກເຊິ່ງ ແລະກວ້າງ ຂວາງຮັບປະກັນຄວາມຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງຕາມສະພາບເສດຖະກິດ-ສັງຄົມ ພາຍໃນປະເທດ; ສອດຄ່ອງບັນດາປະເທດໃນພາກພື້ນ ແລະ ສາກົນສາມາດຕອບສະໜອງແນວທາງນະ ໂຍບາຍ, ຕາມວິໄສທັດ ແລະ ແຜນຍຸດທະສາດພັດທະນາວຽກງານບັນຊີ ແລະ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ສໍາເລັດຕາມຄາດໝາຍທີ່ວາງໄວ້. ສໍາລັບຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ປະກອບມີ X ພາກ 12 ໝວດ ແລະ 93 ມາດຕາ (ທຽບກັບກົດໝາຍສະບັບປີ 2013 ມີ XI ພາກ, 12 ໝວດ ແລະ 101 ມາດຕາ). ໃນນີ້, ໄດ້ປັບປຸງ 47 ມາດຕາ, ສ້າງໃໝ່ 4 ມາດຕາ, ຕັດອອກ 8ມາດຕາ ແລະ ຮັກສາໄວ້ຄືເກົ່າ 42 ມາດຕາ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນຮ່ວມກັນຕໍ່ບັນ ດາມາດຕາ ແລະ ເນື້ອໃນທີ່ຄະນະຮັບຜິດຊອບໄດ້ກະກຽມນໍາມາສະເໜີ. ຈາກນັ້ນ, ປະທານກອງ ປະຊຸມຍັງໄດ້ມີຄຳເຫັນເຈາະຈິ້ມ ເພື່ອເປັນແນວທາງໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຖືກຕ້ອງຕາມເປົ້າໝາຍ ຂອງການຄົ້ນຄວ້າກົດໝາຍດັ່ງກ່າວ ແລະ ໄດ້ຮຽກຮ້ອງໃຫ້ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ຮ່າງກົດໝາຍສະບັບດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments