Monday, September 23, 2024
Homeຂ່າວພາຍໃນເຈົ້າແຂວງຈໍາປາສັກ ຊຸກຍູ້ວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ເຈົ້າແຂວງຈໍາປາສັກ ຊຸກຍູ້ວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ແຫລ່ງຂ່າວຈາກ ແຂວງຈຳປາສັກໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ລົງພົບປະໂອ້ລົມ, ຊຸກຍູ້-ຊີ້ນໍາວຽກງານຢູ່ພະແນກຖະແຫລງຂ່າວ,ວັດທະນະທຳ ແລະ ທອງທ່ຽວ (ຖວທ) ແຂວງຈຳປາສັກ ເພື່ອໃຫ້ສືບຕໍ່ມີການພັດທະນາ ແລະຫັນປ່ຽນຕາມທິດທີ່ຕັ້ງໜ້າ ແລະ ທັນສະໄໝຕາມມະຕິຂອງພັກໄດ້ວາງອອກ ໃນວັນທີ 16 ມິຖຸນາ 2023 ຜ່ານມາ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ.

ທ່ານ ນາງ ແສງສຸວັນ ຊຸຍພະສິດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ຖວທ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໂດຍຍົກໃຫ້ເຫັນດ້ານການເມືອງແນວຄິດ, ການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ວຽກງານຖະແຫລງຂ່າວ-ສື່ມວນຊົນ, ວຽກງານວັດທະນະທໍາ ແລະ ວຽກງານທ່ອງທ່ຽວ ໂດຍສະເພາະວຽກງານຖະແຫລງຂ່າວ-ສື່ມວນຊົນ, ຄະນະພັກ-ຄະນະພະແນກ ໄດ້ສຸມໃສ່ປັບປຸງ ແລະ ຫັນປ່ຽນພື້ນຖານເຕັກນິກ ຂອງວຽກງານສື່ມວນຊົນກ້າວໄປສູ່ທັນສະໄໝ ເຊັ່ນລະບົບດີຈິຕອນ ແລະ ລະບົບອອນລາຍ ໄດ້ຂະຫຍາຍຄື້ນວິທະຍຸກະຈາຍສຽງ ແລະ ໂທລະພາບ ໃຫ້ກວມພື້ນທີ່ເປັນສ່ວນຫລາຍຂອງແຂວງ, ປັດຈຸບັນໃນທົ່ວແຂວງ ມີສະຖານີວິທະຍຸກະຈາຍສຽງ 5 ສະຖານີ, ເຊິ່ງສາຖານີວິທະຍຸ ແລະ ໂທລະພາບສາມາດກະຈາຍຄື້ນສຽງ ແລະ ພາບຜ່ານດາວທຽມໄດ້ກວມພື້ນທີ່ 100% ແລະ ສາມາດຮັບຟັງ ແລະ ຊົມໄດ້ອີກ 26 ປະເທດທົ່ວໂລກ.

ສ່ວນວຽກງານທ່ອງທ່ຽວ ໄດ້ສຸມໃສ່ການປັບປຸງ ແລະ ສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສິ່ງທີ່ພົ້ນເດັ່ນໃນ 6 ເດືອນຜ່ານມາ ໄດ້ມີຈຳນວນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງຈຳປາສັກ ທັງໝົດ 143.689 ເທື່ອຄົນ, ທຽບໃສ່ແຜນປີປະຕິບັດໄດ້ 63 ໃນນີ້ມີນັກທ່ອງທ່ຽວພາຍໃນ 11.455 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 28.717.040 ໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 205%.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ຕີລາຄາສູງຕໍ່ຜົນງານການນຳພາປະຕິບັດ ວຽກງານ ຂອງພະແນກ ຖວທ ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກຫລາຍບັນຫາທີ່ສຳຄັນ ໃຫ້ຄະນະພັກ ຄະນະພະແນກ ສືບຕໍ່ເອົາໃຈໃສ່ ເປັນຕົ້ນແມ່ນການສຶກສາອົບຮົມດ້າຍການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໂດຍຖືເອົາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ແຂງແຮງ ແລະ ມີຜົນສຳເລັດສູງ, ເອົາໃຈໃສ່ກວດກາປະເມີນຄືນ ຄຸນນະພາບການນຳພາກໍ່ສ້າງພັກ-ພະນັກງານ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງບ້ານວັດທະນະທຳ ແລະ ຄອບຄົວວັດທະນະທຳ. ນອກຈາກນີ້, ໃຫ້ສຸມໃສ່ນຳພາວຽກຖະແຫລງຂ່າວ-ສື່ມວນຊົນ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ດ້ວຍຮູບແບບການຮ່ວມມືກັບພາກສ່ວນທຸລະກິດ ເພື່ອຫັນເປັນກຸ້ມຕົນເອງເທື່ອລະກ້າວ, ຊີ້ນຳການອອກຂ່າວທາງອອນລາຍໃຫ້ວ່ອງໄວທັນການ ເພື່ອຕອບໂຕ້ຖ້ອຍທຳນອງຂ່າວບິດເບືອນຄວາມຈິງ ຂອງຄົນບໍ່ຫວັງດີຕໍ່ປະເທດຊາດຂອງພວກເຮົາ.

ຂ່າວ: ເກດສະໜາ ແກວສຸວັນນະແສງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments