Saturday, September 21, 2024
Homeຂ່າວພາຍໃນສາລະວັນເປັນແຂວງໜື່ງນອນຢູ່ໃນໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2 ເພື່ອນໍາໃຊ້ເຂົ້າໃນການໂຄສະນາແນວທາງນະໂຍບາຍຂອງພັກ, ລັດຖະບານ ແລະ ເຮັດໃຫ້ມວນຊົນເຂົ້າເຖີງຂໍ້ມູນຂ່າວສານໄດ້ງ່າຍຂື້ນ.

ສາລະວັນເປັນແຂວງໜື່ງນອນຢູ່ໃນໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດໄລຍະ 2 ເພື່ອນໍາໃຊ້ເຂົ້າໃນການໂຄສະນາແນວທາງນະໂຍບາຍຂອງພັກ, ລັດຖະບານ ແລະ ເຮັດໃຫ້ມວນຊົນເຂົ້າເຖີງຂໍ້ມູນຂ່າວສານໄດ້ງ່າຍຂື້ນ.

ພິທີມອບ – ຮັບ ໂທລະໂຄ່ງ 50 ຊຸດໃຫ້ແຂວງສາລະວັນ ໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 19 ມິຖຸນາ 2023 ທີ່ພະແນກຖະແຫຼງຂ່າວວັດທະນາທໍາ- ທ່ອງທ່ຽວ ແຂວງສາລະວັນ. ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ: ໂພສີ ແກ້ວມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ: ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆສາລະວັນ.ພ້ອມດ້ວຍຜູ້ຮັບຜິດຊອບວຽກງານ ຖວທ ເມືອງຕ່າງໆທົ່ວແຂວງເຂົ້າຮ່ວມ.ໂອກາດນີ້ຕາງໜ້າກະຊວງ ຖວທ ທ່ານ: ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ໄດ້ຂື້ນກ່າວເຖີງຄວາມສໍາຄັນຂອງການຈັດຕັ້ງປະຕິບັດໂຄງການປັບປຸງຂະຫຍາຍຕານ່າງໂທລະໂຄ່ງທົ່ວປະເທດແລະກ່າວມອບໂທລະໂຄ່ງ 50 ຊຸດໃຫ້ແຂວງ ແລະ ຮັບໂດຍ ທ່ານ: ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວວັດທະນາທໍາແລະທ່ອງທ່ຽວແຂວງສາລະວັນ.ໂທລະໂຄ່ງພ້ອມອຸປະກອນຄົບຊຸດທີ່ນໍາມາມອບໃຫ້ແຂວງສາລະວັນຄັ້ງນີ້ ມີຈໍານວນ  50 ຊຸດເຊີ່ງຈະໄດ້ນໍາໄປຕິດຕັ້ງແລະ ໃຊ້ຢູ່ໃນ 7 ເມືອງ, 50 ບ້ານ,ຄື: ເມືອງ: ສາລະວັນມີ 8 ບ້ານ,ເມືຶອງ: ເລົາງາມມີ 8 ບ້ານ,ເມືອງ: ວາປີ 8 ບ້ານ,ເມືອງ: ສະໝວຍ 8 ບ້ານ,ເມືອງ ຕະໂອຍ 6 ບ້ານ,ເມືອງນະຄອນເພັງ 5 ບ້ານ ແລະ ເມືອງ: ຕຸ້ມລານ 7 ບ້ານ. ໃນນາມຄະນະນໍາກະຊວງ ຖວທ ທ່ານ:ໂພສີ ແກ້ວມະນີວົງ ຮອງລັດຖະ ມົນຕີກະຊວງ ຖວທ ໄດ້ມີຄໍາເຫັນຊີ້ນໍາໃຫ້ພະແນກ ຖວທ ແຂວງກ່ຽວການນໍາໃຊ້,ຄຸ້ມຄອງ,ລະບົບໂທລະໂຄ່ງບາງຈຸດສໍາຄັນຄືພາຍຫຼັງທີ່ໄດ້ຜ່ານການຝຶກອົບຮົມຈາກຜູ້ຊ່ຽວຊານຈາກກະຊວງແລ້ວມອບໃຫ້ທາງເມືອງເປັນເຈົ້າການແລະເຮັດວຽກຕົວຈິງກັບທາງບ້ານໃນການຈັດຕັ້ງປະຕິບັດແລະນໍາໃຊ້ລະບົບໂທລະໂຄ່ງໃຫ້ເກີດປະໂຫຍດສູງສຸດ.ຢາກເຮັດໄດ້ຄືແນວນັ້ນຕ້ອງໄດ້ມີການເຮັດຜັງລາຍການໃນແຕ່ລະມື້ຈະອອກລາຍການຫຍັງ,ກະຈາຍໂມງໃດ,ລາຍການຫຍັງເພາະລະບົບໂທລະໂຄ່ງທີ່ນໍາມາມອບໃນຄັ້ງນີ້ເປັນລະບົບເຄື່ອງທີ່ທັນສະໄໝ ສາມາດຖ່າຍທອດລາຍການຕ່າງໆຈາກທາງວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທລະພາບແຫ່ງຊາດ ຫຼືຈາກລະບົບດາວທຽມໄດ້ໃນແຕ່ລະມື້.

ຕາງໜ້າໃຫ້ຄະນະນໍາແຂວງ ສາລະວັນ ທ່ານ:ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ສາລະວັນ ໄດ້ສະແດງຄວາມຂອບໃຈມາຍັງຄະນະນໍາກະຊວງ ຖວທ ທີ່ໄດ້ຄົ້ນຄວ້າແລະຊອກຫາແຫຼ່ງທຶນເພື່ອຈັດຊື້ລະບົບໂທລະໂຄ່ງມາມອບໃຫ້ທາງ ແຂວງ ເຊີ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການໂຄສະນາແນວທາງນະໂຍບາຍຂອງພັກລັດຖະບານກໍຄືແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ນັບມື້ດີຂື້ນເປັນກ້າວໆ.  ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19 ແຂວງສາລະວັນໄດ້ນໍາໃຊ້ໂທລະໂຄ່ງເປັນພາຫະນະສົ່ງຂໍ້ມູນຂ່າວສານຕ່າງໆທີ່ທາງຄະນະສະເພາະກິດຕ້ານແລະຄວບຄຸມການລະ ບາດຂອງພະຍາດໂຄວິດໃນແຕ່ລະມື້ໄດ້ດີ.ການທີ່ມີລະບົບໂທລະໂຄ່ງຢູ່ເຂດໃດຈະເຮັດໃຫ້ຊຸມຊົນເຂດນັ້ນສາມາດຮັບຮູ້ຂໍ້ມູນຂ່າວສານຕ່າງໆໃນແຕ່ລະມື້. ມາຮອດປະຈຸບັນທົ່ວແຂວງສາລະວັນມີການນໍາໃຊ້ລະບົບໂທລະໂຄ່ງກວມ 70% ຂອງພື້ນທີ່.ນອກຈາກນັ້ນແຂວງກໍໄດ້ມີເວບໄຊ້ແຂວງຄື:ເວບໄຊ້ສື່ມວນຊົນແຂວງສາລະວັນ ເປັນເວບເຮັດໃຫ້ມວນຊົນໄດ້ເຂົ້າເຖີງຂໍ້ມູນຂ່າວສານຫຼາຍຂື້ນ ນອກນັ້ນກໍໄດ້ມີການສົ່ງຂ່າວຫຼືເຫດການຕ່າງໆທີ່ເກີດຂື້ນພາຍໃນແຂວງໃຫ້ທາງສູນກາງງ່າຍຂື້ນໂດຍຜ່ານລະບົບອອນລາຍ.

CG: ສາລະວັນໄດ້ຮັບໂທລະໂຄ່ງພ້ອມອຸປະກອນຄົບຊຸດ 50 ຊຸດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments